1. ແຜນຜັງການບັນຊີທົ່ວໄປ
ແຜນຜັງການບັນຊີ: ຜນຜັງການບັນຊີທົ່ວໄປໄດ້ແບ່ງອອກເປັນ 3 ຈຸ, 8 ປະເພດຄື:
1.1. ຈຸບັນຊີ(Accounting Group)
– ຈຸທີ1: ແມ່ນລວມເອົາບັນດາບັນຊີປະເພດ 1-5 ເອີ້ນວ່າບັນຊີ: ສະພາບການ ເຊິ່ງບັນດາບັນຊີດັ່ງກ່າວແມ່ນສະແດງອອກໃນໃບສະຫຼຸບຊັບສົມບັດ (Balance sheet/Asset Report)– ຈຸທີ2: ແມ່ນລວມເອົາບັນດາບັນຊີປະເພດ 6-7 ເອີ້ນວ່າບັນຊີຄຸ້ມຄອງເຊິ່ງແມ່ນບັນດາບັນຊີທີ່ສະແດງອອກຢູ່ໃນໃບລາຍງານຜົນໄດ້ຮັບ (Income statement ) ກໍາໄລຫລືຂາດທຶນ
– ຈຸທີ3: ແມ່ນບັນຊີປະເພດ9 ເອີ້ນວ່າບັນຊີ: ວິໃຈ
1.2. ປະເພດຂອງບັນຊີ(Accounting Type)
– ປະເພດທີ1: ແມ່ນບັນຊີປະເພດທຶນຕົນເອງ ແລະ ເງິນກູ້ຍືມເພື່ອປະກອບທຶນ
– ປະເພດທີ2: ແມ່ນຊັບສົມບັດຄົງທີ່
– ປະເພດທີ3: ແມ່ນບັນຊີເຄື່ອງໃນສາງ
– ປະເພດທີ4: ແມ່ນບັນດາໜີ້ຕ້ອງຮັບ ແລະໜີ້ຕ້ອງສົງຂອງພາຍໃນວິສາຫາກິດຕໍ່ພາກສ່ວນພາຍນອກ
– ປະເພດທີ5: ແມ່ນບັນຊີບັນດາລາຍການລໍຖ້າຊໍາລະສະສາງ ແລະຄັງເງິນລວມ
– ປະເພດທີ6: ແມ່ນບັນຊີບັນດາລາຍຈ່າຍຂອງວິສາຫາກິດ
– ປະເພດທີ7: ແມ່ນບັນດາບັນຊີລາຍຮັບຂອງວິສາຫາກິດ
– ປະເພດທີ9: ແມ່ນບັນຊີວິໃຈ
| ບັນຊີໃດໜື່ງອາດຈະ | |||||
| ບັນຊີສະພາບການ | ບັນຊີຄຸ້ມຄອງ | ||||
| ຊັບສິນ | ໜີ້ສິນ | ລາຍຈ່າຍ | ລາຍຮັບ | ||
| ປະເພດ 2 | ປະເພດ 1 | ປະເພດ 6 | ປະເພດ 7 | ||
| ປະເພດ 3 | ປະເພດ 4 | ||||
| ປະເພດ 4 | ປະເພດ 5 | ||||
| ປະເພດ 5 | |||||
2. ການໃສ່ເລກລະຫັດບັນຊີ
ຫຼັກການ: ເລກໝາຍ ແລະ ຊື່ບັນຊີຊ່ວຍໃຫ້ຈຳແນກລາຍການເກີດຂື້ນ ແລະ ລົງບັນຊີຕາມລັກນະເນື້ອໃນ ໂຄງປະ ກອບຕາມແບບທົດສະນິຍົມຊ່ວຍໃຫ້ຈຳແນກບັນດາລາຍການເຄື່ອນໃຫວຕ່າງໆ ອອກເປັນຈໍານວນໃຫຍ່ໆ ແລະຍັງຊ່ວຍໃຫ້ມີການຈຳແນກບັນຊີຈໍາພວກດຽວກັນອອກເປັນຫຼາຍບັນຊີຕື່ມອີກ
ຕົວຢ່າງ: 2 ຊັບສົມບັດຄົງທີ່
21 ຊັບສົມບັດຄົງທີ່ມີຕົວຕົນຮັບໃຊ້ການທຸລະກິດ
213 ເຄື່ອງຈັກ ແລະ ວັດຖຸອຸປະກອນ ແລະ 2131 ເຄື່ອງຈັກການກະເສດ
3. ລະບຽບພື້ນຖານໃນການຖືບັນຊີ
ທຸກຫົວໜ່ວຍທຸລະກິດເອກະລາດຕ້ອງໄດ້ປະຕິບັດຕາມລະບຽບການດັ່ງລຸ່ມນີ້:
– ລະບຽບທີ1: ຖືບັນຊີເປັນພາສາລາວ ແລະ ເປັນຫົວໜ່ວຍເງິນຕາພາຍໃນປະເທດ(ເປັນເງິນກີບ)
– ລະບຽບທີ2: ນໍາໃຊ້ເຕັກນິກການບັນຊີຄູ່, ເຕັກນິກດັ່ງກ່າວຮັບປະກັນການດຸ່ນດ່ຽງລະຫວ່າງບັນດາລາຍການເຄື່ອນໃຫວເບື້ອງໜີ້ ແລະ ເບື້ອງມີ
| ລວມຍອດເບື້ອງ ໜີ້ | = | ລວມຍອດເບື້ອງ ມີ |
– ລະບຽບທີ3: ທຸກລາຍການລົງບັນຊີຕ້ອງມີການຢັ້ງຢືນດ້ວຍເອກະສານຕ້ອງໄດ້ໝາຍບັນຊີ,ເດືອນ, ປີ ແລະລົງເລກບັນຊີຕາມລໍາດັບທີ່ໄດ້ກໍານົດໃວ້ ແລະຕ້ອງໄດ້ຮັກສາເອກະສານຢັ້ງຢືນໃວ້ເປັຍຢ່າງດີ
– ລະບຽບທີ4: ຕ້ອງໄດ້ລົງບັນຊີບັນດາລາຍການຕາມລໍາດັບເວລາແລະ ເຫດການທີ່ເກີດຂື້ນຢູ່ໃນບັນດາປື້ມບັນຊີແລະປື້ມຕິດຕາມທີ່ ເຊິ່ງມັນຈຳເປັນບອນອີງ ໃນການສ້າງເອກະສານລາຍງານສັງເຄາະ
– ລະບຽບທີ່5: ແຕ່ລະປີຕ້ອງໄດ້ດໍາເນີນການກວດກາ, ຜ່ານການກວດນັບບັນຊີຕົວຈິງ ແລະມູນຄ່າຕົວຈິງຂອງອົງປະກອບຊັບສິນ ແລະໜີ້ສິນຂອງວິສາຫາກິດ
– ລະບຽບທີ6: ແຕ່ລະລາຍຈ່າຍການລົງບັນຊີຕ້ອງໄດ້ກໍານົດຈະແຈ້ງຕົ້ນກຳເນີດ, ເນື້ອໃນແລະຕ້ອງມີເອກະສານຢັ້ງຢືນຕິດຄັດມາ
– ລະບຽບທີ7: ບັນດາເອກະສານບັນຊີ ກໍຄືໃບຢັ້ງຢືນຕ່າງໆຕ້ອງໄດ້ເກັບຮັກສາເວ້ເປັນກໍານົດເວລາ10 ປີເລີ່ມແຕ່ທ້າຍປີທີ່ເອກະສານອອກ ເພື່ອຈະໃຊ້ເປັນຫລັກຖານອ້າງອີງໃນກໍລະນີທີ່ມີການກວດກາຈາກອົງການທີ່ມີສິດອໍານາດ.
– ລະບຽບທີ8: ການບັນຊີຂອງຫົວໜ່ວຍທຸລະກິດເອກະລາດໃດໜື່ງຕ້ອງມີການຈັດຕັ້ງເຮັດແນວຈະຊ່ວຍໃຫ້ມີການຄວບຄຸມບັນຊີໃຫ້ເປັນທີ່ໜ້າເຊື່ອຖືໄດ້ທັງນີ້ກໍເພື່ອປ້ອງກັຍບໍ່ໃຫ້ມີການປ່ຽນແປງ ແລະຫຼີກເວັນການຜິດພາດ
