ບົດທີ 6: ການສ້ອມແປງໃຫຍ່ ແລະ ການບໍາລຸງຮັກສາຂະໜາດໃຫຍ່

ການບຳລຸງຮັກສາແມ່ນການແນໄສ່ການປົກປັກຮັກສາຊັບສົມບັດຄົງທີ່ຕ່າງໆຕາມເຂື່ອນໄຂການນຳໄຊ້ ແລະ ປ້ອງ ກັນຊຸດໂຊມທີ່ອາດຈະເກິດຂື້ນຂອງຊັບສົມບັດຄົງທີ່ເຫຼົ່ານັ້ນ. ການສ້ອມແປງໃຫຍ່ແມ່ນການເກີດຂື້ນພາຍຫຼັງຊັບ ສົມບັດຄົງທີ່ທີ່ມີການຊຸດໂຊມລົງແລ້ວ ແລະ ກໍ່ເພື່ອແນໄສ່ເຮັດໃຫ້ຊັບສົມບັດດັ່ງກ່າວຄືນສູ່ສະພາບການປົກກະຕິທີ່ສາມາດໄຊ້ງານໄດ້ເນື່ອງຈາກວ່າວຽກງານດັ່ງກ່າວເປັນວຽກງານຂະໜາດໃຫຍ່ ແລະ ການໄຊ້ຈ່າຍກໍ່ເປັນຈຳນວນ ຫຼາຍ . ສະນັ້ນ, ຈຶ່ງຈໍາຕ້ອງມີການແບ່ງສ່ວນລາຍຈ່າຍດັ່ງກ່າວນີ້ເຂົ້າໃນຫຼາຍປີ.1. ກໍ່ລະນີເພີ່ມມູນຄ່າເບື້ອງຕົ້ນຂອງຊັບສິນ ຫລື ແກ່ຍາວອາຍຸການນໍາໄຊ້ໃຫ້ດົນຕື່ມ

1.1. ກໍລະນີວິສາຫະກິດສ້ອມແປງເອງ

ຕົວຢ່າງ: ການສ້ອມແປງເກີດຂື້ນ.

  • ຈ່າຍເຄື່ອງອາໄລ່ອອກສາງມູນຄ່າ 100,000 ກີບເຂົ້າໃນການສ້ອມແປງ
  • ຊື້ເຄື່ອງປະກອບແລະວັດຖຸ-ອຸປະກອນອື່ນໆຮັບໄຊ້ການຜະລິດ 350,000 ກີບຈ່າຍດ້ວຍເງິນສົດ
  • ຄິດໄລ່ຄ່າແຮງງານເງິນເດືອນຟື້ນຖານໃຫ້ກຳມະກອນສ້ອມແປງ 100,000 ກີບ
  • ຈ່າຍນ້ຳມັນເຊື້ອໄຟເຂົ້າໃນການສ້ອມແປງ 10,000 ກີບ

ການບັນທຶກບັນຊີ.

ລດ ໃບຢັ້ງຢືນ ວ ດ ປ ເລກບັນຊີ ເນື້ອໃນ ມູນຄ່າ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
6021 ສ່ວນປ່ຽນແປງຂອງວັດຖຸປະກອບ 100,000
01 321 ວັດຖຸອື່ນໆຮັບໄຊ້ການຜະລິດ 100,000
302 ວັດຖຸປະກອບອື່ນໆ 350,000
571 ເງິນສົດເປັນເງິນກີບ 350,000
02 6021 ສ່ວນປ່ຽນແປງຂອງວັດຖຸປະກອບ 350,000
302 ວັດຖຸປະກອບອື່ນໆ 350,000
6411 ເງິນເດືອນຟື້ນຖານ 100,000
03 441 ຄ່າທົດແທນແຮງງານຕ້ອງຈ່າຍ 100,000
04 6021 ສ່ວນປ່ຽນແປງຂອງວັດຖຸປະກອບ 10,000
321 ວັດຖຸອື່ນໆຮັບໄຊ້ການຜະລິດ 10,000
05 214 ຊັບສິນຄົງທີ່ ທີ່ມີຕົວຕົນ (ພາຫານະ) 560,000
731 ພູດສ່ວນສະເພາະໃນວິສາຫະກິດທີ່ 560,000
            ລວມມູນຄ່າບັນຊີ 2,030,000 2,030,000

1.2. ກໍລະນີວິສາຫະກິດຈ້າງທາງນອກສ້ອມແປງ

ລດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 615 ຈ່າຍຄ່າສ້ອມແປງ  500,000
571 ເງິນສົດ 500,000
214 ຊຄທ ພາຫານະຂົນສົ່ງ  500,000
731 ຜົນຜະລິດຄົງທີ່ ແລະຊົມໄຊ້ເອງ 500,000
ລວມມູນຄ່າ 1,000,000 1,000,000

2. ກໍລະນີບໍ່ໄດ້ເພີ່ມມູນຄ່າເບື້ອງຕົ້ນຂອງຊັບສິນ ຫລື ບໍ່ໄດ້ແກ່ຍາວອາຍຸການນຳໄຊ້ໃຫ້ດົນຕື່ມ

2.1. ວິສາຫະກິດໄດ້ຄາດຄະເນລາຍຈ່າຍສ້ອມແປງໃຫຍ່ໄວ້ລ່ວງໜ້າ

ໃນການຄາດຄະເນລາຍຈ່າຍ ໃນການສ້ອມແປງໃຫຍ່ໄວ້ລ່ວງໜ້າ ວິສາຫະກິດຈຳເປັນຕ້ອງໄດ້ມີການຫັກເງິນແຮໃນແຕ່ລະໄລຍະທີ່ຄາດການວ່າ: ຈະມີການສ້ອມແປງໃຫຍາເກີດຂື້ນໃນພາຍພາກໜ້າເຊີ່ງບັນທຶກບັນຊີດັ່ງນີ້:

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 684 ຫັກເງິນແຮເພື່ອລາຍຈ່າຍ 100,000
154 ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ 100,000
ລວມມູນຄ່າ 100,000 100,000

ໃນເວລາມີການສ້ອມແປງຕົວຈິງເກີດຂື້ນ ກໍ່ຈະບັນທຶກບັນຊີເປັນ 2 ກໍລະນີຄື: ກໍລະນີວິສາຫະກິດສ້ອມ ແປງເອງ ແລະ ກໍລະນີຈ້າງຈາກທາງນອກສ້ອມແປງໃຫ້ ເຊີ່ງຈະມີວິທີການໃນການຈັດຕັ້ງປະຕິບັດແຕ່ລະກໍລະນີທີ່ແຕກຕ່າງກັນ, ດ້ວຍເຫດນັ້ນ ຈະສະເໜີລາຍລະອຽດ ແລະ ຕົວຢ່າງເປັນໄປຕາມແຕ່ລະກໍລະນີດັ່ງນີ້:

2.1.1. ກໍລະນີວິສາຫະກິດສ້ອມແປງເອງ

ຕົວຢ່າງ: ວິສາຫະກິດແຫ່ງໜື່ງໄດ້ຄາດຄະເນວ່າ ຈະມີການສ້ອມແປງໃຫຍ່ກ່ຽວກັບຊັບສົມບັດຄົງທີ່ (ພາຫານະຂົນ ສົ່ງ) ພາຍໃນກຳນົດເວລາ 5 ປີຂ້າງໜ້າ. ຄ່າສ້ອມແປງໄດ້ຄາດຄະເນໄວ້ຕົກປະມານ 50,000,000 ກີບ, ເຊີ່ງຈຳຕ້ອງຫັກເງິນແຮໄວ້ໃນແຕ່ລະປີ, ປີລະ 10,000,000 ກີບ ແລະ ຈະເລີ່ມຫັກແຕ່ທ້າຍປີ 1992 ເປັນຕົ້ນໄປ.

ການສ້ອມແປງຕົວຈິງເກີດຂື້ນໃນກາງປີ 1995 ເຊີ່ງມີລາຍຈ່າຍດັ່ງລຸ່ມນີ້:

  • ຈ່າຍເຄື່ອງອາໄລອອກສາງ 150,000 ກີບ, ເຂົ້າໃນການສ້ອມແປງ.
  • ຈ່າຍນໍ້າມັນເຊື້ອໄຟອອກສາງມູນຄ່າ 5,000 ກີບ. ເຂົ້າໃນການສ້ອມແປງ.
  • ຊື້ນໍ້າມັນເຄື່ອງ 40 ຈຳນວນ 15 ລິດ. ຕົກເປັນມູນຄ່າ 15,000 ກີບ, ຈ່າຍດ້ວຍເງິນສົດ ເພື່ອເອົາເຂົ້າໃນ ການສ້ອມແປງ.
  • ຊື້ເຄື່ອງປະກອບໂດຍບໍ່ຜ່ານສາງໃນມູນຄ່າ 330,000 ກີບ. ດ້ວຍເງິນສົດ.
  • ຄ່າແຮງງານນາຍຊ່າງສ້ອມແປງຕ້ອງຈ່າຍ 100,000 ກີບ.

ບົດແກ້: 1) ກໍລະນີມີການຫັກເງິນແຮໄວ້.

ລດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 1992 684 ຫັກເງິນແຮເພື່ອລາຍຈ່າຍ 10,000,000
154 ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ 10,000,000
02 1993 684 ຫັກເງິນແຮເພື່ອລາຍຈ່າຍ 10,000,000
154 ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ 10,000,000
03 1994 684 ຫັກເງິນແຮເພື່ອລາຍຈ່າຍ 10,000,000
154 ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ 10,000,000
04 1995 684 ຫັກເງິນແຮເພື່ອລາຍຈ່າຍ 10,000,000
154 ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ 10,000,000
ລວມມູນຄ່າ 40,000,000 40,000,000

2) ເວລາມີການສ້ອມແປງຕົວຈິງເກີດຂື້ນກາງປີ 1996.

ລດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນ ມູນຄ່າ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 6021 ຊື້ວັດຖຸອຸປະກອນ 15,000,000
321 ວັດຖຸອຸປະກອນຮັບໄຊ້ 15,000,000
615 ຄ່າສ້ອມແປງ 15,000,000
731 ຜົນຜະລິດຄົງທີ່ ແລະ ໄຊ້ເອງ 15,000,000
02 6022 ຊື້ວັດຖຸອຸປະກອນ 500,000
322 ວັດຖຸປະກອບຮັບໃຊ້ 500,000
615 ຄ່າສ້ອມແປງ 500,000
731 ຜົນຜະລິດຄົງທີ່ ແລະ ໄຊ້ເອງ 500,000
03 321 ວັດຖຸຮັບໃຊ້ 1,500,000
571 ເງິນສົດເປັນເງິນກີບ 1,500,000
6021 ຊື້ວັດຖຸອຸປະກອນ 1,500,000
321 ວັດຖຸອຸປະກອນຮັບໄຊ້ 1,500,000
615 ຄ່າສ້ອມແປງ 1,500,000
731 ຜົນຜະລິດຄົງທີ່ ແລະ ໄຊ້ເອງ 1,500,000
04 605 ຊື້ວັດຖຸເຄື່ອງໃຊ້ 33,000,000
571 ເງິນສົດເປັນເງິນກີບ 33,000,000
615 ຄ່າສ້ອມແປງ 33,000,000
731 ຜົນຜະລິດຄົງທີ່ ແລະ ໄຊ້ເອງ 33,000,000
05 641 ຄ່າແຮງງານ 10,000,000
441 ຄ່າທົດແທນແຮງງານຕ້ອງຈ່າຍ 8,675,000
462 ລັດ-ອາກອນເກັບໄດ້ຈາກສ່ວນອື່ນ 1,325,000
615 ຄ່າສ້ອມແປງ 8,675,000
731 ຜົນຜະລິດຄົງທີ່ ແລະ ໄຊ້ເອງ 8,675,000
ລວມມູນຄ່າການສ້ອມແປງທັງໝົດ = 58,675,000 / 5 = 11,735,000

ສະນັ້ນ 120,000 – 100,000 = 20,000 x 3 ປີ = 60,000 ກີບ

ສະນັ້ນ, ໃນເວລາສຳເລັດການສ້ອມແປງຕົວຈິງໃນມູນຄ່າ 600,000 ຕ້ອງບັນທຶກບັນຊີ
671 (4ປີກ່ອນ ນັບທັງລາຍຈ່າຍຄ່າສ້ອມແປງ) 46,940,000
516 (ຍົກເປັນລາຍຈ່າຍປີ 1997) 11,735,000
615 ລາຍຈ່າຍຄ່າສ້ອມແປງທັງໝົດ 58,675,000
ລວມມູນຄ່າ ……………… ………………

ສະນັ້ນ, ເກັບຄືນເງິນແຮໃນກາງປີ 1996 ຈະຕ້ອງໄດ້ບັນທຶກບັນຊີ

ລດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 164 ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ 40,000,000
784 ເກັບຄືນເງິນແຮເພື່ອຟື້ນຟູ ຊຄທຄືນໄໝ່ 40,000,000
ລວມມູນຄ່າ ………….. ……………

ແລະ ໃນຕົ້ນປີ, ວັນທີ 1 ມັງກອນ 1997

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້