ສຳລັບຢູ່ ສປປລາວ ກ່ອນປີ 1990 ລະບົບການບັນຊີວິສາຫະກິດ ທີ່ຈັດຕັ້ງປະຕິບັດ ແມ່ນລະບົບ” ບັນຊີເອກະພາບ ” ເຊິ່ງເປັນລະບົບບັນຊີຄູ່ ແລະ ຖືກນຳໃຊ້ກັນໃນລັດວິສາຫະກິດ, ວິສາຫະກິດຂະໜາດໃຫຍ່,ອີງໃສ່ການຂະຫຽາຍຕົວຂອງເສດຖະກິດ – ສັງຄົມໂດຍສະເພາະການຫັນ
ເຂົ້າສູ້ເສດຖະກິດຕະຫຼາດ (ເປີດປະຕູສູ່ພາຍນອກ) ເຫັນວ່າລະບົບບັນຊີດັ່ງກ່າວຍັງບໍ່ທັນຕອບສະ ໜອງໄດ້ຂໍ້ມູນຂ່າວສານຮັບໃຊ້ການບໍລິຫານແລະການຄຸ້ມຄອງຢ່າງຄົບຖ້ວນບວກກັບສະພາບແວດລ້ອມຂອງບັນດາປະເທດພາກພື້ນແລະໃນໂລກໄດ້ມີການປັບປຸງລະບົບບັນຊີຂອງຕົນຈຶ່ງໄດ້ມີການ ຄົ້ນຄວ້າເອົາລະບົບບັນຊີໃໝ່ ( ຫຼື ເອີ້ນວ່າ : ບັນຊີວິສາຫະກິດໃໝ່ ໃນປະຈຸບັນ ), ການຄົ້ນຄວ້າ ເພື່ອນຳສະເໜີຂັ້ນເທິງ ( ສະພາລັດຖະມົນຕີ ) ໃນເວລານັ້ນ ປະກອບມີ 2 ລະບົບ ຄື :
– ລະບົບບັນຊີຂອງບັນດາປະເທດທີ່ໃຊ້ ພາສາອັງກິດ ຈຳແນກບັນຊີຕາມຂອດວຽກງານ, ໜ່ວຍງານ,
-ລະບົບບັນຊີຂອງບັນດາປະເທດທີ່ໃຊ້ພາສາຝຣັ່ງ:ຈຳແນກການບັນຊີຕາມລັກສະນະເນື້ອໃນ,ໝາຍເຖິງການຈັດປະເພດລາຍຈ່າຍຕາມເນື້ອໃນດ້ານກົດໝາຍທີ່ມາຈາກພາຍນອກເຊັ່ນ :ລາຍຈ່າຍໃຫ້ພະນັກ ງານບົນພື້ນຖານສັນຍາຜູກພັນດ້ານແຮງງານ” ສັນຍາຮັບຈ້າງ “,ລາຍຈ່າຍໃນການຊື້,ລາຍຈ່າຍຄ່າບໍລິ ການ ຈາກພາຍນອກລ້ວນແຕ່ອີງໃສ່ໃບເກັບເງິນທີ່ຜູ້ສະໜອງສົ່ງໃຫ້ເຊິ່ງສະແດງເຖິງການໂອນກຳມະສິດ ວັດຖຸ,ສິນຄ້າຫຼືການບໍລິການທີ່ໄດ້ຮັບ, … ຜ່ານການຄົ້ນຄ້ວາດັ່ງກ່າວບັນດາທ່ານໃນຄະນະສະພາລັດ ຖະມົນຕີ(ໂດຍມີປະທານໄກສອນພົມວິຫານເປັນປະທານ)ໄດ້ເລືອກເອົາແບບລະບົບບັນຊີ ຂອງບັນດາປະເທດ ທີ່ນຳໃຊ້ພາສາຝຣັ່ງ ເນື່ອງຈາກ : – ຈຳແນກໃຫ້ເຫັນຢ່າງຈະແຈ້ງ ລັກສະນະເນື້ອໃນຂອງການເຄື່ອນໄຫວ, – ເປັນລະບົບບັນຊີທີ່ມີຄວາມເຂັ້ມງວດ ( ກຳນົດເລກບັນຊີ ແລະ ເອກະສານລາຍງານ ) ເພື່ອໃຫ້ແຕ່ລະວິສາຫະກິດປະຕິບັດຢ່າງເປັນເອກະພາບ,ບໍ່ອະນຸยາດໃຫ້ວິສາຫະກິດກຳນົດເລກໝາຍ ບັນຊີ ແລະ ເອກະສານລາຍງານການເງິນຕາມໃຈຊອບ, – ລະບົບລາຍງານເໜັ້ນໜັກຮັບໃຊ້ເບື້ອງລັດ( ລັດຖະການສ່ວຍສາອາກອນ ). ສ່ວນລະບົບຂອງປະເທດ ທີ່ນຳໃຊ້ພາສາອັງກິດ ເໜັ້ນໜັກຮັບໃຊ້ຜູ້ຖືຮຸ້ນ, ຂາຮຸ້ນຫຼາຍກວ່າ, ທັງ 2 ລະບົບ ກໍ່ແມ່ນຮັບ ໃຊ້ການຄຸ້ມຄອງການເງິນ ແລະ ການບໍລິຫານຂອງວິສາຫະກິດໄດ້ເປັນຢ່າງດີ, – ສ້າງຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ກວດກາ ເພາະວິສາຫະກິດໃດກໍ່ປະຕິບັດຄືກັນ, -ອື່ນໆ.ເພື່ອສືບຕໍ່ຕອບສະໜອງໃຫ້ແກ່ການຂະຫຍາຍຕົວຂອງເສດຖະກິດ-ສັງຄົມແລະການພົວພັນ ຮ່ວມມື ທາງ ດ້ານເສດຖະກິດກັບຕ່າງປະເທດໃຫ້ກ້ວາງຂວາງ, ກົມລະບອບບັນຊີ ກະຊວງການເງິນ ໄດ້ສືບຕໍ່ຄົ້ນຄວ້າແລະພິຈາລະນາກົດໝາຍບັນຊີສະບັບໃໝ່ເພື່ອໃຫ້ສອດຄ່ອງເໝາະສົມກັບເງື່ອນໄຂ ການຂະຫຍາຍຕົວດັ່ງກ່າວ.
1.2. ການບັນຊີແມ່ນຫຍັງ ?
ການບັນຊີແມ່ນເຄື່ອງມືທີ່ນຳໃຊ້ສຳລັບບັນທຶກ,ຈົດກ່າຍລາຍການເຄື່ອນໄຫວທາງດ້ານເສດຖະກິດທີ່ວັດແທກ,ຕີລາຄາ ເປັນເງິນ ແລະ ເປັນເຄື່ອງມືຊ່ວຍໃນການ ຕິດຕາມ, ກວດກາ, ຄຸ້ມຄອງ ຊັບສົມບັດລວມ ( ຊັບສິນ-ໜີ້ສິນ ) ແລະ ປະເມີນຜົນໄດ້ຮັບ ( ກຳໄລ-ຂາດທຶນ ). ນອກນັ້ນ ຍັງສາມາດຊ່ວຍໃຫ້ ຄາດຄະເນ ຕົວເລກກ່ຽວກັບ ສິ່ງທີ່ເກີດຂຶ້ນພາຍໃນຂ້າງໜ້າ ( ບັນຊີວິໄຈ ຫຼື ບັນຊີຄຸ້ມຄອງ, ປະເທດ ທີ່ນຳໃຊ້ພາສາອັງກິດ ຈຳແນກສອງຄຳສັບດັ່ງກ່າວນີ້ ດ້ວຍ : ” Financial accounting ” ແລະ ” Management accounting “
ການບັນຊີ ແມ່ນເຕັກນິກອັນຫນຶ່ງ ທີ່ວາດພາບໃຫ້ເຫັນ ຜ່ານບັນດາຕາຕະລາງ ທີ່ມີຕົວເລກເປັນມູນຄ່າ ກ່ຽວກັບສະພາບ ແລະ ການເຄື່ອນໄຫວ ຂອງຫົວຫນ່ວຍທຸລະກິດເອກກະລາດ. ຈະລົງເລິກຄົ້ນຄວ້າກ່ຽວກັບບັນຊີໃຫ້ໄດ້ຮັບຜົນ ກໍມີແຕ່ວ່າ ຕ້ອງໄດ້ຄົ້ນຄວ້າບັນດາລັກສະນະເດັ່ນ ແລະ ພາລະບົດບາດຂອງ” ວິສາຫະກິດ ” ກ່ອນ. ການບັນຊີ ແມ່ນການບັນທຶກຈົດກ່າຍເນື້ອໃນຕ່າງໆຂອງການເຄື່ອນໄຫວ ກ່ຽວກັບການເງິນ ຫລື ສິ່ງຂອງທີ່ກຳນົດມູນຄ່າເປັນເງິນໄວ້ເປັນຫລັກຖານ ໂດຍຈັດແຍກໄວ້ເປັນປະເພດຕ່າງ ໆຕາມລຳດັບ ເພື່ອໃຫ້ສະແດງຜົນງານອັນເປັນປະໂຫຍດແກ່ການເຮັດວຽກງານ ຕະຫລອດຈົນວິໃຈຜົນຂອງການດຳເນີນງານໄດ້ນັ້ນ. ການບັນຊີແມ່ນການສະໜອງຂໍ້ມູນຂ່າວສານໝາຍຄວາມວ່າສ່ອງແສງໃຫ້ເຫັນພາບພົດອັນຖືກຕ້ອງທີ່ສຸດກັບຕົວຈິງກ່ຽວກັບສະພາບແລະບັນດາລາຍການເຄື່ອນໄຫວຕ່າງໆຂອງວິສາຫະກິດ. ການບັນຊີປຽບເໝືອນກ້ອງຖ່າຍຮູບທີ່ຖ່າຍເອົາໝົດທຸກການເຄື່ອນໄຫວຂອງວິສາຫະກິດ.
1.3 ພາລະບົດບາດການບັນຊີ
ການບັນຊີມີພາລະບົດບາດໃນການຈັດວາງການສະໝອງຂໍ້ມູນຂ່າວສານອັນຈຳເປັນສຳລັບພາຍໃນຫົວ
ໜ່ວຍທຸລະກິດແລະໃຫ້ແກ່ພາຍນອກເພື່ອຮັບປະກັນສິດຜົນປະໂຫຽດຂອງລັດ, ຂອງຫົວໜ່ວຍທຸລະກິດແລະ ຂອງຊາວຜູ້ອອກແຮງງານ ຂໍ້ມູນຂ່າວສານສະໜອງໃຫ້ແກ່ພາຍໃນ ການບັນຊີຕ້ອງເຍືອງໃຫ້ບັນດາຜູ້ນຳວິສາຫະກິດເຫັນແຈ້ງບໍ່ພຽງແຕ່ສະພາບໃນອະດີດຜ່ານມາເທົ່ານັ້ນ ແຕ່ຍັງຕ້ອງສະແດງໃຫ້ເຫັນກ່ຽວກັບສະພາບໃນປະຈຸບັນອີກດ້ວຍແລະໂດຽສະເພາະແລ້ວໃຫ້ເຫັນແຈ້ງກ່ຽວກັບ ສະພາບໃນອານາຄົດຂ້າງໜ້າການບັນຊີຕ້ອງໄດ້ສະໜອງບັນດາຂໍ້ມູນຊີ້ບອກທີ່ຈະຊ່ວຍໃຫ້ເປັນບ່ອນອີງໃຫ້ແກ່ ການວາງທິດທາງການເຄື່ອນໄຫວແລະການຂະຫຍາຍຕົວຂອງວິສາຫະກິດດັ່ງນັ້ນວິສາຫະກິດຕ້ອງໄດ້ຖືບັນຊີ ເພື່ອແນໃສ່ຮັບໃຊ້ໃຫ້ບັນດານັກຄຸ້ມຄອງຄະນະນຳພາແລະໃຫ້ແກ່ຊາວຜູ້ອອກແຮງງານດຳເນີນທຸລະກິດມີປະ ສິດທິຜົນດີຂຶ້ນ. – ຜູ້ອຳນວຍການ, ຜູ້ຈັດການ : ຕີລາຄາການປະຕິບັດງານໃນໄລຍະຜ່ານມາ, ຄວບຄຸ້ມ, ວາງແຜນ, … – ຜູ້ຖືຮຸ້ນ, ຂາຮຸ້ນ : ຖານະການເງິນ, ຜົນຕອບແທນຈາກການລົງທຶນ ( ເງິນປັນຜົນ ), … – ພະນັກງານ-ກຳມະກອນ : ສຶກສາຖານະການເງິນ, ນະໂຍບາຍຕ່າງໆ ເພື່ອເບິ່ງຄວາມໝັ້ນຄົງ ແລະ ເງື່ອນໄຂການຮັບຜົນຕອບແທນ ແຮງງານ, ສະຫວັດດີການ, … ຂໍ້ມູນຂ່າວສານສະໜອງໃຫ້ແກ່ພາຍນອກ ບໍ່ພຽງແຕ່ອ່ານບັນດາເອກະສານສະໜອງຈາກການບັນຊີ ເຊີ່ງເອີ້ນວ່າ: ” ເອກະສານລາຍງານສັງເຄາະ , ຂໍ້ມູນຂ່າວສານດັ່ງກ່າວຕ້ອງສະແດງໃຫ້ເຫັນສະພາບແລະການເຄື່ອນໄຫວເກີດຂຶ້ນຢ່າງຖືກຕ້ອງທີ່ສຸດ ກັບຕົວຈິງເພື່ອເຮັດໃຫ້ພາກສ່ວນຫລືບັນດາບຸກຄົນພາຍນອກວິສາຫະກິດເຂົ້າໃຈໄດ້ດີເຊັ່ນ ບັນດາບຸກຄົນພາຍ ນອກວິສາຫະກິດ ຫຼື ບັນດາພາກສ່ວນທີ່ພົວພັນກັບວິສາຫະກິດກ່ຽວຂ້ອງເຊັ່ນ : ບັນດາລູກຄ້າ, ຜູ້ສະໜອງ, ລັດ, ພະນັກງານ, ບັນດາຂາຮຸ້ນ….. ຕ້ອງໄດ້ກຳແໜ້ນສະພາບການເງິນຂອງວິສາຫະກິດ ເພື່ອແນໃສ່ຈຸດປະສົງໃນການວິໄຈການອຳນວຍຄວບຄຸ້ມ : – ລັດ : ລັດຖະການສ່ວຍສາອາກອນ ( ຂໍ້ມູນຄິດໄລ່ອາກອນປະເພດຕ່າງໆ ), ອົງການກວດກາ ຕ່າງໆຂອງລັດ – ທະນາຄານ : ການໃຫ້ກູ້ຢືມເງິນ, … – ນັກລົງທຶນ : ການເຂົ້າຮ່ວມທຶນ, – ລູກຄ້າ : ຕໍ່ລອງການຕິດໜີ້ ( ສັ້ນ ຫຼື ຍາວ ), ຈະຕັດສິນໃຈຊຶ້ສິນຄ້າ/ຜະລິດຕະພັນ/ການບໍລິການ ຫຼື ບໍ່ ? – ຜູ້ສະໜອງ : ຈະສະໜອງສິນຄ້າ/ຜະລິດຕະພັນ/ການບໍລິການໃຫ້ ຫຼື ບໍ່ ?, ຕໍ່ລອງການຕິດໜີ້, ອື່ນໆ, … – ຂໍ້ມູນຂ່າວສານ ດ້ານການບັນຊີ ສະແດງອອກຜ່ານເອກະສານລາຍງານສັງເຄາະ ( ເອກະສານລາຍ ງານການເງິນ ) ດັ່ງນີ້ :
ປື້ມບັນຊີປະຈຳວັນ,
ປື້ມບັນຊີໃຫຍ່ແຍກປະເພດ,
ໃບດຸ່ນດ່ຽງກ່ອນການກວດນັບ,ໃນດຸ່ນພາຍຫຼັງການກວດນັບແລະໃບດຸ່ນດ່ຽງພາຍຫຼັງສ້າງໃບລາຍງານ ຜົນໄດ້ຮັບ,
ໃບລາຍງານຜົນໄດ້ຮັບ,
ໃບສະຫຼຸບສັບຊົມບັດ ( ຊັບສິນ, ໜີ້ສິນ )