1. ການເຄື່ອນໄຫວທາງດ້ານທຸລະກິດ (Business Transaction)
ການເຄື່ອນໄຫວທາງດ້ານທຸລະກິດ ແມ່ນໝາຍເຖິງການເຄື່ອນໄຫວຕ່າງໆ ຂອງທຸລະກິດເຊັ່ນ: ການຊື້-ການຂາຍ, ການແລກປ່ຽນ, ການເຄື່ອນໄຫວກ່ຽວກັບລາຍຮັບ-ລາຍຈ່າຍເງິນ, ລວມທັງການເຄື່ອນໄຫວຂອງບັນດາສິນຄ້າ ໃນສາງ ທີ່ຖືກຕີມູນຄ່າເປັນເງິນລະຫວ່າງກິດຈະການແລະບຸກຄົນ/ນິຕິບຸກຄົນທັງພາຍໃນແລະພາຍນອກວິສາຫະກິດຕົວຢ່າງ: ທ່ານ ບຸນເກີດ ອິນທະນຸດເປີດຮ້ານຊື່-ຂາຍຄອມພິວເຕີມືໜື່ງ ແລະ ມືສອງ ລວມທັງບໍລິການສ້ອມແປງຄອມພິວເຕີທຸກລຸ້ນ, ທຸກຍີ່ຫໍ້. ສະນັ້ນ, ການເຄື່ອນໄຫວຂອງລາວປະກອບມີດັ່ງນີ້:
- ລົງທຶນເປັນເງິນສົດ ຫລື ສີ່ງທີ່ຈຳເປັນໃນການປະກອບກິດຈະການ.
- ຊື້ຊັບສິນຕ່າງໆທີ່ຈຳເປັນຕ້ອງໃຊ້ (ເຄື່ອງໃຊ້ຫ້ອງການ, ສິນຄ້າ ແລະ ອຸປະກອນອື່ນໆ).
- ການຂາຍສິນຄ້າ ແລະ ການບໍລິການ ເຊີ່ງອາດເປັນເງິນສົດ, ເງິນຜ່ອນ ຫລື ອາດເປັນຕິດໜີ້.
- ຈ່າຍເງິນສົດເພື່ອຊຳລະໜີ້ ຫລື ຮັບເງິນຊໍາລະໜີ້ຈາກລູກຄ້າ.
- ຈ່າຍເງິນສຳລັບຄ່າໃຊ້ຈ່າຍຕ່າງໆ.
- ຮັບຈາກລາຍໄດ້ຕ່າງໆ.
- ກູ້ຢືມຈາກພາຍນອກ, ຊໍາລະໜີ້ ແລະ ດອກເບ້ຍ.
2. ລາຍການເຄື່ອນໄຫວທີ່ບໍ່ລົງບັນຊີ (Non Accounting Transaction)
ການເຄື່ອນໄຫວທີ່ບໍ່ລົງບັນຊີ ແມ່ນການເຄື່ອນໄຫວທີ່ບໍ່ກໍ່ໃຫ້ເກີດການເຄື່ອນໄຫວທາງດ້ານການເງິນ ຫລື ການທີ່ບໍ່ກໍ່ໃຫ້ເກີດລາຍຮັບ-ລາຍຈ່າຍ, ບໍ່ກໍ່ໃຫ້ເກີດການໂອນຊັບສິນຕ່າງໆເຊັ່ນ: ທ່ານ ສົມຈິດ ວິລະພັນ ໄດ້ທຳການ ຈັດສັນສິນຄ້າໃນສາງໃຫ້ມີຄວາມເປັນລະບຽບ, ການຕ້ອນຮັບລູກຄ້າທີ່ມາຕິດຕໍ່ພົວພັນ, ການເຊື້ອເຊີນໃຫ້ມີການເຂົ້າຊົມສິນຄ້າ ແລະ ບໍລິການໃນຮ້ານ, ການສົ່ງໃບທວງໜີ້ໃຫ້ກັບລູກຄ້າ… ບັນດາລາຍຈ່າຍເຫລົ່ານີ້ກໍ່ຈະບໍ່ຖືເປັນການ ເຄື່ອນໄຫວທາງດ້ານການບັນຊີ.
3. ການຄິດໄລ່ລາຍການເຄື່ອນໄຫວຂອງທຸລະກິດ
ກ່ອນຈະທຳການບັນທຶກລາຍການເຄື່ອນໄຫວທາງດ້ານການບັນຊີ ລົງໃນປື້ມບັນຊີ, ກ່ອນອື່ນຕ້ອງແຍກລາຍ ການເຄື່ອນໄຫວໃຫ້ໄດ້ເສຍກ່ອນ, ຖ້າແຍກລາຍການເຄື່ອນໄຫວທີ່ຖືກຕ້ອງ ກໍ່ຈະສາມາດລົງບັນຊີໄດ້ຢ່າງຖືກຕ້ອງ ແລະ ກົງກັນຂ້າມ, ໃນການວິໄຈລາຍການເຄື່ອນໄຫວທຸລະກິດຈະຕ້ອງຄົ້ນຄ້ວາໃຫ້ເຂົ້າໃຈວ່າລາຍການເຄື່ອນໄຫວດັ່ງກ່າວນັ້ນແມ່ນຫຍັງ ?. ແຕ່ລະລາຍການນັ້ນໄດ້ມີສ່ວນຊ່ວຍເຮັດໃຫ້ຊັບສິນ, ໜີ້ສິນ ແລະ ທຶນມີສ່ວນປ່ຽນແປງ ແນວໃດ ?. ແລະ ບາງຄັ້ງອາດຈະມີການປ່ຽນແປງສະເພາະ ສ່ວນທີ່ເປັນຊັບສິນເທົ່ານັ້ນສ່ວນທີ່ເປັນໜີ້ສິນ ແລະ ທຶນອາດບໍ່ມີການປ່ຽນແປງ.
ຕາມປົກກະຕິແລ້ວ ຊັບສິນເພີ່ມຂື້ນມັກຈະເຮັດໃຫ້ມີການເພີ່ມຂື້ນ ແລະ ເມື່ອຊັບສິນຫລຸດລົງກໍ່ມັກຈະເຮັດທຶນຫລຸດລົງເຊັ່ນດຽວກັນ ດັ່ງຕົວຢ່າງເຊັ່ນ:
| ຊັບສິນ | = | ໜີ້ສິນ | + | ທຶນ (ສ່ວນທີ່ເປັນເຈົ້າຂອງ) |
| 100,000,000 | = | 10,000,000 | + | 90,000,000 |
| 140,000,000 | = | 10,000,000 | + | 130,000,000 |
| 90,000,000 | = | 10,000,000 | + | 80,000,000 |
ຕົວຢ່າງ:ກ່ຽວກັບການເຄື່ອນໄຫວທຸລະກິດ
ໃນວັນທີ 01/01/2010 ວິທະຍາໄລ ໄອທີ ໄຊຈຳປາ ໄດ້ລົງທຶນໃນການປະກອບກິດຈະການ ‘’ການບໍລິການ ການສຶກສາລະດັບຊັ້ນສູງ’’ ໂດຍມີການເຄື່ອນໄຫວທຸລະກິດດັ່ງລຸ່ມນີ້:
| 1) ນຳເງິນສົດມາລົງທຶນໃນການກິດຈະການໃນມູນຄ່າ | 6,000,000,000 ກີບ |
| 2) ຊື້ຄອມພິວເຕີ ເຊີ່ງໄດ້ຈ່າຍເງິນສົດຂອງກິດຈະການອອກໄປ | 2,000,000,000 ກີບ |
| 3) ຊື້ເຄື່ອງໄຊ້ສຳນັກງານອື່ນໆ (ຕິດໜີ້) | 1,000,000,000 ກີບ |
| 4) ຈ່າຍເງິນສົດ ເພື່ອການຊຳລະໜີ້ຄ່າເຄື່ອງໃຊ້ຫ້ອງການ | 700,000,000 ກີບ |
| 5) ໄດ້ຮັບເງິນສົດຈາກການບໍລິການຄ່າເທີມຮຽນຂອງລູກຄ້າ | 220,000,000 ກີບ |
| 6) ລູກຄ້າຕິດໜີ້ຄ່າ ບໍລິການເທີມຮຽນ | 500,000,000 ກີບ |
| 7) ໄດ້ຮັບເງິນສົດຈາກການຊຳລະໜີ້ລູກຄ້າ ທີ່ມາໃຊ້ບໍລິການ | 400,000,000 ກີບ |
ຈາກຕົວຢ່າງຂ້າງເທິງຈະສັງເກດເຫັນວ່າ:
| 1) ຊັບສິນເປັນເງິນສົດ | ເພີ່ມຂື້ນ | 6,000,000,000 ກີບ |
| ທຶນເປັນເງິນສົດ | ເພີ່ມຂື້ນ | 6,000,000,000 ກີບ |
| 2) ຊັບສິນເປັນເງິນສົດ | ຫລຸດລົງ | 2,000,000,000 ກີບ |
| ຊັບສິນ (ເຄື່ອງຈັກສ້ອມແປງ) | ເພີ່ມຂື້ນ | 2,000,000,000 ກີບ |
| 3) ຊັບສິນ (ເຄື່ອງໃຊ້ສຳນັກງານ) | ເພີ່ມຂື້ນ | 1,000,000,000 ກີບ |
| ໜີ້ສິນຈາກຜູ້ສະໜອງ | ເພີ່ມຂື້ນ | 1,000,000,000 ກີບ |
| 4) ຊັບສິນເບື້ອງເງິນສົດ | ຫລຸດລົງ | 700,000,000 ກີບ |
| ໜີ້ສິນຈາກຜູ້ສະໜອງ | ຫລຸດລົງ | 700,000,000 ກີບ |
| 5) ຊັບສິນເປັນເງິນສົດ | ເພີ່ມຂື້ນ | 220,000,000 ກີບ |
| ທຶນເປັນເງິນສົດ | ເພີ່ມຂື້ນ | 220,000,000 ກີບ |
| 6) ຊັບສິນ (ໜີ້ຕ້ອງຮັບ/ລູກຄ້າ) | ເພີ່ມຂື້ນ | 500,000,000 ກີບ |
| ທຶນ (ໜີ້ຕ້ອງຮັບ) | ເພີ່ມຂື້ນ | 500,000,000 ກີບ |
| 7) ຊັບສິນເບື້ອງເງິນສົດ | ເພີ່ມຂື້ນ | 400,000,000 ກີບ |
| ຊັບສິນ (ໜີ້ຕ້ອງຮັບ) | ຫລຸດລົງ | 400,000,000 ກີບ |
4. ການກໍ່ໃຫ້ເກີດລາຍຮັບ ແລະ ລາຍຈ່າຍ (Income-Payment Transaction)
ໃນການປະກອບທຸລະກິດທຸກຊະນິດ ຈະມີລູກຄ້າມາຊື້ສິນຄ້າ ແລະ ຮັບບໍລິການຈາກຜູ້ປະກອບການແຕ່ ລະລາຍເຊັ່ນ: ກິດຈະການຂາຍເຄື່ອງກໍ່ສ້າງ, ລູກຄ້າຈະມາຊື້ສິນຄ້າ ແລະ ການບໍລິການອາດຈະມີແນວໂນ້ມເພີ່ມຂື້ນ ສຸດ ແລ້ວແຕ່ຄວາມບໍ່ເພີ່ງພໍໃຈຂອງລູກຄ້າ ບໍ່ວ່າຈະເປັນທາງດ້ານລາຄາ, ຕະຫລອດຮອດການບໍລິການຂອງເຈົ້າຂອງ ເອງ ແລະ ພະນັກງານຂອງວິສາຫະກິດນັ້ນ. ດັ່ງນັ້ນ, ການຈ່າຍຄ່າໃຊ້ຈ່າຍໃດໜື່ງອອກໄປກໍ່ເພື່ອເຮັດໃຫ້ລາຍຮັບກັບ ມາ, ເຊີ່ງຈະໄດ້ຮັບກັບມາໃນຮູບແບບຂອງເງິນສົດ ຫລື ຊັບສິນອື່ນໆ.
| ຕົວຢ່າງ: | ຊື່ທຸລະກິດ | ປະເພດລາຍໄດ້ |
| 1) ສຳນັກງານການແພດ (Clinic) | ລາຍໄດ້ຈາກການບໍລິການ ປີ່ນປົວພະຍາດ | |
| 2) ທະນາຄານ | ລາຍໄດ້ຈາກການ ບໍລິການດ້ານການເງິນ | |
| 3) ຮ້ານຂາຍເຄື່ອງໃຊ້ທົ່ວໄປ | ລາຍໄດ້ຈາກການ ຂາຍສິນຄ້າ | |
| 4) ບໍລິສັດການບິນລາວ | ລາຍໄດ້ຈາກການ ບໍລິການຂົນສົ່ງໂດຍສານ | |
| 5) ໂຮງເລື່ອຍ | ລາຍໄດ້ຈາກການຂາຍຜະລິດຕະພັນໄມ້ | |
| 6) ຕົວແທນນາຍໜ້າ | ລາຍໄດ້ຈາກການ ບໍລິການຂາຍ ແລະ ອື່ນໆ | |
| 7) ໂຮງງານຜະລິດນໍ້າດື່ມບໍລິສຸດ | ລາຍໄດ້ຈາກການຂາຍຜະລິດຕະພັນນໍ້າ | |
| 8) ໂຮງແຮມ, ບ້ານພັກ, ເຮືອຮພັກ | ລາຍໄດ້ຈາກການຂສຍບໍລິການຫ້ອງເຊົ່າ | |
| 9) ຮ້ານເສີມຄວາມງານ | ລາຍໄດ້ຈາກການບໍລິການເສີມຄວາມງານ | |
| 10) ໂຮງງານຜະລິດຊີມັງ | ລາຍໄດ້ຈາກການຂາຍຜະລິດຕະພັນ ຊີມັງ |
5. ວິທີບັນທຶກ ແລະ ການຈົດກ່າຍບັນຊີ (Noting Approach)
ໃນຫົວຂໍ້ທີ່ຜ່ານມາ ພວກເຮົາໄດ້ທຳການສຶກສາເຖິງລາຍລະອຽດເລັກນ້ອຍໃນການສ້າງໃບສະຫລຸບຊັບສົມ ບັດແລະກໍ່ຮູ້ວ່າ: ທຸກຄັ້ງທີ່ມີການເຄື່ອນໄຫວທາງດ້ານທຸລະກິດເກີດຂື້ນ ໃບສະຫລຸບຊັບສົມບັດຈະມີການປ່ຽນແປງ ເຮັດໃຫ້ສາມາດບອກເຖິງຖານະຂອງກິດຈະການໄດ້ຕະຫລອດເວລາ ແລະ ຖ້າຕ້ອງການຈະຮູ້ເຖິງຖານະຂອງກິດຈະ ການເຮົາຈະຕ້ອງທຳການເກັບກຳໃບສະຫລຸບຊັບສົມບັດຕັ້ງແຕ່ຕົ້ນ ແລະ ຕໍ່ໆກັນມາທີ່ໄດ້ເຮັດຂື້ນເມື່ອມີການປ່ຽນ ແປງຈົນຮອດມື້ສຸດທ້ານນັ້ນໄວ້.
ດັ່ງນັ້ນ, ຈີ່ງເຮັດໃຫ້ເຫັນຄວາມທຸກຍາກທີ່ຈະເກີດຂື້ນ, ໂດຍສະເພາະກິດຈະການທີ່ມີການເຄື່ອນໄຫວໃນມື້ໜື່ງໆ ເປັນຈຳນວນຫລາຍໆຮ້ອຍລາຍການ. ຈາກບັນຫາດັ່ງກ່າວນັ້ນ ມັນຈະສະດວກຂື້ນຖ້າຫາກບັນຊີແຕ່ລະລາຍ ການຫາກຖືກຈັດເປັນເພດ ສຳລັບບັນທຶກລາຍການເຄື່ອນໄຫວທີ່ເກີດຂື້ນໃນແຕ່ລະຄັ້ງ ແລະ ລວບລວມມາເປັນໃບ ສະຫລຸບຊັບສົມບັດອີກຄັ້ງໜື່ງ ດັ່ງຕົວຢ່າງເຊັ່ນ:
| ເງິນສົດ | ທຶນ | ໜີ້ຕ້ອງຮັບ | ໜີ້ສິນ (ຕ້ອງສົ່ງ) | ເຄື່ອງໃຊ້ |
| + 6,000,000 | + 6,000,000 | + 500,000 | + 1,000,000 | + 2,000,000 |
| – 2,000,000 | + 220,000 | – 400,000 | – 700,000 | + 1,000,000 |
| – 700,000 | + 500,000 | |||
| + 220,000 | ||||
| + 400,000 | ||||
| 3,920,000 | 6,720,000 | 100,000 | 300,000 | 3,000,000 |
ຈາກນັ້ນ ເຮົາກໍ່ຈະສາມາດສ້າງໃບສະຫລຸບຊັບສົມບັດໄດ້ຢ່າງສະດວກ ແລະ ງ່າຍດາຍຂື້ນເຊັ່ນ:
| ຊັບສິນ | ໜີ້ສິນ |
| 1. ເງິນສົດ 9,320,000 | 1. ທຶນ 6,720,000 |
| 2. ໜີ້ຕ້ອງຮັບ (ລູກຄ້າ) 3,000,000 | 2. ໜີ້ສິນ 300,000 |
| 3. ເຄື່ອງໃຊ້ 100,000 | |
| ລວມ 7,200,000 | ລວມ 7,200,000 |
6. ແຜນຜັງຂອງການບັນຊີແຍກປະເພດ (Chart of Account)
ແຜນຜັງຂອງການບັນຊີແຍກປະເພດ ເປັນແຜນຜັງທີ່ກຳນົດໃຫ້ສຳລັບການບັນທຶກລາຍການເຄື່ອນໄຫວທີ່ເອີ້ວ່າ: ບັນຊີແຍກປະເພດ ເຊີ່ງດັດແປງມາຈາກສະເໝີຜົນຂອງການບັນຊີຄື: ມີສອງດ້ານ (ຊັບສິນແລະໜີ້ສິນ) ທາງດ້ານຊ້າຍມືເອີ້ນວ່າ: ເບື້ອງ ໜີ້ ຫລື ເບື້ອງຊັບສິນ ແລະ ທາງດ້ານຂວາມືເອີ້ວ່າ: ເບື້ອງມີ ຫລື ເບື້ອງຊັບສິນ.
ການບັນທຶກລາຍການເຄື່ອນໄຫວກໍ່ຈະກຳນົດສ່ວນປ່ຽນແປງຂອງຊັບສິນ, ໜີ້ສິນແລະທຶນມາຈົດລົງບັນຊີ, ຮູບ ແບບຂອງການບັນຊີແຍກໄດ້ຫລາຍໆບັນຊີ ເຊີ່ງແຕ່ລະປະເພດບັນຊີໄດ້ຖືກຈົດໄວ້ໃນປື້ມຫົວດຽວກັນ ເອີ້ນວ່າ: ບັນ ຊີແຍກປະເພດ
| ຊັບສິນ ບັນຊີ | ໜີ້ສິນ |
| 1. ຊັບສິນເພີ່ມຂື້ນ | 1. ຊັບສິນຫລຸດລົງ |
| 2. ໜີ້ສິນຫລຸດລົງ | 2. ໜີ້ສິນເພີ່ມຂື້ນ |
| 3. ທຶນຫລຸດລົງ | 3. ທຶນເພີ່ມຂື້ນ |
| 4. ລາຍຈ່າຍເພີ່ມຂື້ນ | 4. ລາຍຈ່າຍຫລຸດລົງ |
| 5. ລາຍຮັບຫລຸດລົງ | 5. ລາຍຮັບເພີ່ມຂື້ນ |
7. ຄວາມໝາຍຂອງຄຳວ່າ: ໜີ້ ແລະ ມີ
7.1. ຄວາມໝາຍຂອງຄຳວ່າ ‘’ໜີ້’’ ຄື:
- ຈຳນວນເງິນທີ່ສະແດງອອກທາງດ້ານຊ້າຍຂອງບັນຊີ
- ການລົງລາຍການທາງດ້ານຊ້າຍຂອງບັນຊີ ຫລື ການຜ່ານບັນຊີ ອັນເຮັດໃຫ້ຊັບສິນຫລືຄ່າໃຊ້ຈ່າຍເພີ່ມຂື້ນ
- ການລົງບັນຊີທາງດ້ານຊ້າຍຂອງບັນຊີ ອັນເຮັດໃຫ້ໜີ້ສິນ, ລາຍການທຶນ ແລະ ລາບຮັບຫລຸດລົງ
7.2.ຄວາມໝາຍຂອງຄຳວ່າ ‘’ມີ’’ ຄື:
- ຈຳນວນເງິນທີ່ສະແດງທາງດ້ານຂວາຂອງບັນຊີ
- ການລົງລາຍການທາງດ້ານຂວາຂອງບັນຊີ ຫລື ການຜ່ານບັນຊີ ທີ່ເຮັດໃຫ້ເງິນທຶນ, ໜີ້ສິນ ແລະ ລາຍຮັບເພີ່ມຂື້ນໄດ້
- ການຜ່ານບັນຊີທີ່ເຮັດໃຫ້ຊັບສິນ ຫລື ຄ່າໃຊ້ຈ່າຍຫລຸດລົງ
8. ການຈົດກ່າຍບັນຊີ
ໂດຍທົ່ວໄປ ເມື່ອສັງເກດການເຄື່ອນໃຫວທາງດ້ານການບັນຊີຈະເຫັນວ່າ: ທຸກໆຄັ້ງທີ່ມີລາຍການເຄື່ອນໃຫວເກີດ ຂື້ນຈະເຮັດໃຫ້ມີການປ່ຽນແປງລະຫ່າງບັນຊີຊັຍສິນ, ບັນຊີໜີ້ສິນ ແລະບັນຊີທຶນການຈົດກ່າຍທາງດ້ານໜີ້ ແລະທາງດ້ານມີໃຫ້ຖືກຕ້ອງນັ້ນຈະມີຫລັກການ
ຫມາຍເຫດ:ໃນການເຄື່ອນມໃຫວຫລືບັນທຶກບັນຊີ ແມ່ນຕ້ອງໄດ້ຈົດໜີ້ບັນຊີໜື່ງຫລືຫລາຍບັນຊີ ແລະຈົດມີບັນຊີໜຶ່ງຫລືຫລາຍບັນຊີຖ້າມີ ແຕ່ລວມຍອດເຍື້ອງໜີ້ ແລະມີ ແມ່ນເທົ່າກັນ
9. ການບັນຊີສໍາລັບຊັບສິນ, ໜີ້ສິນ ແລະ ທຶນ
9.1. ການບັນຊີຊັບສິນ
ຊັບສິນແມ່ນມູນຄ່າທີ່ມີຕົວຕົນຂອງງເງິນສົດ, ເຄື່ອງໃຊ້ຫ້ອງການ, ອາຄານສຳນັກງານ, ພາຫານະຮັບໃຊ້ ແລະມູນຄ່າທີ່ບໍ່ມີຕົວຕົນຂອງຊັບສິນເຊັ່ນ: ສິດນໍາໃຊ້ທີ່ດິນ, ສັນຍາກູ້ຍືມ ແລະສັນຍາອື່ນໆ…ເຊິ່ງທັງໝົດນັ້ນສາມາດແລກ ປ່ຽນຊື້ຂາຍ ແລະ ໂອນກຳມະສິດໄດ້ ໂດຍທົ່ວໄປແລ້ວຊັບສິນຂອງວິສາຫາກິດ ໄດ້ຖືກຈັດແບ່ງອອກເປັນ 3 ປະເພດເຊັ່ນ: ຊັບສິນຄົງທີ່, ຊັບສິນໝູນວຽນ ແລະຊັບສິນໃນກໍາມື ເຊິ່ງອີງາມແຜນຜັງຂອງການບັນຊີວີສາຫາກິດຈະຖືເອົາບັນດາບັນຊີດັ່ງກ່າວທີ່ເປັນຊັບສິນເຊັ່ນ:ບັນຊືປະເພດ 2,3,4,5 ຈະເພີ່ມຂື້ນເບື້ອງຊ້າຍ(ໜີ້) ແລະຫຼຸດລົງເບື້ອງຂວາ(ມີ)
ຕົວຢ່າງ:ບໍລິສັດກິດວັດທະນາຈໍາກັດ ໄດ້ຖອນເງິນສົດອອກຈາກທະນາຄານ 3, 000,000 ກີບ ເພື່ອໄປນໍາໃຊ້ວຽກງານບໍລິຫານອື່ນໆ
| ໜີ້ ບັນຊີ ເງິນຝາກ ມີ | ໜີ້ ບັນຊີ ເງິນສົດ ມີ | |||
| 300,000 | 300,000 | |||
9.2. ການບັນຊີໜີ້ສິນ
ໜີ້ສິນແມ່ນຈຳນວນມູນຄ່າການກູ້ຍືມທັງໝົດບໍ່ວ່າຈະເປັນເງິນຫຼືວັດຖຸລວມທັງການຊື້ຕິດໜີ້ເຊັ່ນ: ການຊື້ຕິດໜີ້, ການເຊົ່າພາຫານະມາຮັບໃຊ້ ແລະການເຊົ່າອາຄານເປັນຕົ້ນ ເຊິ່ງບັນດາໜີ້ສິນຂອງວິສາຫາກິດຈະປະກອບມີສອງປະເພດເຊັ່ນ: ໜີ້ຕ້ອງຮັບ ແລະໜີ້ຕ້ອງສົງ ແຕ່ວ່າໜີ້ຕ້ອງຮັບໄດ້ກາຍເປັນຊັບສິນໜູມວຽນຂອງວິສາຫາກິດແລ້ວສະນັ້ນໃນທີ່ນີ້ເຮົາຈະກ່າວເຖິງໜີ້ຕ້ອງສົ່ງເທົ່ານັ້ນເຊັ່ນ: ຈະຖືເອົາບັນດາບັນຊີເຊັ່ນ: ບັນຊີປະເພດ4 ຈະເພີ່ມຂື້ນເບື້ອງຂວາ(ມີ) ແລະຫຼຸດລົງເບື້ອງຊ້າຍ(ໜີ້)
ຕົວຢ່າງ:ຕິດໜີ້ຜູ້ສະໜອງ ຄ່າຊື້ເຄື່ອງໃຊ້ຫ້ອງການເຊັ່ນເປັນລາຍຈ່າຍໃນການບໍລິຫານ ໃນມູນຄ່າ 500.000 ກີບ
| ໜີ້ ບັນຊີ ຜູ້ສະໜອງ ມີ | ໜີ້ ບັນຊີ ເຄື່ອງໃຊ້ ມີ | |||
| 500,000 | 500,000 | |||
9.3. ການເຄື່ອນໄຫວກ່ຽວກັບທຶນ
ສຳລັບບັນຊີທຶນຈະມີການເພີ່ມຂື້ນກໍ່ຕໍ່ເມື່ອເວລາທີ່ວິສາຫະກິດໄດ້ຮັບເຂົ້າມາໂດຍຈົດລົງບັນຊີທາງເບື້ຶອງຂວາຫລືຈົດລົງບັນຊີທາງເບື້ອງມີແລະມັນຈະຫລຸດລົງກໍ່ໃນເວລາທີ່ເຮົາຈະເຄື່ອນຍ້າຍທຶນອອກໄປ. ສະນັ້ນກໍ່ຈະບັນທຶກບັນຊີເບື້ອງມີເຊັ່ນ: ທ່ານບຸນເກີດໄດ້ນຳເງິນສົດມາລົງທຶນໃນກິດຈະການຕື່ມອີກ 200,000 ກີບ
| ໜີ້ ບັນຊີທຶນ ມີ | ໜີ້ ບັນຊີເງິນສົດ ມີ | |||
| 200,000 | 200,000 | |||
9.4. ການບັນຊີເວລາຊື້ ແລະ ກໍ່ໃຫ້ເກີດລາຍຈ່າຍ
ສຳລັບລາຍຈ່າຍຕ່າງໆຂອງກິດຈະການຈະເພີ່ມຂື້ນທາງເບື້ອງໜີ້ຂອງບັນດາບັນຊີຄ່າໃຊ້ຈ່າຍແລະຈະຫລຸດລົງຢູ່ທາງເບື້ອງມີຂອງບັນດາເງິນສົດ. ຕົວຢ່າງ: ໄດ້ຈ່າຍຄ່າເຊົ່າເຮືອນເປັນເງິນສົດ 700,000 ກີບ.
| ໜີ້ ບັນຊີເງິນສົດ ມີ | ໜີ້ ບັນຊີ ຄ່າເຊົ່າ ມີ | |||
| 700,000 | 700,000 | |||
9.5. ການຊໍາລະໜີ້ຜູ້ສະໜອງ (Payment Noting)
ເວລາມີການຈ່າຍເງິນຊຳລະໜີ້ໃຫ້ຜູ້ສະໜອງ ຊັບສິນທີ່ເປັນເງິນສົດຈະຫລຸດລົງທາງດ້ານ ມີ ແລະ ໜີ້ສິນຜູ້ ສະ ໜອງຈະຫລຸດລົງທາງດ້ານ ໜີ້. ຕົວຢ່າງ: ຈ່າຍເງິນສົດຊຳລະໜີ້ໃຫ້ຜູ້ສະໜອງ 500,000 ກີບ.
| ໜີ້ ບັນຊີເງິນສົດ ມີ | ໜີ້ ບັນຊີຜູ້ສະໜອງ ມີ | |||
| 500,000 | 500,000 | |||
9.6. ການບັນຊີເວລາຂາຍ ແລະ ການກໍ່ໃຫ້ເກີດລາຍໄດ້ (Income Account)
ເວລາຂາຍຫລືມີລາຍຮັບເກີດຂື້ນຈາກກິດຈະການຊັບສິນທີ່ເປັນເງິນສົດຈະເພີ່ມຂື້ນທາງດ້ານໜີ້ ແລະ ລາຍຮັບຂອງກິດຈະການຈະເພີ່ມຂື້ນທາງດ້ານມີ. ຕົວຢ່າງ: ກິດຈະການໄດ້ຂາຍສິນຄ້າໃຫ້ກັບລູກຄ້າພາຍໃນປະເທດໃນມູນຄ່າ 800,0000 ກີບ
| ໜີ້ ບັນຊີຂາຍສິນຄ້າ ມີ | ໜີ້ ບັນຊີ ເງິນສົດ ມີ | |||
| 800,000 | 800,000 | |||
9.7. ການຮັບຊໍາລະໜີ້ຈາກລູກຄ້າ
ເມື່ອເວລາລູກຄ້າມາຊຳລະໜີ້ ຊັບສິນທີ່ເປັນເງິນສົດຂອງກິດຈະການຈະມີການເພີ່ມຂື້ນທາງດ້ານໜີ້ ແລະເວລາດຽວ ກັນນັ້ນລູກຄ້າທີ່ເປັນໜີ້ຫລືລູກໜີ້ຂອງກິດຈະການກໍ່ຈະຫລຸດລົງທາງດ້ານມີ. ຕົວຢ່າງ: ກິດຈະການໄດ້ຮັບເງິນສົດຈາກລູກຄ້າມາຊຳລະໜີ້ໃນມູນຄ່າ 650,000 ກີບ.
| ໜີ້ ບັນຊີ ລູກໜີ້ ມີ | ໜີ້ ບັນຊີ ເງິນສົດ ມີ | |||
| 650,000 | 650,000 | |||
