ການບຳລຸງຮັກສາແມ່ນການແນໄສ່ການປົກປັກຮັກສາຊັບສົມບັດຄົງທີ່ຕ່າງໆຕາມເຂື່ອນໄຂການນຳໄຊ້ ແລະ ປ້ອງ ກັນຊຸດໂຊມທີ່ອາດຈະເກິດຂື້ນຂອງຊັບສົມບັດຄົງທີ່ເຫຼົ່ານັ້ນ. ການສ້ອມແປງໃຫຍ່ແມ່ນການເກີດຂື້ນພາຍຫຼັງຊັບ ສົມບັດຄົງທີ່ທີ່ມີການຊຸດໂຊມລົງແລ້ວ ແລະ ກໍ່ເພື່ອແນໄສ່ເຮັດໃຫ້ຊັບສົມບັດດັ່ງກ່າວຄືນສູ່ສະພາບການປົກກະຕິທີ່ສາມາດໄຊ້ງານໄດ້ເນື່ອງຈາກວ່າວຽກງານດັ່ງກ່າວເປັນວຽກງານຂະໜາດໃຫຍ່ ແລະ ການໄຊ້ຈ່າຍກໍ່ເປັນຈຳນວນ ຫຼາຍ . ສະນັ້ນ, ຈຶ່ງຈໍາຕ້ອງມີການແບ່ງສ່ວນລາຍຈ່າຍດັ່ງກ່າວນີ້ເຂົ້າໃນຫຼາຍປີ.1. ກໍ່ລະນີເພີ່ມມູນຄ່າເບື້ອງຕົ້ນຂອງຊັບສິນ ຫລື ແກ່ຍາວອາຍຸການນໍາໄຊ້ໃຫ້ດົນຕື່ມ
1.1. ກໍລະນີວິສາຫະກິດສ້ອມແປງເອງ
ຕົວຢ່າງ: ການສ້ອມແປງເກີດຂື້ນ.
- ຈ່າຍເຄື່ອງອາໄລ່ອອກສາງມູນຄ່າ 100,000 ກີບເຂົ້າໃນການສ້ອມແປງ
- ຊື້ເຄື່ອງປະກອບແລະວັດຖຸ-ອຸປະກອນອື່ນໆຮັບໄຊ້ການຜະລິດ 350,000 ກີບຈ່າຍດ້ວຍເງິນສົດ
- ຄິດໄລ່ຄ່າແຮງງານເງິນເດືອນຟື້ນຖານໃຫ້ກຳມະກອນສ້ອມແປງ 100,000 ກີບ
- ຈ່າຍນ້ຳມັນເຊື້ອໄຟເຂົ້າໃນການສ້ອມແປງ 10,000 ກີບ
ການບັນທຶກບັນຊີ.
| ລດ | ໃບຢັ້ງຢືນ | ວ ດ ປ | ເລກບັນຊີ | ເນື້ອໃນ | ມູນຄ່າ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 6021 | ສ່ວນປ່ຽນແປງຂອງວັດຖຸປະກອບ | 100,000 | ||||||
| 01 | 321 | ວັດຖຸອື່ນໆຮັບໄຊ້ການຜະລິດ | 100,000 | |||||
| 302 | ວັດຖຸປະກອບອື່ນໆ | 350,000 | ||||||
| 571 | ເງິນສົດເປັນເງິນກີບ | 350,000 | ||||||
| 02 | 6021 | ສ່ວນປ່ຽນແປງຂອງວັດຖຸປະກອບ | 350,000 | |||||
| 302 | ວັດຖຸປະກອບອື່ນໆ | 350,000 | ||||||
| 6411 | ເງິນເດືອນຟື້ນຖານ | 100,000 | ||||||
| 03 | 441 | ຄ່າທົດແທນແຮງງານຕ້ອງຈ່າຍ | 100,000 | |||||
| 04 | 6021 | ສ່ວນປ່ຽນແປງຂອງວັດຖຸປະກອບ | 10,000 | |||||
| 321 | ວັດຖຸອື່ນໆຮັບໄຊ້ການຜະລິດ | 10,000 | ||||||
| 05 | 214 | ຊັບສິນຄົງທີ່ ທີ່ມີຕົວຕົນ (ພາຫານະ) | 560,000 | |||||
| 731 | ພູດສ່ວນສະເພາະໃນວິສາຫະກິດທີ່ | 560,000 | ||||||
| ລວມມູນຄ່າບັນຊີ | 2,030,000 | 2,030,000 | ||||||
1.2. ກໍລະນີວິສາຫະກິດຈ້າງທາງນອກສ້ອມແປງ
| ລດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 615 | ຈ່າຍຄ່າສ້ອມແປງ | 500,000 | |||||
| 571 | ເງິນສົດ | 500,000 | ||||||
| 214 | ຊຄທ ພາຫານະຂົນສົ່ງ | 500,000 | ||||||
| 731 | ຜົນຜະລິດຄົງທີ່ ແລະຊົມໄຊ້ເອງ | 500,000 | ||||||
| ລວມມູນຄ່າ | 1,000,000 | 1,000,000 | ||||||
2. ກໍລະນີບໍ່ໄດ້ເພີ່ມມູນຄ່າເບື້ອງຕົ້ນຂອງຊັບສິນ ຫລື ບໍ່ໄດ້ແກ່ຍາວອາຍຸການນຳໄຊ້ໃຫ້ດົນຕື່ມ
2.1. ວິສາຫະກິດໄດ້ຄາດຄະເນລາຍຈ່າຍສ້ອມແປງໃຫຍ່ໄວ້ລ່ວງໜ້າ
ໃນການຄາດຄະເນລາຍຈ່າຍ ໃນການສ້ອມແປງໃຫຍ່ໄວ້ລ່ວງໜ້າ ວິສາຫະກິດຈຳເປັນຕ້ອງໄດ້ມີການຫັກເງິນແຮໃນແຕ່ລະໄລຍະທີ່ຄາດການວ່າ: ຈະມີການສ້ອມແປງໃຫຍາເກີດຂື້ນໃນພາຍພາກໜ້າເຊີ່ງບັນທຶກບັນຊີດັ່ງນີ້:
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 684 | ຫັກເງິນແຮເພື່ອລາຍຈ່າຍ | 100,000 | |||||
| 154 | ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ | 100,000 | ||||||
| ລວມມູນຄ່າ | 100,000 | 100,000 | ||||||
ໃນເວລາມີການສ້ອມແປງຕົວຈິງເກີດຂື້ນ ກໍ່ຈະບັນທຶກບັນຊີເປັນ 2 ກໍລະນີຄື: ກໍລະນີວິສາຫະກິດສ້ອມ ແປງເອງ ແລະ ກໍລະນີຈ້າງຈາກທາງນອກສ້ອມແປງໃຫ້ ເຊີ່ງຈະມີວິທີການໃນການຈັດຕັ້ງປະຕິບັດແຕ່ລະກໍລະນີທີ່ແຕກຕ່າງກັນ, ດ້ວຍເຫດນັ້ນ ຈະສະເໜີລາຍລະອຽດ ແລະ ຕົວຢ່າງເປັນໄປຕາມແຕ່ລະກໍລະນີດັ່ງນີ້:
2.1.1. ກໍລະນີວິສາຫະກິດສ້ອມແປງເອງ
ຕົວຢ່າງ: ວິສາຫະກິດແຫ່ງໜື່ງໄດ້ຄາດຄະເນວ່າ ຈະມີການສ້ອມແປງໃຫຍ່ກ່ຽວກັບຊັບສົມບັດຄົງທີ່ (ພາຫານະຂົນ ສົ່ງ) ພາຍໃນກຳນົດເວລາ 5 ປີຂ້າງໜ້າ. ຄ່າສ້ອມແປງໄດ້ຄາດຄະເນໄວ້ຕົກປະມານ 50,000,000 ກີບ, ເຊີ່ງຈຳຕ້ອງຫັກເງິນແຮໄວ້ໃນແຕ່ລະປີ, ປີລະ 10,000,000 ກີບ ແລະ ຈະເລີ່ມຫັກແຕ່ທ້າຍປີ 1992 ເປັນຕົ້ນໄປ.
ການສ້ອມແປງຕົວຈິງເກີດຂື້ນໃນກາງປີ 1995 ເຊີ່ງມີລາຍຈ່າຍດັ່ງລຸ່ມນີ້:
- ຈ່າຍເຄື່ອງອາໄລອອກສາງ 150,000 ກີບ, ເຂົ້າໃນການສ້ອມແປງ.
- ຈ່າຍນໍ້າມັນເຊື້ອໄຟອອກສາງມູນຄ່າ 5,000 ກີບ. ເຂົ້າໃນການສ້ອມແປງ.
- ຊື້ນໍ້າມັນເຄື່ອງ 40 ຈຳນວນ 15 ລິດ. ຕົກເປັນມູນຄ່າ 15,000 ກີບ, ຈ່າຍດ້ວຍເງິນສົດ ເພື່ອເອົາເຂົ້າໃນ ການສ້ອມແປງ.
- ຊື້ເຄື່ອງປະກອບໂດຍບໍ່ຜ່ານສາງໃນມູນຄ່າ 330,000 ກີບ. ດ້ວຍເງິນສົດ.
- ຄ່າແຮງງານນາຍຊ່າງສ້ອມແປງຕ້ອງຈ່າຍ 100,000 ກີບ.
ບົດແກ້: 1) ກໍລະນີມີການຫັກເງິນແຮໄວ້.
| ລດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 1992 | 684 | ຫັກເງິນແຮເພື່ອລາຍຈ່າຍ | 10,000,000 | ||||
| 154 | ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ | 10,000,000 | ||||||
| 02 | 1993 | 684 | ຫັກເງິນແຮເພື່ອລາຍຈ່າຍ | 10,000,000 | ||||
| 154 | ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ | 10,000,000 | ||||||
| 03 | 1994 | 684 | ຫັກເງິນແຮເພື່ອລາຍຈ່າຍ | 10,000,000 | ||||
| 154 | ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ | 10,000,000 | ||||||
| 04 | 1995 | 684 | ຫັກເງິນແຮເພື່ອລາຍຈ່າຍ | 10,000,000 | ||||
| 154 | ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ | 10,000,000 | ||||||
| ລວມມູນຄ່າ | 40,000,000 | 40,000,000 | ||||||
2) ເວລາມີການສ້ອມແປງຕົວຈິງເກີດຂື້ນກາງປີ 1996.
| ລດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນ | ມູນຄ່າ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 6021 | ຊື້ວັດຖຸອຸປະກອນ | 15,000,000 | |||||
| 321 | ວັດຖຸອຸປະກອນຮັບໄຊ້ | 15,000,000 | ||||||
| 615 | ຄ່າສ້ອມແປງ | 15,000,000 | ||||||
| 731 | ຜົນຜະລິດຄົງທີ່ ແລະ ໄຊ້ເອງ | 15,000,000 | ||||||
| 02 | 6022 | ຊື້ວັດຖຸອຸປະກອນ | 500,000 | |||||
| 322 | ວັດຖຸປະກອບຮັບໃຊ້ | 500,000 | ||||||
| 615 | ຄ່າສ້ອມແປງ | 500,000 | ||||||
| 731 | ຜົນຜະລິດຄົງທີ່ ແລະ ໄຊ້ເອງ | 500,000 | ||||||
| 03 | 321 | ວັດຖຸຮັບໃຊ້ | 1,500,000 | |||||
| 571 | ເງິນສົດເປັນເງິນກີບ | 1,500,000 | ||||||
| 6021 | ຊື້ວັດຖຸອຸປະກອນ | 1,500,000 | ||||||
| 321 | ວັດຖຸອຸປະກອນຮັບໄຊ້ | 1,500,000 | ||||||
| 615 | ຄ່າສ້ອມແປງ | 1,500,000 | ||||||
| 731 | ຜົນຜະລິດຄົງທີ່ ແລະ ໄຊ້ເອງ | 1,500,000 | ||||||
| 04 | 605 | ຊື້ວັດຖຸເຄື່ອງໃຊ້ | 33,000,000 | |||||
| 571 | ເງິນສົດເປັນເງິນກີບ | 33,000,000 | ||||||
| 615 | ຄ່າສ້ອມແປງ | 33,000,000 | ||||||
| 731 | ຜົນຜະລິດຄົງທີ່ ແລະ ໄຊ້ເອງ | 33,000,000 | ||||||
| 05 | 641 | ຄ່າແຮງງານ | 10,000,000 | |||||
| 441 | ຄ່າທົດແທນແຮງງານຕ້ອງຈ່າຍ | 8,675,000 | ||||||
| 462 | ລັດ-ອາກອນເກັບໄດ້ຈາກສ່ວນອື່ນ | 1,325,000 | ||||||
| 615 | ຄ່າສ້ອມແປງ | 8,675,000 | ||||||
| 731 | ຜົນຜະລິດຄົງທີ່ ແລະ ໄຊ້ເອງ | 8,675,000 | ||||||
| ລວມມູນຄ່າການສ້ອມແປງທັງໝົດ = 58,675,000 / 5 = 11,735,000
ສະນັ້ນ 120,000 – 100,000 = 20,000 x 3 ປີ = 60,000 ກີບ |
||||||||
| ສະນັ້ນ, ໃນເວລາສຳເລັດການສ້ອມແປງຕົວຈິງໃນມູນຄ່າ 600,000 ຕ້ອງບັນທຶກບັນຊີ | ||||||||
| 671 | (4ປີກ່ອນ ນັບທັງລາຍຈ່າຍຄ່າສ້ອມແປງ) | 46,940,000 | ||||||
| 516 | (ຍົກເປັນລາຍຈ່າຍປີ 1997) | 11,735,000 | ||||||
| 615 | ລາຍຈ່າຍຄ່າສ້ອມແປງທັງໝົດ | 58,675,000 | ||||||
| ລວມມູນຄ່າ | ……………… | ……………… | ||||||
ສະນັ້ນ, ເກັບຄືນເງິນແຮໃນກາງປີ 1996 ຈະຕ້ອງໄດ້ບັນທຶກບັນຊີ
| ລດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 164 | ເງິນແຮເພື່ອຟື້ນຟູ ຊຄທ ຄືນໄໝ່ | 40,000,000 | |||||
| 784 | ເກັບຄືນເງິນແຮເພື່ອຟື້ນຟູ ຊຄທຄືນໄໝ່ | 40,000,000 | ||||||
| ລວມມູນຄ່າ | ………….. | …………… | ||||||
ແລະ ໃນຕົ້ນປີ, ວັນທີ 1 ມັງກອນ 1997
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມ | |||
