ບົດທີ 4. ການຈັດຕັ້ງ ແລະ ການບັນທຶກບັນຊີ

1. ບັນດາປື້ມຕິດຕາມທາງການບັນຊີ

ຮອບວຽນບັນດາວຽກງານບັນຊີ ແມ່ນເລີ່ມຕົ້ນດ້ວຍການເກັບກໍາຂໍ້ມູນຈາກເອກະສານຕ່າງໆທີ່ເປັນພື້ນຖານ ແລະ ມ້ວນທ້າຍດ້ວຍການສ້າງເອກະສານລາຍງານສັງເຄາະຕະຫຼອດໄລຍະເວລາດັ່ງກ່າວນີ້ຕ້ອງໄດ້ອີງໃສ່ບັນດາໃບຢັ້ງຢືນ ແລະ ບັນດາເອກະສານບັນຊີທີ່ມີລັກສະນະບັງຄັບຈາກນີ້ການບັນຊີຂອງວິສາຫາກິດໃດໜື່ງຕ້ອງປະກອບດ້ວຍເອກະ ສານດັ່ງກ່າວທີ່ໄດ້ກໍານົດໃວ້ຢູ່ໃນຮ່າງກົດໝາຍ ແລະ ຮ່າງດໍາລັດຂອງສາພາລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິ ບັດກົດໝາຍດັ່ງກ່າວຢູ່ໃນໃດຕາ 8 ຂອງຮ່າງກົດໝາຍບັນຊີໄດ້ລະບຸໃວ້ວ່າ: ທີ່ເອີນວ່າປື້ມຕິດຕາມບັນຊີແມ່ນບັນດາເອກະສານປື້ມບັນຊີ ແລະ ໂດຍທົ່ວໄປແລ້ວໃນເງື່ອນໃຂບັນດາຂໍ້ກຳນົດທີ່ໄດ້ວາງອອກກ່ຽວກັບການປົກປັກຮັກສາ ແມ່ນທຸກສິ່ງທຸກຢ່າງ ທີ່ຊ່ວຍໃຫ້ການຈົດກ່າຍບັນດາຂໍ້ມູນພື້ນຖານ ແລະ ເກັບກຳບັນດາຂໍ້ມູນຂ່າວສານນັ້ນມາດຕາ 10 ຂອງຮ່າງກົດ ມາຍບັນຊີໄດ້ລະບຸໃວ້ວ່າ: ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍບັນຊີບັນດາປື້ມຕີດຕາມບັນຊີ ແລະ ປື້ມຕິດຕາມ ອື່ນໆທີ່ເປັນພື້ນຖານບັນຊີປະກອບດ້ວຍ:

-ປື້ມບັນທຶກລະບຽບວິທີການປະຕິບັດບັນຊີ (Rule of Accounting Operation textbook)

– ບັນຊີປະຈໍາວັນ (Journal)

– ປື້ມບັນຊີໃຫຍ່ (Post Ladgers)

– ໃບດຸ່ນດ່ຽງ (Balance)

– ປື້ມບັນທຶກການກວດນັບ

2. ຮອບວຽນຂອງການບັນຊີ

ຮອບວຽນຂອງການບັນຊີ ແມ່ນໝາຍເຖິງສີ່ງທີ່ນາຍບັນຊີຈຳຕ້ອງຈະໄດ້ເຮັດ ຫລື ດຳເນີນການແບບຊຳໄປຊໍ້າມາ ໃນແຕ່ລະວັນ, ແຕ່ລະເດືອນ, ແຕ່ລະໄຕມາດຫລືໃນແຕ່ລະປີທີ່ເກີດຂື້ນ ເຊີ່ງໂດຍທົ່ວໄປຈະຕ້ອງດຳເນີນເຊັ່ນ:

ເຊີ່ງໃນການຈັດຕັ້ງປະຕິບັດ ໃນການບັນທຶກຂໍ້ມູນຂ່າວສານທາງການບັນຊີຈະມີຫລາຍຮູບແບບດ້ວຍກັນ ເຖິງແມ່ນ ວ່າຈະຕົກລົງປະຕິບັດແບບວິທີໃດຕາມການບັນຊີຕ້ອງໄດ້ດຳເນີນບາດກ້າວເດີມຕາມວິທີດຽວກັນ, ຊີ່ງເລີ່ມແຕ່ ຂອດວຽກງານການບັນທຶກຂໍ້ມູນ ແລະ ເກັບກຳໄປເຖິງຂອດການສ້າງເອກະສານລາຍງານສັງເຄາະເຊີ່ງລະອຽດຕາມ ຂັ້ນຕອນດັ່ງລຸ່ມນີ້:

  • ເກັບກຳບັນດາເອກະສານຢັ້ງຢືນພື້ນຖານ (ໃບບິນ, ໃບເກັບເງິນຕ່າງໆ).
  • ບັນທຶກບັນດາໃບຢັ້ງຢືນດັ່ງກ່າວ ລົງໃນປື້ມບັນຊີປະຈຳວັນລວມຕາມລຳດັບ.
  • ຍົກລາຍການດັ່ງກ່າວໄປເຂົ້າບັນຊີທີ່ພົວພັນ.
  • ເຕົ້າໂຮມບັນດາບັນຊີຕ່າງໆ ເພື່ອອັດບັນຊີແລ້ວສ້າງໃບດຸ່ນດ່ຽງ ເພື່ອທຳການກວດກາປະຈຳເດືອນຈາກລາຍ ການ 1 ຫາ 4 ນັ້ນແມ່ນຈະຕ້ອງໄດ້ວຽນໄປຕະຫລອດ 12 ເດືອນ.
  • ເຕົ້າໂຮມບັນຊີດັ່ງກ່າວເພື່ອອັດບັນຊີໃນທ້າຍສະໃໝ (ທ້າຍປີ) ແລະ ສ້າງໃບດຸ່ນດ່ຽງກວດກາທ້າຍສະໃໝ (ໃບ ດຸ່ນດ່ຽງກ່ອນການກວດນັບຊັບສົມບັດໃນທ້າຍປີ).
  • ດຳເນີນບັນດາວຽກງານປັບປຸງບັນຊີໃນທ້າຍສະໃໝ ຫລື ວຽກງານສະຫລຸບກວດນັບທ້າຍປີ, ຄິດໄລ່ຫລຸ້ຍຫ້ຽນ, ຄ່າເຊື່ອມມູນຄ່າ, ການຊຳລະສະສາງ ແລະ ອື່ນໆ.
  • ບັນທຶກລາຍການດັ່ງກ່າວລົງໃນປື້ມບັນຊີປະຈຳວັນລວມ.
  • ຍົກລາຍການບັນທຶກດັ່ງກ່າວຈົດເຂົ້າບັນຊີທີ່ພົວພັນ.
  • ເຕົ້າໂຮມ ແລະ ປິດບັນຊີ.
  • ສ້າງໃບດຸ່ນດ່ຽງອັນທີ່ເອີ້ນວ່າ: ໃບດຸ່ນດ່ຽງພາຍຫລັງການກວດນັບຊັບສົມບັດ.
  • ສ້າງບັນດາເອກະສານລາຍງານສັງເຄາະ (ໃບສະຫລຸບຊັບສົມບັດ, ໃບລາຍງານຜົນໄດ້ຮັບ, ບັນດາໃບລາຍງານ, ສະຖິຕິ ແລະ ພາສີ-ອາກອນ, ບັນດາຕາຕະລາງວິໄຈການປະກອບທຶນ).
  • ອັດບັນຊີ ແລະ ເປີດບັນຊີຄືນໃໝ່.

2.1. ປື້ມບັນຊີປະຈໍາວັນລວມ

ປື້ມບັນຊີປະຈໍາວັນແມ່ນບັນທຶກບັນດາລາຍການເນຄື່ອນໃຫວທີ່ໄດ້ເກີດຂື້ນຕາມລໍາດັບລຽນຕໍ່ກັນ ເຊິ່ງແຕ່ລະລາຍການຕ້ອງໄດ້ແຈ້ງວັນທີ່ ເດືອນປີ, ເລກໝາຍ ແລະ ຊື່ຂອງບັນດາບັນຊີທີ່ໄດ້ຈົດເບື້ອງໜີ້ ແລະ ຈົດເບື້ອງມີຈໍານວນເງິນທີ່ຕ້ອງຈົດເບື້ອງໜີ້ ແລະ ເບື້ອງມີເນື້ອໃນລາຍການໂດຍມີຫຼັກຖານອ້າງອີງຢ່າງຊັດເຈນ ດ້ວຍເອກະສານພື້ນຖານພວກເຮົາເອີ້ນວ່າ: ລາຍການຈົດເຂົ້າປື້ມບັນຊີປະຈໍາວັນມີບັນດາຂໍ້ຄວາມຈົດກ່າຍທີ່ພົວ ພັນພຽງລາຍການເຄື່ອນໃຫວດຽວເທົ່ານັ້ນແມ່ນປື້ມບັນທຶກລາຍການເຄື່ອນໃຫວທີ່ເກີດຂື້ນຕາມລໍາດັບຕິດຕໍ່ກັນ ເຊິ່ງມີລາຍລະອຽດລຸ່ມນີ້:

ວັນທີ ໃບຢັ້ງຢືນ ເລກໝາຍບັນຊີ ລາຍການ ຈໍານວນເງິນ
ໜີ້ ມີ ໜີ້ ມີ
ລວມມູນຄ່າ

2.2. ປື້ມບັນຊີໃຫຍ່ແຍກປະເເພດ

ແມ່ນປື້ມບັນທຶກບັນດາບັນຊີທັງໝົດຂອງວິສາຫາກິດເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

ແບບທີ່1

ຊື່ບັນຊີ:………………….                                    ເລກໝາຍບັນຊີ:………………

ວັນທີ ໃບຢັ້ງຢືນ ເນື້ອໃນລາຍການ ຈໍານວນເງິນ ຍອດເຫຼືອ
ໜີ້ ມີ ໜີ້ ມີ
ລວມ

ແບບທີ 2 ແບບຕົວT

ໜີ້                                                     ເລກໝາຍບັນຊີ                                      ມີ

2.3. ໃບດຸ່ນດ່ຽງ (ກ່ອນ ແລະ ຫລັງການຄິດໄລ່ຜົນໄດ້ຮັບ)

ແມ່ນປື້ມສັງລວມທຸກບັນຊີທີ່ເກີດຂື້ນພາຍໃນເດືອນຈະເລີ່ມແຕ່ບັນຊີປະເພດ 1-7 ຕາມລໍາດັບ

ວັນທີ ໃບຢັ້ງຢືນ ເນື້ອໃນລາຍການ ຍອດເຫຼືອຕົ້ນເດືອນ ເກີດຂື້ນໃນເດືອນ ຍອດເຫຼືອທ້າຍເດືອນ
ໜີ້ ມີ ໜີ້ ມີ ໜີ້ ມີ
ລວມ A B C D E F
A = B, C = D, E = F

2.4. ໃບສະຫລຸບຊັບສົມບັດ

ແມ່ນໃບສະຫຼຸບຊັບສິນ ແລະໜີ້ສິນທັງໝົດຂອງບໍລິສັດໜື່ງຫຼືກິດຈະການ ໃດໜື່ງໃນເມື່ອເລີ່ມຕົ້ນກິດຈະ ການ ຫຼື ໃນທ້າຍປີ ໃບສະຫຼຸບຊັບສົມບັດຖືກຮັດຂື້ນເພື່ອສະແດງໃຫ້ຮູ້ເຖິງສະພາບຂອງບໍລິສັດມີຊັບສິນຫລືໜີ້ສິນເປັນຈຳ ນວນເທົ່າໃດຕາມປົກະຕິແລ້ວໃບສະຫຼຸບຊັບສົມບັນຈະເຮັດໃນທຸກໆທ້າຍປີ ແລະ ເວລາເລີ່ມເປີດບໍລິສັດໃໝ່ ເພື່ອ ລາຍງານສະຖານນະພາບທາງດ້ານການເງິນຂອງບໍລິສັດມະຫາພາກສ່ວນທີ່ກ່ຽວຂ້ອງຮັບຮູ້.

ຫຼັກການທົ່ວໄປ ໃນການສ້າງໃບສະຫຼຸບຊັບສົມບັດມີຄືດັ່ງຕໍ່ໄປນີ້:

-ຫົວຂໍ້ໃບສະຫຼຸບຊັບສົມບັດຂ່ຽນຊື່ບຸກຄົນ ຫຼື ຮ້ານຄ້າທີ່ສະແດງເຖິງເຈົ້າຂອງໃບສະຫຼຸບຊັບສົມບັດມີຄຳວ່າໃບສະຫຼຸບ ຊັບສົມບັດມີ ວັນທີສະແດງໃບສະຫຼຸບຊັບສົມບັດທີ່ເຮັດຂື້ນເພື່ອໃຫ້ຮູ້ ເຖິງຖານະການໃນວັນນັ້ນ.

– ໃບສະຫຼຸບຊັບສິນ(ສະແດງຊັບສິນຕ່າງໆພ້າຍໄຕ້ຫົວຂໍ້ຊັຍສິນ)

– ໃບສະຫຼຸບຊັບສົມບັດເບື້ອງໜີ້ສິນ(ສະແດງໜີ້ສິນ ແລະທຶນພາຍໄຕ້ຫົວຂໍ້ໜີ້ສິນ)

– ລວມຍອດໃນໃບສະຫຼຸບຊັບສົມບັດ ເບື້ອງຊັບສິນຕ້ອງເທົ່າກັບເບື້ອງໜີ້ສິນ

ຊັບສິນ ມູນຄ່າເດີມ ຄ່າຫຼຸ້ຍຫ້ຽນ ມູນຄ່າຍັງເຫຼືອ ໜີ້ສິນ ມູນຄ່າ
ຊັບສົມບັດຄົງທີ່

ຊັບສິນໝູນວຽນ

ທຶນຕົນເອງ

ໜີ້ສິນ

ລວມ       ລວມ  

2.5. ໃບລາຍງານຜົນໄດ້ຮັບຕາມບັນຊີປີ 1992

ກ. ໃບລາຍງານຜົນໄດ້ຮັບຂອງທຸລະກິດ ການຄ້າ ຕາມບັນຊີປີ 1992
ເນື້ອໃນລາຍການ­ ປີກ່ອນ ປີນີ້ສະຫລຸບບັນຊີ ວັນທີ31/12/2005 ຕົ້ນທຶນທາງກົງຜະລິດຕະພັນ
ຂາຍສິນຄ້າ
ໃນນັ້ນ: ຂາອອກ
ຂາຍຜະລິດຕະພັນ ແລະ ການບໍລິການ
ໃນນັ້ນ: ຂາອອກ
ລາຍຮັບຈາກກິດຈະການສຳຮອງ
ລາຍຮັບອື່ນໆ ຈາກການຄຸ້ມຄອງປົກກະຕິ
ຜົນໄດ້ຮັບຈາກການເຄື່ອນໄຫວຮ່ວມກັນ
ລາຍຮັບການເງິນ ແລະ ບັງເອີນ
I. ລວມຍອດລາຍຮັບ
ຊື້ສິນຄ້າ
ໃນນັ້ນ: ຂາເຂົ້າ
ຊື້ວັດຖຸດິບ ແລະ ວັດຖຸຊົມໃຊ້
ໃນນັ້ນ: ຂາເຂົ້າ
ຊື້: ລາຍການອື່ນໆ ແລະ ບໍລິການຈາກທາງນອກ
ຄ່າພາສີຂາເຂົ້າ-ຂາອອກ ແລະ ອາກອນ
ເງິນເດືອນ ແລະ ລາຍຈ່າຍປະເພດດຽວກັນ
ຫັກຕົວຈິງ ຄ່າຫລຸ້ຍຫ້ຽນ-ຄ່າເຊື່ອມມູນຄ່າໃນການທຸລະກິດ
ລາຍຈ່າຍອື່ນໆຈາກການຄຸ້ມຄອງປະຈຳວັນ
ຜົນໄດ້ຮັບຈາກການເຄື່ອນໄຫວຮ່ວມກັນ
ລາຍຈ່າຍການເງິນ ແລະ ບັງເອີນ
ຫັກຕົວຈິງຄ່າຫລຸ້ຍຫ້ຽນ-ຄ່າເຊື່ອມມູນຄ່າບັງເອີນ
ອາກອນກຳໄລ
II. ລວມຍອດລາຍຈ່າຍ
ໃຫ້ເພີ່່ມຫລືຫລຸດ
ສ່ວນປ່ຽນແປງຂອງເຄື່ອງໃນສາງ (ຄ. ທ້າຍປີ-ຄ. ຕົ້ນປີ) + ຫລື –
ລາຍຈ່າຍທີ່ຕ້ອງຈົດເປັນລາຍຈ່າຍຄົງທີ່
ຜະລິດຕະພັນເກັບມ້ຽນໃນສາງ (ຄ. ທ້າຍປີ-ຄ. ຕົ້ນປີ) + ຫລື –
ຜົນຜະລິດຄົງທີ່ ແລະ ຊົມໃຊ້ເອງ
ດັດແກ້ລາຍຈ່າຍ
III. ລວມຍອດລາຍຈ່າຍຕົວຈິງ
ຜົນໄດ້ຮັບ (IIII)
ຂ. ໃນລາຍງານຜົນໄດ້ຮັບ ຂອງຫົວໜ່ວຍທຸລະກິດການຜະລິດ ຕາມບັນຊີປີ 1992
ເນື້ອໃນລາຍການ­ ປີກ່ອນ ປີນີ້ສະຫລຸບບັນຊີ ວັນທີ31/12/2005 ຕົ້ນທຶນທາງກົງຜະ ລິດຕະພັນທີ່ຂາຍ
ຂາຍຜະລິດຕະພັນ ແລະ ການບໍລິການ
          ໃນນັ້ນ: ຂາອອກ
ລາຍຮັບຈາກກິດຈະການສຳຮອງ
ລາຍຮັບອື່ນຈາກການຄຸ້ມຄອງປົກກະຕິ
ລາຍຮັບການເງິນ ແລະ ບັງເອີນ
1. ລວມຍອດລາຍຮັບ      
ຊື້ວັດຖຸຮັບໃຊ້ການຍບໍລິການ
          ໃນນັ້ນ: ຂາເຂົ້າ
ຊື້ ແລະ ການບໍລິການຈາກທາງນອກ
ພາສີຂາເຂົ້າ-ຂາອອກ ແລະ ອາກອນ
ເງິນເດືອນ ແລະ ລາຍຈ່າຍປະເພດດຽວກັນ
ຫັກຕົວຈິງຄ່າຫລຸ້ຍຫ້ຽນ-ຄ່າເຊື່ອມໃນການທຸລະກິດ
ລາຍຈ່າຍອື່ນໆ ໃນການຄຸ້ມຄອງປັກກະຕິ
ລາຍຈ່າຍການເງິນ ແລະ ບັງເອີນ
ອາກອນກຳໄລ
2. ລາຍຍອດລາຍຈ່າຍ      
ໃຫ້ເພີ່ມ ຫລື ຫລຸດ
ສ່ວນປ່ຽນແປງຂອງເຄື່ອງໃນສາງ
ລາຍຈ່າຍທີ່ຕ້ອງຈົດເປັນລາຍຈ່າຍຄົງທີ່
ຜົນຜະລິດຄົງທີ່ ແລະ ຊົມໃຊ້ເອງ  
3. ດັດແກ້ລາຍຈ່າຍ  (+ ຫລື -)      
ລາຍຈ່າຍຕົວຈິງ
ຜົນໄດ້ຮັບ      
ຄ. ໃບລາຍງານຜົນໄດ້ຮັບຂອງຫົວໜ່ວຍທຸລະກິດແບບປະສົມ
ເນື້ອໃນລາຍການ­ ປີກ່ອນ ປີນີ້ສະຫລຸບບັນຊີ ວັນທີ31/12/2005 ຕົ້ນທຶນທາງກົງຂອງ ຜະລິດຕະພັນທີ່ຂາຍ
ຂາຍສິນຄ້າ      
            ໃນນັ້ນ: ຂາອອກ      
ຂາຍຜະລິດຕະພັນ ແລະ ການບໍລິການ
            ໃນນັ້ນ: ຂາອອກ
ລາຍຮັບຈາກກິດຈະການສຳຮອງ
ລາຍຮັບອື່ນຈາກການຄຸ້ມຄອງປົກກະຕິ
ຜົນໄດ້ຮັບຈາກການຮ່ວມທຸລະກິດ
ລາຍຮັບການເງິນ ແລະ ບັງເອີນ
1. ລວມຍອດລາຍຮັບ
ຊື້ສິນຄ້າ
            ໃນນັ້ນ: ຂາເຂົ້າ
ຊື້ວັດຖຸດິບ ແລະ ວັດຖຸຊົມໃຊ້
            ໃນນັ້ນ: ຂາເຂົ້າ
ຊື້ ແລະ ການບໍລິການຈາກທາງນອກ
ພາສີຂາເຂົ້າ-ຂາອອກ ແລະ ອາກອນ
ເງິນເດືອນ ແລະ ລາຍຈ່າຍປະເພດດຽວກັນ
ຫັກຕົວຈິງຄ່າຫລຸ້ຍຫ້ຽນ-ຄ່າເຊື່ອມໃນການທຸລະກິດ
ລາຍຈ່າຍອື່ນໆ ໃນການຄຸ້ມຄອງປັກກະຕິ
ລາຍຈ່າຍການເງິນ ແລະ ບັງເອີນ
ຄ່າຫລຸ້ຍຫ້ຽນ ແລະ ຄ່າເຊື່ອມມູນຄ່າບັງເອີນ
ອາກອນກຳໄລ
2. ລາຍຍອດລາຍຈ່າຍ
ໃຫ້ເພີ່ມ ຫລື ຫລຸດ
ສ່ວນປ່ຽນແປງຂອງເຄື່ອງໃນສາງ
ລາຍຈ່າຍທີ່ຕ້ອງຈົດເປັນລາຍຈ່າຍຄົງທີ່
ຜະລິດຕະພັນຄົງທີ່ເກັບມ້ຽນໃນສາງ
ຜົນຜະລິດຄົງທີ່ ແລະ ຊົມໃຊ້ເອງ
3. ດັດແກ້ລາຍຈ່າຍ  (+ ຫລື -)
ລາຍຈ່າຍຕົວຈິງ
ຜົນໄດ້ຮັບ
ຕົ້ນທຶນການຊື້ຂອງສິນຄ້າທີ່ຂາຍ

2.6. ໃບລາຍງານຜົນໄດ້ຮັບຕາມຂັ້ນຂອງການຄຸ້ມຄອງ ຕາມບັນຊີປີ 1992

ກ. ໃບລາຍງານຜົນໄດ້ຮັບຕາມຂັ້ນຂອງການຄຸ້ມຄອງສຳລັບທຸລະກິດການຄ້າ ຕາມບັນຊີປີ 1992
ເນື້ອໃນລາຍການ­ ປີກ່ອນ ປີນີ້ສະຫລຸບບັນຊີ ວັນທີ31/12/2005
·           ສ່ວນຜິດດ່ຽງຕົ້ນທຶນລວມ
(+)  ຂາຍສິນຄ້າ
(-) ຕົ້ນທຶນການຊື້ຂອງສິນຄ້າທີ່ຂາຍ
·           ມູນຄ່າເພີ່ມ
ຂາຍ ແລະ ຜົນຜະລິດ
(-) ການຊົມໃຊ້ລະຫວ່າງກາງ  
·           ສ່ວນເກີນທຸລະກິດລວມ
ມູນຄ່າເພີ່ມ
(-) ເງິນເດືອນ ແລະ ລາຍຈ່າຍປະເພດດຽວກັນ
·           ຜົນໄດ້ຮັບຈາກການທຸລະກິດ
ສ່ວນເກີນທຸລະກິດລວມ
(+) ລາຍຮັບອື່ນໆຈາກການຄຸ້ມຄອງປົກະຕິ
(-) ຄ່າຫລຸ້ຍຫ້ຽນ ແລະ ຄ່າເຊື່ອມມູນຄ່າ
(-) ລາຍຈ່າຍອື່ນໆໃນການຄຸ້ມຄອງປົກະຕິ
·           ຜົນໄດ້ຮັບກ່ອນການເສຍອາກອນ
ຜົນໄດ້ຮັບຈາກການທຸລະກິດ
(+ ຫລື -) ລາຍຮັບ – ລາຍຈ່າຍການເງິນ ແລະ ບັງເອີນ
·           ຜົນໄດ້ຮັບ
ຜົນໄດ້ຮັບກ່ອນການເສຍອາກອນ
ອາກອນກຳໄລ  
ຂ. ໃບລາຍງານຜົນໄດ້ຮັບ ຕາມຂັ້ນຂອງການຄຸ້ມຄອງ ສຳລັບທຸລະກິດການຜະລິດ ແລະ ການບໍລິການ
ເນື້ອໃນລາຍການ­ ປີກ່ອນ ປີນີ້ສະຫລຸບບັນຊີ ວັນທີ31/12/2005
·      ສ່ວນຜິດດ່ຽງຕົ້ນທຶນການຜະລິດ
ການຜະລິດຂອງຜະລິດຕະພັນ ແລະ ການບໍລະການ
(-) ຕົ້ນທຶນທາງກົງຂອງຜະລິດຕະພັນທີ່ຂາຍ
·      ຜົນຜະລິດຕາມມູນຄ່າຕົ້ນທຶນ
ຕົ້ນທຶນທາງກົງຂອງຜະລິດຕະພັນທີ່ຂາຍ
(+) ຜົນຜະລິດເກັບມ້ຽນໃນສາງ
·      ຕົ້ນທຶນເພີ່ມ
ຜົນຜະລິດຕາມມູນຄ່າຕົ້ນທຶນ
(-) ການຊົມໃຊ້ລະຫວ່າງກາງ
·      ມູນຄ່າເພີ່ມ
ສ່ວນຜິດດ່ຽງຕົ້ນທຶນການຜະລິດ ແລະ ຕົ້ນທຶນເພີ່ມ
(+) ລາຍຮັບຈາກກິດຈະການສຳຮອງ
·      ສ່ວນເກີນການທຸລະກິດລວມ
ມູນຄ່າເພີ່ມ
(-) ເງິນເດືອນ ແລະ ລາຍຈ່າຍປະເພດດຽວກັນ
·      ຜົນໄດ້ຮັບຈາກການທຸລະກິດ
ສ່ວນເກີນການທຸລະກິດລວມ
(+) ລາຍຮັບອື່ນໆໃນການຄຸ້ມຄອງປົກະຕິ
(-) ລາຍຈ່າຍອື່ນໆໃນການຄຸ້ມຄອງປົກະຕິ
(-) ຄ່າຫລຸ້ຍຫ້ຽນ ແລະ ຄ່າເຊື່ອມມູນຄ່າໃນການທຸລະກິດ
·      ຜົນໄດ້ຮັບກ່ອນການເສຍອາກອນ
ຜົນໄດ້ຮັບຈາການທຸລະກິດ
(+ ຫລື -) ຜົນໄດ້ຮັບຈາກການເຄື່ອນໄຫວຮ່ວມກັນ
(+ ຫລື -) ລາຍຮັບ – ລາຍຈ່າຍການເງິນ ແລະ ບັງເອີນ
·      ຜົນໄດ້ຮັບ
ຜົນໄດ້ຮັບກ່ອນການເສຍອາກອນ
(-) ອາກອນກຳໄລ
ຄ. ໃບລາຍງານຜົນໄດ້ຮັບຕາມຂັ້ນຂອງການຄຸ້ມຄອງ ສຳລັບທຸລະກິດແບບປະສົມ
ເນື້ອໃນລາຍການ­ ປີກ່ອນ ປີນີ້ສະຫລຸບບັນຊີ ວັນທີ31/12/2005
·     ສ່ວນຜິດດ່ຽງຕົ້ນທຶນລວມ    
ຂາຍສິນຄ້າ    
(-) ຕົ້ນທຶນການຊື້ຂອງສິນຄ້າທີ່ຂາຍ    
·      ສ່ວນຜິດດ່ຽງຕົ້ນທຶນການຜະລິດ
ການຜະລິດຂອງຜະລິດຕະພັນ ແລະ ການບໍລະການ
(-) ຕົ້ນທຶນທາງກົງຂອງຜະລິດຕະພັນທີ່ຂາຍ
·      ຜົນຜະລິດຕາມມູນຄ່າຕົ້ນທຶນ
ຕົ້ນທຶນຂອງຜະລິດຕະພັນ ແລະ ການບໍລິການທີ່ຂາຍ
(+) ຜົນຜະລິດເກັບມ້ຽນໃນສາງ ແລະ ຊົມໃຊ້ເອງ
·      ຕົ້ນທຶນເພີ່ມ
ຜົນຜະລິດຕາມມູນຄ່າຕົ້ນທຶນ
(-) ການຊົມໃຊ້ລະຫວ່າງກາງ
·      ມູນຄ່າເພີ່ມລວມຍອດ
ຂາຍສິນຄ້າ, ຜະລິດຕິພັນ ແລະ ການບໍລິການທີ່ສະໜອງ
(+) ຜົນຜະລິດເກັບມ້ຽນໃນສາງ, ຄົງທີ່ ແລະ ຊົມໃຊ້ເອງ
(+) ລາຍຮັບຈາກກິດຈະການສຳຮອງ
(-) ການຊົມໃຊ້ລະຫວ່າງກາງລວມຍອດ
·      ສ່ວນເກີນການທຸລະກິດລວມ
ມູນຄ່າເພີ່ມ
(-) ເງິນເດືອນ ແລະ ລາຍຈ່າຍປະເພດດຽວກັນ
·      ຜົນໄດ້ຮັບຈາກການທຸລະກິດ
ສ່ວນເກີນການທຸລະກິດລວມ
(+) ລາຍຮັບອື່ນໆໃນການຄຸ້ມຄອງປົກະຕິ
(-) ລາຍຈ່າຍອື່ນໆໃນການຄຸ້ມຄອງປົກະຕິ
(-) ຄ່າຫລຸ້ຍຫ້ຽນ ແລະ ຄ່າເຊື່ອມມູນຄ່າໃນການທຸລະກິດ
·      ຜົນໄດ້ຮັບກ່ອນການເສຍອາກອນ
ຜົນໄດ້ຮັບຈາການທຸລະກິດ
(+ ຫລື -) ຜົນໄດ້ຮັບຈາກການເຄື່ອນໄຫວຮ່ວມກັນ
(+ ຫລື -) ລາຍຮັບ – ລາຍຈ່າຍການເງິນ ແລະ ບັງເອີນ
·      ຜົນໄດ້ຮັບ
ຜົນໄດ້ຮັບກ່ອນການເສຍອາກອນ
(-) ອາກອນກຳໄລ

2.7. ໃບລາຍງານຜົນໄດ້ຮັບຕາມເນື້ອໃນ

ລາຍການໃບລາຍງານ ມູນຄ່າບັນຊີໃນປີນີ້ 2009 ປີຜ່ານມາ 2008
ຕົວເລກທຸລະກິດ (ນອກອາກອນ)
ຜົນຜະລິດເກັບມ້ຽນໃນສາງ
ຜົນຜະລິດຄົງທີ່
I.   ຜົນຜະລິດໃນປີ
ຊື້ທີ່ໄດ້ຊົມໃຊ້
ບໍລິການທາງນອກ ແລະ ຊົມໃຊ້ອື່ນໆ
II. ຜົນຊົມໃຊ້ໃນປີ
III. ມູນຄ່າສ່ວນເພີ່ມໃນການທຸລະກິດ (I – II)
ລາຍຈ່າຍໃຫ້ພະນັກງານ
ອາກອນ, ຄ່າທຳນຽມ ແລະ ລາຍຈ່າຍປະເພດດຽວກັນ
IV. ສ່ວນເກີນລວມໃນການທຸລະກິດ
ລາຍຮັບອື່ນໆໃນການທຸລະກິດ
ລາຍຈ່າຍອື່ນໆໃນການທຸລະກິດ
ຫັກຄ່າຫລຸ້ຍຫ້ຽນ, ຄ່າເຊື່ມມູນຄ່າ ແລະ ເງິນແຮ
ເກັບຄືນຄ່າຫລຸ້ຍຫ້ຽນ, ຄ່າເຊື່ອມມູນຄ່າ ແລະ ເງິນແຮ
V.  ຜົນໄດ້ຮັບໃນການທຸລະກິດ
ລາຍຮັບການເງິນ
ລາຍຈ່າຍການເງິນ
VI.  ຜົນໄດ້ຮັບການເງິນ
VII.  ຜົນໄດ້ຮັບກ່ອນການເສຍອາກອນ­ ( V + VI )
ອາກອນຕ້ອງຈ່າຍບ້ວງຜົນໄດ້ຮັບປົກກະຕິ
ອາກອນເຍີ້ນຊຳລະ (ສ່ວນປ່ຽນແປງ)
ລວມຍອດລາຍຮັບຈາກກິດຈະການປົກກະຕິ
ລວມຍອດລາຍຈ່າຍຈາກກິດຈະການປົກກະຕິ
VIII. ຜົນໄດ້ຮັບສຸດທິຈາກກິດຈະການປົກກະຕິ
ອົງປະກອບພິເສດ-ລາຍຮັບ
ອົງປະກອບພິເສດ-ລາຍຈ່າຍ
IX.  ຜົນໄດ້ຮັບພິເສດ
X.  ຜົນໄດ້ຮັບສຸດທິໃນປີ
ພູດສ່ວນຂອງຜົນໄດ້ຮັບທີ່ໄດ້ຕີມູນຄ່າຫຸ້ນທຽບເທົ່າ (1)    
XI. ຜົນໄດ້ຮັບສຸດທິຂອງບໍລິສັດລວມກິດຈະການ (1)    
ໃນນັ້ນ:    
ພູດສ່ວນຂອງຜົນປະໂຫຍດສ່ວນນ້ອຍ (1)    
ພູດສ່ວນຂອງກຸ່ມ (1)    

2.8. ໃບລາຍງານຜົນໄດ້ຮັບຕາມຂອດວຽກ

ເນື້ອໃນລາຍການ ມູນຄ່າບັນຊີ ໃນປີນີ້ 2009 ປີຜ່ານມາ2008
ລາຍຮັບຈາກກິດຈະການປົກະຕິ
ຕົ້ນທຶນການຂາຍ
ສ່ວນຜິດດ່ຽງຕົ້ນທຶນລວມ  
ລາຍຮັບອື່ນໆ ຈາກກິດຈະການປົກກະຕິ
ຕົ້ນທຶນການຈຳໜ່າຍ
ຕົ້ນທຶນການບໍລິຫານ
ຄ່າໃຊ້ຈ່າຍອື່ນໃນການທຸລະກິດ
ຜົນໄດ້ຮັບໃນການທຸລະກິດ  
ລາຍຮັບການເງິນ
ລາຍຈ່ານການເງິນ
ຜົນໄດ້ຮັບກ່ອນການເສຍອາກອນ  
ອາກອນຕ້ອງຈ່າຍບ້ວງຜົນໄດ້ຮັບປົກກະຕິ
ອາກອນເຍື້ອນຊຳລະ
ຜົນໄດ້ຮັບສຸດທິຈາກກິດຈະການປົກກະຕິ  
ລາຍຮັບພິເສດ-ບັງເອີນ
ລາຍຈ່າຍພິເສດ-ບັງເອີນ
ຜົນໄດ້ຮັບສຸດທິໃນປີ  
ພູດສ່ວນຂອງຜົນໄດ້ຮັບທີ່ໄດ້ຕີມູນຄ່າຫຸ້ນທຽບເທົ່າ (1)    
ຜົນໄດ້ຮັບສຸດທິຂອງບໍລິສັດລວມກິດຈະການ (1)    
ໃນນັ້ນ:    
ພູດສ່ວນຂອງຜົນປະໂຫຍດສ່ວນນ້ອຍ (1)    
ພູດສ່ວນຂອງກຸ່ມ (1)    

2.9. ສະຖານະການເງິນຕາມວິທີທາງກົງ

ລາຍການທາງດ້ານການເງິນ ມູນຄ່າບັນຊີປີນີ້ 09 ປີຜ່ານມາ 08
ກະແສເງິນສົດລວມທີ່ຕິດພັນກັບການທຸລະກິດ    
ຮັບເງິນຈາກລູກຄ້າ
ຈຳນວນເງິນທີ່ຈ່າຍໃຫ້ຜູ້ສະໜອງ ແລະ ພະນັກງານ
ຈຳນວນເງິນຮັບຈາກລາຍໄດ້ອື່ນໆ
ດອກເບ້າຍ ແລະ ລາຍຈ່າຍການເງິນປົກກະຕິອື່ນໆ ທີ່ໄດ້ຊຳລະ
ອາກອນຜົນໄດ້ຮັບປົກກະຕິທີ່ໄດ້ຊຳລະ
ກະແສເງິນສົດລວມກ່ອນອົງປະກອບພິເສດ    
ກະແສເງິນສົດລວມທີ່ຕິດພັນກັບເຫດການພິເສດ    
ກະແສເງິນສົດລວມສຸດທິຈາກກິດຈະການປົກກະຕິ (ກ)    
ກະແສເງິນສົດລວມທີ່ຕິດພັນກັບກິດຈະການລົງທຶນ
 . ຈ່າຍເງິນອອກຊື້ຊັບສົມບັດຄົງທີ່ ມີຕົວຕົນ ແລະ ບໍ່ມີຕົວຕົນ
 . ຮັບເງິນເຂົ້າຈາກການຂາຍຊັບສົມບັດຄົງທີ່ ມີຕົວຕົວ ຫລື ບໍ່ມີຕົວຕົນ
 . ຈ່າຍເງິນອອກເພື່ອຊື້ຊັບສົມັບດຄົງທີ່ການເງິນ
 . ຮັບເງິນເຂົ້າຈາກການຂາຍຊັບສົມບັດຄົງທີ່ການເງິນ
 . ດອກເບ້ຍຮັບຈາກການໝູນເງິນ
 . ເງິນປັນຜົນ ແລະ ພູດສ່ວນຜົນໄດ້ຮັບທີ່ໄດ້ຮັບ
ກະແສເງິນສົດສຸດທິຈາກການລົງທຶນ (ຂ)    
ກະແສເງິນສົດລວມທີ່ຕິດພັນກັບການປະກອບທຶນ
 . ຮັບເງິນເຂົ້າຫລັງຈາກການຈຳໜ່າຍຫຸ້ນ
 . ເງິນປັນຜົນ ແລະ ເງິນແຈກຢາຍອື່ນໆທີ່ໄດ້ຮັບ
 . ຮັບເງິນຈາກບ້ວງເງິນກູ້ຢືມ ຫລື ໜີ້ຕ້ອງສົ່ງຄ້າຍຄືກັນ
 . ທົດແທນເງິນກູ້ຢືມ ຫລື ໜີ້ປະເພດດຽວກັນ
ກະແສເງິນສົດສຸດທິ ທີ່ຕິດພັນກັບການປະກອບທຶນ (ຄ)    
ຜົນກະທົບສ່ວນປ່ຽນແປງ ອັດຕາແລກປ່ຽນຕໍ່ຊັບສິນຄ່ອງຕົວແລະເກືອບຄ່ອງຕົວ (1)
ສ່ວນປ່ຽນແປງເງິນສົດລວມໃນປີ (ກ + ຂ + ຄ)    
ເງິນສົດລວມ ແລະ ສີ່ງທຽບເທົ່າເງິນສົດລວມໃນຕົ້ນປີ
ເງິນສົດລວມ ແລະ ສີ່ງທຽບເທົ່າເງິນສົດລວມໃນທ້າຍປີ
ສ່ວນປ່ຽນແປງເງິນສົດລວມໃນປີ
ສົມທຽບຜົນໄດ້ຮັບໃນປີ    

2.10. ສະຖານະການເງິນຕາມວິທີທາງອ້ອມ

ລາຍການທາງດ້ານການເງິນ ມູນຄ່າບັນຊີ ໃນປີນີ້ 2009 ປີຜ່ານມາ 2008
ກະແສເງິນສົດລວມ ທີ່ຕິດພັນກັບການທຸລະກິດ    
 . ຜົນໄດ້ຮັບສຸດທິໃນປີ
ປັບ :
. ຄ່າຫລຸ້ຍຫ້ຽນ, ຄ່າເຊື່ອມມູນຄ່າ ແລະ ເງິນແຮ
. ສ່ວນປ່ຽນແປງອາກອນເຍີ້ນຊຳລະ
. ສ່ວນປ່ຽນແປງເຄື່ອງໃນສາງ
. ສ່ວນປ່ຽນແປງ ບັນຊີລູກຄ້າ ແລະ ໜີ້ຕ້ອງຮັບອື່ນໆ
. ສ່ວນປ່ຽນແປງ ບັນຊີຜູ້ສະໜອງ ແລະ ໜີ້ຕ້ອງສົ່ງອື່ນໆ
. ມູນຄ່າສ່ວນເກີນ ຫລື ສ່ວນຫລຸດຈາກການຂາຍຊັບສົມບັດຄົງທີ່ ນອກອາກອນ
ກະແສເງິນສົດລວມ ທີ່ຕິດພັນກັບການທຸລະກິດ (ກ)    
ກະແສເງິນສົດລວມ ທີ່ຕິດພັນກັບການລົງທຶນ
 . ຈ່າຍເງິນອອກ ຊື້ຊັບສົມບັດຄົງທີ່
 . ຮັບເງິນເຂົ້າ ຈາກການຂາຍຊັບສົມບັດຄົງທີ່
 . ຜົນກະທົບຂອງສ່ວນປ່ຽນແປງຂອດຂອງການລວມກິດຈະການ (1)
ກະແສເງິນສົດລວມສຸດທິ ຈາກການລົງທອນ (ຂ)    
ກະແສເງິນສົດລວມທີ່ຕິດພັນກັບການປະກອບທຶນ
 . ເງິນປັນຜົນຈ່າຍໃຫ້ຜູ້ຖືຫຸ້ນ
 . ເພີ່ມທຶນຂື້ນ ເປັນເງິນຮັບເຂົ້າຄັງ
 . ຮັບເງິນ ຈາກການຈຳໜ່າຍພັນທະບັດ, ກູ້ຢືມ
 . ທົດແທນ ເງິນກູ້ຢືມ ແລະ ໜີ້ປະເພດດຽວກັນ
ກະແສເງິນສົດ ລວມສຸດທິ ຈາກການປະກອບທຶນ (ຄ)    
ສ່ວນປ່ຽແປງເງິນສົດລວມໃນປີ (ກ + ຂ + ຄ)    
ເງິນສົດລວມຕົ້ນປີ
ເງິນສົດລວມທ້າຍປີ
ຜົນກະທົບ ຂອງສ່ວນປ່ຽນແປງອັດຕາແລກປ່ຽນເງິນຕາຕ່າງປະເທດ (1)
ສ່ວນປ່ຽນແປງເງິນສົດລວມ    

3. ບັນດາລະບົບການບັນທຶກບັນຊີ

ການເລືອກເພັ້ນລະບົບການບັນທຶກບັນຊີມີສາມລະບົບດ້ວຍກັນ

-ລະບົບມານຖານທີ່ນໍາໃຊ້ບັນຊີປະຈຳວັນຫົວດຽວ

– ລະບົບມານຖານທີ່ນໍາໃຊ້ບັນຊີປະຈໍາວັນສໍາຮອງຫລາຍຫົວ

– ລະບົບລວມສູນທີ່ນໍາໃຊ້ປື້ມປະຈໍາວັນສໍາຮອງຫຼາຍຫົວ

3.1. ລະບົບມາດຕະຖານທີ່ນຳໄຊ້ປື້ມບັນຊີປະຈຳວັນຫົວດຽວ

ລະບົບມາດຖານທີ່ນໍາໃຊ້ບັນຊີປະຈໍາວັນຫົວດຽວ ແມ່ນການດໍາເນີນຕາມບາດກ້າວເດີມອັນດຽວກັນກັບດັ່ງທີ່ໄດ້ສະເໜີມາແລ້ວກ່ຽວກັບວົງຈອນ (ບັນດາຮອບວຽນການບັນຊີ)ດັງແຜນວາດດັ່ງຕໍ່ໄປນີ້)

3.1.1. ການກະກຽມເອກະສານໃນການລົງບັນຊີ

ການກະກຽມກ່ອນການລົງບັນຊີ ແມ່ນການສະແດງອອກດ້ວຍການບັນທຶກລາຍການໃນເບື້ອງຕົ້ນໂດຍໃຫ້ຈຳນວນ ເງິນຈົດໜີ້ແລະຈົດມີຢູ່ໃນລະດັບຕໍ່າສຸດ, ວິທີນີ້ອາດຈະຈົດຢູ່ໃນເອກະສານພື້ນຖານເລີຍກໍ່ໄດ້ຫລືບໍ່ດັ່ງນັ້ນກໍ່ຕ້ອງໄດ້ສ້າງເອກະສານບັນຊີຂື້ນເຊີ່ງເອີ້ນຕາມເນື້ອໃນວ່າ: ‘’ໃບຈົດ ຕົວເລກເຂົ້າບັນຊີ, ໃບກະກຽມກ່ອນການລົງບັນຊີ ຫລື ບັດຜ່ານບັນຊີ’’.

ຕົວຢ່າງ: ຈ່າຍເງິນສົດຊື້ປື້ມ 20,000 ກີບ, ຄ່າໜັງສືພິມ 30,000 ກີບ, ຄ່າຂົນສົ່ງ 15,000 ກີບ, ຄ່າໂທລະສັບ 80,000 ກີບ, ຄ່ານໍ້າດື່ມບໍລິສຸດ 20,000 ກີບ.

ບໍລິສັດ: …………………………………………..

ການບັນຊີ-ການເງິນ: ………………………………

ບັດຜ່ານບັນຊີ ເລກທີ: 0084N.075 ມູນຄ່າບັນຊີ
ໃບຢັ້ງຢືນ າຍການ ບັນຊີໜີ້ ບັນຊີມີ ໜີ້ ມີ
ເລກທີ ວັນທີ ເລກບັນຊີ ຍ່ອຍ ເລກບັນຊີ ຍ່ອຍ DR CR
087 28/08 ຄ່າເຄື່ອງໃຊ້ຫ້ອງການ 606 3 20,000
098 28/08 ຈ່າຍຄ່າໜັງສືພິມ 623 3 30,000
158 28/08 ຄ່າຂົນສົ່ງ 624 3 15,000
258 29/08 ຄ່າໂທລະສັບ 626 3 80,000
077 29/08 ຄ່ານໍ້າດື່ມບໍລິສຸດ 658 20,000
082 29/08 ຈ່າຍເງິນສົດ 571 165,000
ຈ່າຍ ກວດກາ ການບັນຊີ-ການເງິນ
oting Officer udited Pass ccounting-Finance

ປື້ມບັນຊີປະຈຳວັນທົ່ວໄປ

ວ.ດ.ປ ໃບຢັ້ງຢືນ ເນື້ອໃນລາຍການ ເລກໝາຍບັນຊີ ຈຳນວນເງິນ
ລ/ທ ວ/ທ ໜີ້ ມີ ໜີ້ ມີ
31/08 075 28.08 ຄ່າເຄື່ອງໃຊ້ຫ້ອງການ 6063 20,000
ຈ່າຍຄ່າໜັງສືພິມ 6233 30,000
ຄ່າຂົນສົ່ງ 6242 15,000
ຄ່າໂທລະສັບ 6263 80,000
ຄ່ານໍ້າດື່ມບໍລິສຸດ 658 20,000
ຄ່າຍເງິນສົດ 571 165,000
ວມມູນຄ່າ     165,000 165,000
3.1.2. ການສ້າງປື້ມບັນຊີໃຫຍ່ສໍາຮອງ

ວິທີການນີ້ມີຄວາມສຳຄັນກ່ວາໝູ່ ໃນການປັບປຸງສະເພາະວິສາຫະກິດ ທີ່ມີແຜນຜັງການບັນຊີລະອຽດສົມ ຄວນຄື: ມີການເປີດບັນຊີສຳລັບແຕ່ລະລູກຄ້າ ຫລື ແຕ່ລະຜູ້ສະໜອງ.

ບັນດາລາຍການທີ່ໄດ້ບັນທຶກ ຢູ່ໃນປື້ມບັນຊີປະຈຳວັນຈະໄດ້ຍົກຍອດໄປສອງບ່ອນຄື: ຢູ່ໃນປື້ມບັນຊີລວມ (ປື້ມບັນ ຊີໃຫຍ່ທົ່ວໄປ ແລະ ຢູ່ໃນບັນຊີບຸກຄົນ ຫລື ບັນຊີໃຫຍ່ສຳຮອງ) ຈາກປື້ມບັນຊີໃຫຍ່ສຳຮອງແຕ່ລະຫົວຈະ ໄດ້ສັງລວມ ເຂົ້າກັນ ເພື່ອສ້າງໃບດຸ່ນດ່ຽງສຳຮອງທີ່ເອີ້ນວ່າ: ໃບສັງລວມຕາມຊື່ ຍອດລວມທັງໝົດທີ່ຄິດໄລ່ອອກຢູ່ ໃນໃບສັງ ລວມຕົວເລກດັ່ງກ່າວນີ້ (ລວມຍອດບັນດາຕົວເລກ ຫລື ຂອງແຕ່ລະບັນຊີ) ຕ້ອງກົງກັບຕົວເລກຂອງບັນຊີ ລວມທີ່ສະແດງອອກຢູ່ໃນໃບດຸ່ນດ່ຽງທົ່ວໄປ.

ປື້ມບັນຊີໃຫຍ່ທົ່ວໄປລູກຄ້າ

ໜີ້                      4211                                  ມີ
5,000 8,000
15,000 6,000
16,000 5,000
35,000 17,000
91,000 36,000
ຍອດເຫລືອ ໜີ້ 55,000

3.2. ລະບົບລວມສູນທີ່ນຳໄຊ້ປື້ມບັນຊີປະຈໍາວັນຫົວດຽວ

– ການແບ່ງງານຕາມພາກສ່ວນ.

– ການແບ່ງງານຕາມໄລຍະເວລາ.

3.2.1. ການແບ່ງງານຕາມພາກສ່ວນ.

ແມ່ນການແຍກປື້ມບັນຊີປະຈໍາວັນອອກເປັນຫຼາຍປື້ມບັນຊີປະຈໍາວັນລາຍລະອຽດຕາມແຕ່ລະລາຍການເອີ້ນວ່າປື້ມບັນຊີປະຈໍາວັນສໍາຮອງ ແລະນອກຈາກນັ້ນຍັງມີປື້ມບັນຊີໃຫຍ່ທົ່ວໄປ ແລະປື້ມບັນຊີໃຫຍ່ສໍາຮອງເປັນຫຼາຍຫົວອີກ.

3.2.2. ການແບ່ງງານຕາມໄລຍະ.

ການບັນຊີສໍາຮອງ (ບັນຊີລະອຽດ) ແມ່ນການດໍາເນີນການລົງບັນຊີບັນດາລາຍການເຄື່ອນໃຫວທີ່ເກີດຂື້ນເຂົ້າປື້ມ ບັນຊີປະຈໍາວັນສໍາຮອງ ແລະ ຍົກຍອດໄປເຂົ້າປື້ມບັນຊີໃຫຍ່ສໍາຮອງ(ບັນຊີບຸກຄົນເປັນປະຈໍາແຕ່ລະວັນ. ການດໍາ ເນີນການດັ່ງກ່າວຊ່ວຍໃຫ້ຕິດຕາມການເຄື່ອນໃຫວປ່ຽນແປງຍອດເຫຼືອຂອງບັນຊີບຸກຄົນໄດ້ຢ່າງເປັນປະຈໍາ.

ການບັນຊີທົ່ວໄປ:ບັນຊີລວມ ແມ່ນການດໍາເນີນບັນຊີເປັນໄລຍະໂດຍທົ່ວໄປແລ້ວ ແມ່ນທຸກໆເດືອນ ເຊິ່ງແມ່ນການ ລວມຍອດຕົວເລກຂອງປື່ມບັນຊີປະຈໍາວັນສໍາຮອງ ແລະ ມີການລວມສູນຕົວເລກລວມຍອດດັ່ງກ່າວເຂົ້າປື້ມບັນ ຊີປະຈໍາວັນສໍາຮອງທັງໝົດແລ້ວນຳໄປສ້າງໃບສັງລວມບຸກຄົນ ແລະ ສ້າງໃບດຸ່ນດ່ຽງທົ່ວໄປ.

ຄວານເອົາໃຈໃສ່:ກ່ຽວກັບການຈົດກ່າຍລາຍການດຽວເຂົ້າປື້ມບັນຊີປະຈໍາວັນສໍາຮອງສອງຫົວ

ຕົວຢ່າງ:

– ຈ່າຍເງິນສົດຊື້ເຄື່ອງໃຊ້ຫ້ອງການ

– ຂາຍສິນຄ້າໄດ້ຮັບເປັນເງິນສົດ

– ຖອນເງິນສົດຈາກທະນາຄານ

– ມອບເງິນສົດເຂົ້າທະນາຄານ

ພື່ອຫຼີກເວັ້ນການຈົດກ່າຍລາຍການດັ່ງກ່າວຊໍ້າກັນຕ້ອງນໍາໃຊ້ບັນຊີ (59 ໂອນສະສາງພາຍໃນ)ເຊິ່ງມີເນີ້ໃນດັ່ງນີ້:

– ບັນຊີ 591 ໃຊ້ສໍາລັບພົວພັນກ່ຽວກກັບການມອບເງິນສົດເຂົ້າທະນາຄານ ແລະຖອນເງິນ ສົດຈາກທະນາຄານເຂົ້າ ຄັງເງິນສົດ

– ບັນຊີ  592 ໃຊ້ສໍາລັບພົວກ່ຽວກັບການຈ່າຍເງິນສົດ ຫຼື ເງິນຝາກເຊິ່ງມີເນື້ອໃນພົວພັນເຖິງບັນດາລາຍການຊື້ (ບັນຊີປະເພດ 6 )

–   ບັນຊີ  593 ໃຊ້ສໍາລັບພົວພັນກ່ຽວກັບລາຍຮັບທີ່ເປັນເງິນສົດຫຼືເງິນຝາກທະນາຄານ ເຊິ່ງມີເນື້ອໃນພົວພັນເຖິງ ບັນດາລາຍການຂາຍ (ບັນຊີປະເພດ 7)

4. ບັນດາຂໍ້ຜິດພາດ

4.1. ຕົ້ນເຫດຂອງຂໍ້ຜິດພາດ

– ຢູ່ໃນປື້ມບັນຊີປະຈໍາວັນ. ຂໍ້ຜິດພາດທີ່ຈະເກີດຂື້ນແມ່ນຢູ່ໃນສອງກໍລະນີຄື: ຂໍ້ຜິດພາດຈາການລົງບັນຊີ ແລະ ຂໍ້ຜິດພາດຈາກການຈົດຈໍານວນເງິນເຊັ່ນ: ເລກສູນບໍ່ພໍ, ເລກສູນເກີນ, ຈົດປີ້ນກັນ ແລະຂໍ້ຜິດພາດຈາການລວມ ຍອດຕົວເລກ.

– ຂໍ້ຜິດພາດໃນປື້ມບັນຊີໃຫຍ່. ອາດຈະເກີດຈາກຍອດຍົມາຈາກປື້ມບັນຊີປະຈໍາວັນໄປຫາບັນຊີໃຫຍ່ອາດຈະມີການ ຫຼົງລືມ ຫຼື ມີການຍົກໄປສອງເທື່ອຫຼືອາດມີການຍົກໄປໃສ່ບັນຊີໜຶ່ງ ແທ່ນທີ່ຈະຍົກໄປໃສ່ບັນຊີໜຶ່ງ, ຈົດຈໍານວນຜິດ ແລະການລວມຍອດບັນຊີຜິດ.

– ຂໍ້ຜິດພາດໃນໃບດຸ່ນດ່ຽງ.ອາດເກີດຈາກການຈົດກ່າຍບັນຊີເຊັ່ນ: ຈຳນວນລວມຍອດຍົກມາ ຈາກໃບດຸ່ງດ່ຽງຂໍ້ ຜິດພາດໃນການຄິດໄລ່ໃນດ້ານໜີ້ ແລະດ້ານມີຫຼືການຄິດໄລ່ຍອດເຫຼືອ.

4.2. ການດັດແກ້ຂໍ້ຜິດພາດ

ຜ່ານບັນຊີປີ້ນກັບ

ວັນທີ ຢັ້ງຢືນ ນື້ອໃນລາຍການ ລກບັນຊີ ຈໍານວນເງິນ
ໜີ້ ມີ ໜີ້ ມີ
10/7 ເລກທີ ວັນທີ ຄັງເງິນສົດເປັນເງິນກີບ 571 3.000.000
ລູກຄ້າຕິດໜີ້ 421 3.000.000
ລາຍການດັດແກ້
30/7 ລູກຄ້າຕິດໜີ້ 421 3.000.000
ຄັງເງິນສົດເປັນເງິນກີບ 571 3.000.000
30/7 ຄັງເງິນສົດເປັນເງິນກີບ 571 300.000
ລູກຄ້າຕິດໜີ້ 421 300.000

ທີຈົດດ້ວຍເລກລົບ

ວັນທີ ຢັ້ງຢືນ ນື້ອໃນລາຍການ ເລກບັນຊີ ຈໍານວນເງິນ
ໜີ້ ມີ ໜີ້ ມີ
10/7 ເລກທີ ວັນທີ ຄັງເງິນສົດເປັນເງິນກີບ 571 3.000.000
ລູກຄ້າຕິດໜີ້ 421 3.000.000
ລາຍການດັດແກ້
30/7 ລູກຄ້າຕິດໜີ້ 421 500.000
ຄັງເງິນສົດເປັນເງິນກີບ 571 500.000