ບົດທີ 2: ການກຳນົດລາຄາ ຊັບສົມບັດຄົງທີ່ ທີ່ຈົດເຂົ້າເບື້ອງຊັບສິນຂອງ ວິສາຫະກິດ

1. ລະບຽບການລວມສໍາລັບຊັບສົມບັດຄົງທີ່ແຕ່ລະປະເພດ

ວິທີການຕີມູນຄ່າຂອງບັນດາອົງປະກອບຊັບສົມບັດຄົງທີ່ ທີ່ຈົດເຂົ້າເບື້ອງຊັບສິນດຳເນີນໄປບົນພື້ນຖານຂໍ້ ຕົກລົງຮັບເຂົ້າຕາມມູນຄ່າຕົ້ນທຶນຂອງຊັບສົມບັດຄົງທີ່ດັ່ງກ່າວ.

2. ມູນຄ່າຕ່າງໆ ຂອງຊັບສົມບັດຄົງທີ່

ຢູ່ໃນຫົວໜ່ວຍທຸລະກິດ (ຢູ່ແຕ່ລະວິສາຫະກິດ) ການຕີມູນຄ່າຊັບສົມບັດຄົງທີ່ໃດໜື່ງແມ່ນດຳເນີນເປັນ 2 ໄລຍະເວລາຄື: ໃນມື້ຮັບເປັນຊັບສົມບັດຄົງທີ່ຂອງວິສາຫະກິດ, ໃນມື້ການກວດນັບຊັບສົມບັດຄົງທີ່ໃນທ້າຍປີ.

  • ມູນຄ່າເດີມ (ຫລື ມູນຄ່າທີ່ຮັບເຂົ້າ)

ມູນຄ່າເດີມຂອງຊັບສົມບັດຄົງທີ່ໃດໜື່ງ ແມ່ນມູນຄ່າທີ່ຮັບເຂົ້າຂອງຊັບສົມບັດຄົງທີ່ດັ່ງກ່າວນັ້ນ ເຊີ່ງໄດ້ຈົດ ເຂົ້າຢູ່ໃນເບື້ອງຊັບສິນຂອງວິສາຫະກິດ. ສະນັ້ນມູນຄ່າເດີມຈີ່ງເທົ່າກັບມູນຄ່າຕົ້ນທຶນຊື້ ຫລື ຕົ້ນທຶນເດີມ

  • ມູນຄ່າການກວດນັບ

ມູນຄ່າການກວດນັບຂອງຊັບສົມບັດຄົງທີ່ໃດໜື່ງ ແມ່ນມູນຄ່າປັດຈຸບັນຂອງຊັບສົມບັດຄົງທີ່ດັ່ງກ່າວ ໃນມື້ ສຳຫລວດກວດນັບ ຫລື ແມ່ນມູນຄ່າຕົວຈິງໃນມື້ສຳຫລວດກວດນັບໃນທ້າຍປີ

  • ມູນຄ່າໃນໃບສະຫລຸບຊັບສົມບັດ ອາດມີ 2 ກໍລະນີເຊັ່ນ:

ກໍລະນີທີ 1: ແມ່ນມູນຄ່າເດີມ (ມູນຄ່າຮັບເຂົ້າ) <ມູນຄ່າການກວດນັບ. ດັ່ງນັ້ນ, ມູນຄ່າໃນໃບສະຫລຸບ ຊັບສົມບັດຕ້ອງຮັກສາມູນຄ່າເດີມໄວ້. ທັງນີ້ກໍ່ເພື່ອປະຕິບັດຕາມຫລັກການຊີ້ນຳແລະຂໍ້ຕົກລົງ ທາງດ້ານການບັນຊີກ່ຽວກັບຫລັກການແຫ່ງຄວາມຮອບຄອບ.

ກໍລະນີທີ 2: ມູນຄ່າເດີມ >ມູນຄ່າການກວດນັບ, ຍາມໃດກໍ່ຕ້ອງຮັກສາມູນຄ່າເດີມໄວ້ໃນບັນຊີ ສ່ວນມູນຄ່າທີ່ເຊື່ອມສູນໄປນັ້ນຈະຕ້ອງໄດ້ສະແດງຕ່າງຫາກ.

ພາຍໄຕ້ຮຸບການຄ່າຫຸ້ຍຫ້ຽນ, ຖ້າຫາກມູນຄ່າທີ່ເຊື່ອມສູນໄປນັ້ນຫາກເປັນການຖາວອນ. ພາຍໄຕ້ຮູບການຂອງເງິນແຮ-ຄ່າເຊື່ອມມູນຄ່າ, ຖ້າມູນຄ່າທີ່ເຊື່ອມສູນໄປນັ້ນຫາກບໍ່ເປັນການທີ່ແນ່ນອນ ຫລື ເປັນພຽງແຕ່ການຄາດຄະເນອາດຈະເກີດໄດ້ເທົ່ານັ້ນ. ສະນັ້ນສູດຄິດໄລ່:

ມູນຄ່າຍັງເຫລືອຕົວຈິງໃນບັນຊີ  =  ມູນຄ່າເດີມ  –  ຄ່າຫລຸ້ຍຫ້ຽນ

3. ຊັບສົມບັດຄົງທີ່ ທີ່ໄດ້ຊື້ມາ

ຊັບສົມບັດຄົງທີ່ ທີ່ໄດ້ຊື້ມາ ແມ່ນຈະຕ້ອງໄດ້ຈົດເຂົ້າຕາມມູນຄ່າເດີມທັງໝົົດເຊັ່ນ: ຄ່າພາສີຂາເຂົ້າ, ອຕທ ຄ່າຂົນສົ່ງ, ຄ່າຝາກສາງ ລວມທັງລາຍຈ່າຍອື່ນໆທີ່ຕິດພັນມານຳ ຕົວຢ່າງເຊັ່ນ: ຊື້ເຄື່ອງຈັກໜື່ງເຄື່ອງຈກາຕ່າງປະເທດ ມູນຄ່າ 10,000,000ກີບ, ພາສີຂາເຂົ້າ 100,000 ກີບ, ອຕທ 300,000 ກີບ, ຄ່າຝາກສາງ 200,000 ກີບ, ຄ່າຂົນສົ່ງ 500,000 ກີບ, ຄ່າຕິດຕັ້ງ 300,000 ກີບ. ສະນັ້ນ, ມູນຄ່າເຄື່ອງຈັກທີ່ໄດ້ຊື້ມາແມ່ນ 11,400,000 ກີບ.

3.1. ອົງປະກອບຂອງບັນດາຕົ້ນທຶນຊື້ຕົວຈິງຂອງຊັບສົມບັດຄົງທີ່

ສຳລັບຕົ້ນທຶນການຊື້ຕົວຈິງຂອງຊັບສົມບັດຄົງທີ່ອື່ນໆ ໂດຍທົ່ວໄປແລ້ວແມ່ນມີການຄິດໄລ່ບັນດາທຸກໆລາຍຈ່າຍທີ່ເກີດຂື້ນ ທັງນີ້ກໍ່ເພື່ອເຕົ້າໂຮມເອົາບັນດາລາຍຈ່າຍເຫລົ່ານັ້ນເຂົ້າເປັນຕົ້ນທຶນການຊື້ຕົວຈິງດັ່ງສູດນີ້:

ຕົ້ນທຶນຊື້ຕົວຈິງ (ເທົ່າກັບລາຄາຊື້ຕົວຈິງ  (ລົບຄ່າຫລຸ້ຍຫ້ຽນ

ຈາກນັ້ນ, ຕົ້ນທຶນການຊື້ຕົວຈິງຍັງມີລາຍຈ່າຍທີ່ຕິດພັນກັບການຊື້ອີກເຊັ່ນ: ພາສີຂາເຂົ້າ, ອຕທ, ຄ່າຂົນສົ່ງ ຄ່າຝາກສາງ, ຄ່າຕິດຕັ້ງ ແລະ ອື່ນໆ.

3.2. ການຄິດໄລ່ ແລະ ບັນທຶກບັນຊີ.

ກ. ການບັນທຶກບັນຊີ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21…   ຊັບສິນຄົງທີ່ ທີ່ມີຕົວຕົນ 1,000,000
  551 ເງິນຝາກທະນາຄານເງິນກີບ 1,000,000
ລວມມູນຄ່າ 1,000,000 1,000,000
ຂ. ສຳລັບລາຍຈ່ານຕິດພັນກັບການຊື້
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21…   ຊັບສິນຄົງທີ່ ທີ່ມີຕົວຕົນ 45,000
  551 ເງິນຝາກທະນາຄານເງິນກີບ 45,000
ລວມມູນຄ່າ 45,000 45,000
ຄ. ເວລາສຳເລັດການຊື້ບໍ່ຕ້ອງລົງບັນຊີ
ໝາຍບອກ: ກໍລະນີຊັບສົມບັດຄົງທີ່ພວມຊື້ ຫລື ພວມຜະລິດ

ມີຊັບສົມບັດຄົງທີ່ ທີ່ວິສາຫະກິດຜະລິດເອງ ແລະ ຊັບສົມບັດຄົງທີ່ ທີ່ໄດ້ຈ້າງທາງນອກເຮັດໃຫ້. ຕົ້ນທຶນ ຂອງຊັບສົມບັດຄົງທີ່ ທີ່ວິສາຫະກິດສ້າງເອົາເອງແມ່ນຄິດໄລ່ຜ່ານບັນຊີ 52 ຫລື ດ້ວຍວິທີຄິດໄລ່ທາງສະຖິຕິ ແລະ ຈົດເຂົ້າເບື້ອງໜີ້ສິນຂອງບັນຊີ 23 ຊັບສົມບັດຄົງທີ່ມີຕົວຕົນພວມກໍ່ສ້າງ ແລະ ຈົດມີບັນຊີ 702 ຜົນຜະລິດຄົງທີ່

ຖ້າວຽກງານກໍ່ສ້າງ ແມ່ນພາກສ່ວນອື່ນເປັນຜູ້ເຮັດ, ໃຫ້ຈົດໜີ້ບັນຊີ 23 ຕາມຈຳນວນເງິນລາຍການສັ່ງຊື້ ແລະ ຈ່າຍກ່ອນສ່ວນໜື່ງ ທີ່ສະແດງເຖິງຈຳນວນເງິນທີ່ ວິສາຫະກິດໄດ້ຊຳລະເປັນພາກສ່ວນຕາມບໍລິມາດວຽກງານ ທີ່ໄດ້ສຳເລັດແຕ່ລະໄລຍະ, ມູນຄ່າຕົ້ນທຶນຂອງຊັບສົມບັດຄົງທີ່ຈະຖືກໂອນຈາກບັນຊີ 23 ໄປເຂົ້າບັນຊີ 21 , ເມື່ອໃດຫາກການກໍ່ສ້າງຊັບສົມບັດຄົງທີ່ດັ່ງກ່າວສຳເລັດ…

ກ. ການບັນທຶກບັນຊີສຳລັບລາຄາຊື້

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21…   ຊັບສິນຄົງທີ່ ທີ່ມີຕົວຕົນ 1,045,000
  551 ເງິນຝາກທະນາຄານເງິນກີບ 1,045,000
ລວມມູນຄ່າ 1,045,000 1,045,000

ຂ. ຮອດທ້າຍປີ ຖ້າຫາກຊັບສິນຄົງທີ່ບໍ່ທັນມາຮອດ ແຕ່ວິສາຫະກິດຕ້ອງໄດ້ປິດບັນຊີກ່ອນ

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 232 ຊັບສິນຄົງທີ່ພວມຊື້ 1,045,000
21… ຊັບສິນຄົງທີ່ ທີ່ມີຕົວຕົນ 1,045,000
ລວມມູນຄ່າ 1,045,000 1,045,000

ຄ. ຕົ້ນປີຕໍ່ໄປເມື່ອເປີດບັນຊີຄືນໃໝ່ຕ້ອງບັນທຶກ

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21… ຊັບສິນຄົງທີ່ ທີ່ມີຕົວຕົນ 1,045,000
232 ຊັບສິນຄົງທີ່ພວມຊື້ 1,045,000
ລວມມູນຄ່າ 1,045,000 1,045,000
ງ. ສຳລັບລາຍຈ່າຍຕິດພັນກັບການຊື້
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21… ຊັບສິນຄົງທີ່ ທີ່ມີຕົວຕົນ 5,000
571 ບັນຊີຄັງເງິນສົດເປັນເງິນກີບ 5,000
ລວມມູນຄ່າ 5,000 5,000

4. ຊັບສົມບັດຄົງທີ່ ທີ່ໄດ້ຜະລິດເອງ

ສຳລັບຊັບສົມບັດຄົງທີ່ ທີ່ໄດ້ຜະລິດເອງ ແມ່ນໃຫ້ເກັບກຳລາຍລະອຽດກ່ຽວກັບລາຍຈ່າຍຕ່າງໆ ທີ່ກ່ຽວ ຂ້ອງກັບການຜະລິດຊັບສົມບັດຄົງທີ່ດັ່ງກ່າວນັ້ນໃຫ້ລະອຽດ ແລ້ວຈິ່ງບວກບັນດາລາຍຈ່າຍທັງໝົດໃຫ້ກາຍເປັນມູນ ຄ່າໃນການຜະລິດຊັບສົມບັດຄົງທີ່ ທີ່ໄດ້ຜະລິດເອງ, ຕົວຢ່າງ: ການປຸກສ້າງສາງເກັບມ້ຽນສິນຄ້າຂອງ ວິສາຫະກິດໜື່ງຕ້ອງໄດ້ມີລາຍຈ່າຍຕ່າງໆທີ່ເກີດຂື້ນກ່ຽວກັບບັນດາລາຍຈ່າຍໃນການຜະລິດດັ່ງຕໍ່ໄປນີ້:

4.1. ການຄິດໄລ່ຕົ້ນທຶນການຜະລິດ

ຄືດັ່ງທີ່ໄດ້ກ່າວມາແລ້ວໃນເບື້ອງຕົ້ນ ຕົ້ນທຶນການຜະລິດສຳລັບຊັບສົມບັດຄົງທີ່ ທີ່ໄດ້ຜະລິດເອງປະກອບມີ

  • ຕົ້ນທຶນການຊື້ວັດຖຸດິບ ແລະ ເຄື່ອງປະກອບຕ່າງໆ ທີ່ໄດ້ນຳໃຊ້ເຂົ້າໃນການຜະລິດ
  • ລາຍຈ່າຍທາງກົງໃນການຜະລິດເຊັ່ນ: ຈ່າຍໃຫ້ພະນັກງານ, ຄ່າບໍລິການຈາກທາງນອກ
  • ລາຍຈ່າຍທາງອ້ອມໃນການຜະລິດ

ຢູ່ໃນຕົ້ນທຶນການຜະລິດຕົວຈິງຈະບໍ່ປະກອບມີ:

  • ຄ່າໃຊ້ຈ່າຍໃນການຂະຫຍາຍ ແລະ ຄ່າໃຊ້ຈ່າຍໃນການບໍລິຫານທົ່ວໄປ
  • ຄ່າໃຊ້ຈ່າຍໃນການເກັບມ້ຽນໃນສາງ
  • ຄ່າໃຊ້ຈ່າຍໃນການຄົ້ນຄ້ວາ ແລະ ຂະຫຍາຍການຜະລິດ ແລະ ຄ່າໃຊ້ຈ່າຍການເງິນ

4.2. ການບັນທຶກບັນຊີ

ກ. ເວລາຊື້ວັດຖຸຮັບໃຊ້ການຜະລິດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3…. ວັດຖຸຮັບໃຊ້ການຜະລິດ 500,000
609 ສ່ວນຫລຸດທີ່ໄດ້ຮັບ 20,000
571 ເງິນສົດເປັນເງິນກີບ 480,000
ລວມມູນຄ່າ 500,000 500,000
ຂ. ເວລາມີລາຍຈ່າຍຕິດພັນເຊັ່ນ: ຄ່າຂົນສົ່ງ, ຝາກສາງ, ຄ່າແຮງງານ ແລະ ອື່ນໆ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3….. ວັດຖຸຮັບໃຊ້ການຜະລິດ 500,000
629 ສ່ວນຫລຸດທີ່ໄດ້ຮັບ 20,000
571 ເງິນສົດເປັນເງິນກີບ 480,000
ລວມມູນຄ່າ 500,000 500,000
ຄ. ເວລາມີລາຍຈ່າຍກ່ຽວກັບລັດເຊັ່ນ:ພາສີ 20 000. ອຕທ 10 000 ແລະ ອື່ນໆ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3….. ວັດຖຸຮັບໃຊ້ການຜະລິດ 20,000
4656 ລັດ-ອາກອນ 10,000
467 ລັດ-ອາກອນຕ້ອງໄດ້ຖອກ 30,000
467 ລັດ-ອາກອນຕ້ອງໄດ້ຖອກ 30,000
571 ບັນຊີຄັງເງິນສົດເປັນເງິນກີບ 30,000
ລວມມູນຄ່າ 60,000 60,000
ງ. ເວລາສຳເລັດການຊື້ບໍ່ຕ້ອງບັນທຶກບັນຊີ
ຈ. ເວລາຈ່າຍວັດຖຸອອກສາງເພື່ອທຳການຜະລິດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 60…. ຊື້ວັດຖຸຮັບໃຊ້ການຜະລິດ 350,000
3….. ວັດຖຸຮັບໃຊ້ການຜະລິດ 350,000
232.. ຊັບສົມບັດຄົງທີ່ພວມຜະລິດ 350,000
731 ຜົນຜະລິດຄົງທີ່ ແລະ ໃຊ້ເອງ 350,000
ລວມມູນຄ່າ 700,000 700,000
ສ. ເວລາມີລາຍທາງກົງເກີດຂື້ນໃນການຜະລິດເຊັ່ນ: ຄ່າແຮງງານ, ຄ່ານໍ້າ-ຄ່າໄຟຟ້າ ແລະ ອື່ນໆ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 61… ບໍລິການຈາກທາງນອກ 35,000
62… ເໝົາທາງນອກ 20,000
63… ພາສີ-ອາກອນ 10,000
5….. ບັນຊີຄັງເງິນ 65,000
232… ຊັບສົມບັດຄົງທີ່ພວມຜະລິດ 65,000
731 ຜົນຜະລິດຄົງທີ່ແລະຊົມໃຊ້ເອງ 65,000
ລວມມູນຄ່າ 130,000 130,000
ຊ. ເວລາສຳເລັດການກໍ່ສ້າງຕ້ອງບັນທຶກບັນຊີ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21.. ຊັບສົມບັດຄົງທີ່ ທີ່ມີຕົວຕົນ 415,000
232 ຊັບສົມບັດຄົງທີ່ພວມຜະລິດ 415,000
ລວມມູນຄ່າ 415,000 415,000

ເພື່ອຄວາມເຂົ້າໃຈຕື່ມຈະຂໍຍົກຕົວຢ່າງການລົງບັນຊີຕົວຂອງບໍລິສັດ IT-ISC ໃນການປຸງສ້າງອາຄານເພື່ອ ເປັນສູນຝຶກອົບຮົມ ແລະ ບໍລິການຫລັງການຂາຍໃຫ້ແກ່ລູກຄ້າ ເຊື່ອງມີລາຍລະອຽດກ່ຽວກັບຄ່າໃຊ້ຈ່າຍຕ່າງໆໃນການປຸກສ້າງຫ້ອງການໜື່ງຫລັງດັ່ງນີ້:

  • ຈ່າຍອຸປະກອນການກໍ່ສ້າງ (ໄມ້, ເຫລັກ…) ເຂົ້າຮັບໃຊ້ໃນການກໍ່ສ້າງໃນມູນຄ່າ 12,000 ກີບ
  • ຊື້ກະເບື້ອງຮັບໃຊ້ການກໍ່ສ້າງໃນມູນຄ່າ 5,000 ກີບ
  • ຊື້ແຮ່ ແລະ ຊາຍຮັບໃຊ້ການກໍ່ສ້າງໃນມູນຄ່າ 1,000 ກີບ
  • ຄິດໄລ່ຄ່າແຮງງານກໍາມະກອນຈາກທາງນອກຮັບໃຊ້ການກໍ່ສ້າງຕົກເປັນມູນຄ່າ 500 ກີບ
  • ຄ່າໄຟຟ້າ-ຄ່ານໍ້າປະປາຮັບໃຊ້ການກໍ່ສ້າງມູນຄ່າ 100 ກີບ
  • ອາກອນກໍ່ສ້າງຂອງມູນຄ່າຕົ້ນທຶນໄດ້ຈ່າຍ 10%
  • ການກໍ່ສ້າງໄດ້ສຳເລັດສົມບູນ ເຊີ່ງໄດ້ມອບໃຫ້ວິສາຫະກິດນຳໃຊ້ຢ່າງງເປັນທາງການ

ການບັນທຶກບັນຊີທີ່ເກີດຂື້ນ

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
  602 ສ່ນປ່ຽນແປງວັດຖຸໃນສາງ 12,000
1 321 ວັດຖຸ-ອຸປະກອນຮັບໃຊ້ 12,000
  232 ຊັບສົມບັດຄົງທີ່ພວມຜະລິດ 12,000
  731 ຜົນຜະລິດຄົງທີ່-ຊັບສິນຄົງທີ່ 12,000
  6061 ຊື້້ວັດຖຸ ແລະ ເຄື່ອງຮັບໃຊ້ 5,000
2 4012 ຜູ້ສະໜອງເປັນເຈົ້າໜີ້ 5,000
  232 ຊັບສົມບັດຄົງທີ່ພວມຜະລິດ 5,000
  731 ຜົນຜະລິດຄົງທີ່-ຊັບສິນຄົງທີ່ 5,000
  6062 ຊື້ວັດຖຸ-ເຄື່ອງຮັບໃຊ້ 1,000
3 4012 ຜູ້ສະໜອງເປັນເຈົ້າໜີ້ 1,000
  232 ຊັບສົມບັດຄົງທີ່ພວມຜະລິດ 1,000
  731 ຜົນຜະລິດຄົງທີ່-ຊັບສິນຄົງທີ່ 1,000
  6211 ຈ່າຍຄ່າບໍລິການຈາກທາງນອກ 500
4 4012 ຜູ້ສະໜອງເປັນເຈົ້າໜີ້ 500
  232 ຊັບສົມບັດຄົງທີ່ພວມຜະລິດ 500
  731 ຜົນຜະລິດຄົງທີ່-ຊັບສິນຄົງທີ່ 500
  6121 ຄ່າໄຟຟ້າຮັບໃຊ້ການຜະລິດ 1,000
5 4012 ຜູ້ສະໜອງເປັນເຈົ້າໜີ້ 1,000
  232 ຊັບສົມບັດຄົງທີ່ພວມຜະລິດ 1,000
  731 ຜົນຜະລິດຄົງທີ່-ຊັບສິນຄົງທີ່ 1,000
6 465 ລັດ-ອາກອນ 1,860
  467 ລັດ-ອາກອນຕ້ອງໄດ້ຖອກ 1,860
7 212 ຊຄທ ທີ່ມີຕົວຕົນ ອາຄານ 18,600
  232 ຊັບສົມບັດຄົງທີ່ພວມຜະລິດ 18,600
  ລວມມູນຄ່າ ……….. …………

5. ຊັບສົມບັດຄົງທີ່ ທີ່ລັດປະກອບໃຫ້

ສຳລັບຊັບສົມບັດຄົງທີ່ ທີ່ລັດປະກອບໃຫ້ເຊັ່ນ: ສິດນຳໃຊ້ທີ່ດິນ, ອາຄານ, ພາຫານະຂົນສົ່ງ ແລະ ອື່ນໆ ທີ່ລັດໄດ້ປະກອບໃຫ້ນັ້ນ ແມ່ນຈະຕ້ອງໄດ້ຈົດເຂົ້າຕາມມູນຄ່າຕົ້ນທຶນທີ່ລັດໄດ້ປະເມີນໃຫ້. ແຕ່ຫາກໃນກໍລະນີທີ່ບໍ່ຮູ້ມູນຄ່າອັນແນ່ນອນແມ່ນໃຫ້ປະເມີນຕາມລາຄາ-ມູນຄ່າທີ່ຕະຫລາດກຳນົດ ຫລື ສາມາດຊື້ຂາຍໄດ້ຈິງໃນຕະຫລາດ.

ມູນຄ່າຮັບເຂົ້າຂອງຊັບສົມບັດຄົງທີ່ ທີ່ລັດໄດ້ປະກອບໃຫ້ ພວກເຮົາບໍ່ສາມາດທີ່ຈະຕີລາຄາຕາມລາຄາໃນ ທ້ອງຕະຫລາດໄດ້ ຈຳເປັນທີ່ຈະຕ້ອງໄດ້ກຳນົດລາຄາ ຫລື ຕີມູນຄ່າຕາມທີ່ລັດໄດ້ກຳນົດ ແລະ ສຳລັບການລົງບັນຊີ ແມ່ນໃຫ້ຈົດບັນຊີ ເບື້ອງມີ (141 ເງິນຊ່ວຍໜູນທີ່ລັດໄດ້ປະກອບໃຫ້ ເປັນພາຫານະ) ແລະ ຈົດໜີ້ ບັນຊີ (201 / 212 / 213 / 214 ຊັບສົມບັດຄົງທີ່).

5.1. ເວລາທີ່ລັດປະກອບຊັບສົບັດຄົງທີ່ໃຫ້ທຳອິດ

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 201 ສິດນຳໃຊ້ທີ່ດິນ 30,000,000
212 ສິ່ງປຸກສ້າງ 25,000,000
213 ເຄື່ອງຈັກ 55,000,000
214 ພາຫານະຂົນສົ່ງ 5,500,000
141 ເງິນຊ່ວຍໜູນລັດປະກອບໃຫ້ 115,500,000
ລວມມູນຄ່າ 115,500,000 115,500,000

5.2. ເວລາທົດແທນຄືນທຶນປະກອບຂອງລັດ

ກ. ເວລາຄິດໄລ່ເພື່ອທົດແທນຄືນ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 149 ພູດສ່ວນເງິນຊ່ວຍໜູນ 1,000,000
461 ລັດ-ເງິນຊ່ວຍໜູນຕ້ອງຮັບ 1,000,000
ລວມມູນຄ່າ 1,000,000 1,000,000
ຂ. ເວລາເບີກຈ່າຍເງິນທົດແທນຄືນຕົວຈິງ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 461 ລັດ-ເງິນຊ່ວຍໜູນຕ້ອງຮັບ 1,000,000
571 ຄັງເງິນສົດເປັນເງິນ 1,000,000
ລວມມູນຄ່າ 1,000,000 1,000,000
ຄ. ເວລາທົດແທນຄືນໝົດແລ້ວ

ຖ້າຫາກຢາກຮູ້ວ່າ ເວລາໃດໄດ້ທົດແທນໝົດນັ້ນ ໃຫ້ບັນດາທ່ານສັງເກດເບີ່ງບັນຊີ 149 ທີ່ສະແດງ ຢູ່ໃນໃບສະຫລຸບຊັບສົມບັດເບື້ອງ ໜີ້ສິນ, ເວລາໃດຫາກມູນຄ່າບັນຊີ 149 ເທົ່າກັບມູນຄ່າບັນຊີ 141 ສະແດງວ່າ ເວລານັ້ນໄດ້ທົດແທນຄືນທຶນທີ່ລັດໄດ້ປະກອບໃຫ້ໝົດແລ້ວ. ສະນັ້ນ, ເພື່ອລົບລ້າງບັນຊີດັ່ງກ່າວໃນທ້າຍ ປີ ໃຫ້ທ່ານທຳການບັນຊທຶກບັນຊີດັ່ງນີ້:

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 141 ເງິນຊ່ວຍໜູນທີ່ລັດປະກອບເປັນພາຫານະ 115,000,000
149 ພູດສ່ວນເງິນຊ່ວຍໜູນທີີ່ຈົດເຂົ້າບັນຊີຜົນໄດ້ຮັບ 115,500,000
ລວມມູນຄ່າ 115,500,000 115,500,000

6. ຊັບສົມບັດຄົງທີ່ ທີ່ໄດ້ມາລ້າ

ສຳລັບຊັບສົມບັດຄົງທີ່ ທີ່ໄດ້ມາລ້າແມ່ນຈຳເປັນຕ້ອງໄດ້ຈົດລົງບັນຊີ ໂດຍຖືເອົາມູນຄ່າທີ່ມີການຊື້ຂາຍກັນຈິງໃນທ້ອງຕະຫລາດ ໂດຍນຳໃຊ້ການຈົດ ເບື້ອງໜີ້ ເລກບັນຊີ (201 / 212 / 213 / 214 ຊັບສົມບັດຄົງທີ່) ແລະ ເບື້ອງມີ ເລກບັນຊີ (757 ລາຍຮັບບັງເອີນອື່ນໆ ຫລື ບັນຊີ 77 ເນື່ອງຈາກວ່າຊັບສົມບັດຄົງທີ່ດັ່ງກ່າວອາດຈະໄດ້ຮັບມາເປັນຂອງຂັວນ ຈາກການຢ້ຽມຢາມພົວພັນກັບທາງນອກ ຫລື ລາງວັນຕ່າງໆ. ດັ່ງຕົວຢ່າງເຊັ່ນ:

ຕົວຢ່າງ:ບໍລິສັດ PKV ການຄ້າ ໄດ້ຮັບລາງວັນບໍລິການດີເດັ່ນແຫ່ງປີ ຈາກສະມາຄົມຮ່ວມທຸລະກິດສາກົນເປັນ ລົດກະບະ 1 ຄັນໃນມູນຄ່າ 220,000,000 ກີບ ເຊີ່ງໄດ້ຈົດເຂົ້າເປັນຊັບສິນວິສາຫະກິດໃນວັນທີ: 15/05/2004

ການບັນທຶກບັນຊີ ຂອງລາຍການ

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 214 ຊັບສິນຄົງທີ່ເປັນພາຫານະ 220,000,000
757 ລາຍຮັບບັງເອີນອື່ນໆ 220,000,000
ລວມມູນຄ່າ 220,000,000 220,000,000

 

7. ຊັບສົມບັດຄົງທີ່ ເຊົ່າຊື້ ຫລື ເຊົ່າປະກອບທຶນ

ສັນຍາເຊົ່າທຳມະດາ ແມ່ນສັນຍາເຊິ່ງຜູ້ໃຫ້ເຊົ່າ ໂອນສິດໃນການນຳໃຊ້ຊັບສິນໃດນິຶ່ງໃຫ້ຜູ້ຮັບເຊົ່າ ໂດຍແລກກັບການຊຳລະເງິນສັນຍາເຊົ່າປະກອບທຶນ : ແມ່ນສັນຍາເຊົ່າທີ່ມີຜົນກະທົບເຮັດໃຫ້ມີການໂອນເກືອບວ່າຄວາມສ່ຽງຫລືຜົນປະໂຫຍດທັງຫມົດທີ່ຕິດພັນກັບກຳມະສິດຂອງຊັບສິນໃດຫນຶ່ງ ໂດຍມີຫລືບໍ່ມີການໂອນກຳມະສິດໃນຕອນທ້າຍຂອງສັນຍາ.ການຈັດສັນຍາເຊົ່າປະກອບທຶນຫລືສັນຍາເຊົ່າທຳມະດາຂຶ້ນກັບສະພາວະຄວາມເປັນຈິງແທນທີ່ຈະແມ່ນຮູບການສັນຍາ.

ຕົວຢ່າງ: ການຈັດເປັນສັນຍາເຊົາປະກອບທຶນ :

  • ກຳມະສິດຂອງຊັບສິນຖືກໂອນໄປໃຫ້ຜູ້ເຊົ່າເມື່ອສິນສຸດສັນຍາ;
  • ສັນຍາເຊົ່າໃຫ້ທາງເລືອກແກ່ຜູ້ເຊົ່າໃນການຊື້ຊັບ ສິນໃນລາຄາທີ່ຕ່ຳກວ່າມູນຄ່າຍຸຕິທຳແຕ່ເວລາເລີ້ມຕົ້ນສັນ ຍາແລະມີຄວາມແນ່ນອນໃຈທີ່ຈະຊື້ເອົາ
  • ອາຍຸການເຊົ່າກວມເອົາສ່ວນຫລວງຫລາຍອາຍຸການທາງດ້ານເສດຖະກິດ ຂອງຊັບສິນເຖິງແມ່ນວ່າບໍ່ມີການໂອນກຳມະສິດກໍຕາມ
  • ເວລາເລີ້ມຕົ້ນສັນຍາ, ມູນຄ່າຊຳລະເງິນຕ່ຳສຸດບ້ວງຄ່າເຊົ່າຖືກຕີມູນຄ່າເປັນມູນຄ່າປັດຈຸບັນຢ່າງຕ່ຳເທົ່າກັບເກືອບວ່າມູນຄ່າທັງຫມົດຂອງມູນຄ່າຍຸຕິທຳຂອງຊັບສິນທີ່ໄດ້ເຊົ່າ
  • ຊັບສິນທີ່ໄດ້ເຊົ່າມີລັກສະນະສະເພາະ ແລະ ມີພຽງແຕ່ຜູ້ເຊົ່າເທົ່ານັ້ນທີ່ສາມາດນຳໃຊ້ໂດຍບໍ່ມີການປ່ຽນແປງໃຫຍ່ແຕ່ປະການໃດເລີຍ.
  • ສັນຍາເຊົ່າທີ່ດິນບໍ່ໃຫ້ຈັດເປັນສັນຍາເຊົ່າປະກອບທຶນ (ກໍລະນີບໍ່ມີການໂອນກຳມະສິດ).
  • ສັນຍາເຊົ່າປະກອບທຶນ: ລົງບັນຊີຕາມຫລັກການແຫ່ງຄວາມພົ້ນເດັ່ນຂອງສະພາວະຄວາມເປັນຈິງດ້ານເສດຖະກິດຕໍ່ປາກົດການຄື :

7.1. ການບັນທຶກບັນຊີສຳລັບຜູ້ເຊົ່າ:

  • ຊ.ຄ.ທທີ່ໄດ້ເຊົ່າລົງບັນຊີເປັນຊັບສິນໃນໃບສະຫລຸບຊັບສົມບັດຕາມມູນຄ່າຍຸຕິທຳ
  • ພັນທະໃນການຊຳລະຄ່າເຊົ່າໃນອະນາຄົດຖືກລົງບັນຊີຕາມຈຳນວນເງິນດຽວກັນຢູ່ເບື້ອງຫນີ້ສິນໃບສະຫລຸບຊັບສົມບັດ.
7.1.1. ເວລາໂອນກຳມະສິດນໍາໃຊ້ທໍາອິດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21… ຊັບສິນຄົງທີ່ ທີ່ມີຕົວຕົນ 1,000,000
165 ໜີ້ຕ້ອງສົ່ງບ້ວງສັນຍາເຊົ່າ 1,000,000
ລວມມູນຄ່າ 1,000,000 1,000,000
7.1.2. ເວລາຈ່າຍຄ່າເຊົ່າ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 613 ຄ່າໃຊ້ຈ່າຍໃນການເຊົ່າ 200,000
165 ໜີ້ຕ້ອງສົ່ງບ້ວງສັນຍາເຊົ່າ 1,000,000
55… ເງິນຝາກທະນາຄານເປັນເງິນຕາ 1,200,000
ລວມມູນຄ່າ 1,200,000 1,200,000
7.1.3. ເວລາຊື້-ໂອນກຳມະສິດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 21… ຊັບສິນຄົງທີ່ ທີ່ມີຕົວຕົນ 800,000
55… ເງິນຝາກທະນາຄານເປັນເງິນຕາ 800,000
ລວມມູນຄ່າ 800,000 800,000

7.2. ການບັນທຶກບັນຊີສຳລັບຜູ້ໃຫ້ເຊົ່າ:

ຜູ້ໃຫ້ເຊົ່າທີ່ເປັນຜູ້ຜະລິດຫລືຜູ້ຈຳໜ່າຍຊ.ຄ.ທທີ່ໄດ້ໃຫ້ເຊົ່າ, ຫນີ້ຕ້ອງຮັບຖືກລົງບັນຊີຕາມຈຳນວນເງິນເທົ່າກັບມູນຄ່າຍຸຕິທຳຂອງຊັບສົມບັດຕາມຫລັກການທີ່ວິສາຫະກິດກຳນົດສຳລັບການຂາຍຂາດຕົວ. ດັ່ງນັ້ນ, ກຳໄລຫລືຂາດທຶນບ້ວງການຂາຍຈຶ່ງຖືກລົງບັນຊີໃນຜົນໄດ້ຮັບໃນປີ.

  • ໃນເວລາປະຕິບັດສັນຍາເຊົ່າ, ຄ່າເຊົ່າຖືກລົງບັນຊີສຳລັບຜູ້ເຊົ່າແລະຜູ້ໃຫ້ເຊົ່າຕາມຈຳນວນເງິນດຽວກັນ. ໂດຍຈຳແນກແຈ້ງ : ດອກເບ້ຍການເງິນແລະຕົ້ນທຶນກູ້ຢືມ.
  • ຊັບສິນທີ່ໃຫ້ເຊົ່າຕ້ອງໄດ້ຫັກຄ່າຫລຸ້ຍຫ້ຽນໃນບັນຊີຂອງຜູ້ເປັນເຈົ້າຂອງຕາມລະບຽບການທົ່ວໄປ
7.2.1. ເວລາໂອນກຳມະສິດນໍາໃຊ້ໃຫ້
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 25… ຊ ຄ ທ ເຊົ່າສິນເຊື່ອ 1,500,000
70… ຂາຍ ຜ/ພ, ສິນຄ້າ, ບໍລິການ 500,000
21… ຊັບສິນຄົງທີ່ ທີ່ມີຕົວຕົນ 1,000,000
ລວມມູນຄ່າ 1,500,000 1,500,000
7.2.2. ເວລາໄດ້ຮັບຄ່າເຊົ່າ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 55… ເງິນຝາກທະນາຄານເປັນເງິນຕາ 1,200,000
25… ຊ ຄ ທ ເຊົ່າສິນເຊື່ອ 1,000,000
768 ລາຍຮັບອື່ນ 200,000
ລວມມູນຄ່າ 1,200,000 1,200,000
37.2.. ເວລາຂາຍ – ໂອນກຳມະສິດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 55… ເງິນຝາກທະນາຄານເປັນເງິນຕາ 800,000
764 ລາຍຮັບຈາກການເຊົ່າ ຊ ຄ ທ 800,000
ລວມມູນຄ່າ 800,000 800,000

8. ມູນຄ່າໃນໃບສະຫລຸບຊັບສົມບັດ

ສຳລັບມູນຄ່າຊັບສົມບັດຄົງທີ່ ຈະຫລຸດລົງເລື້ອຍໆໃນໃບສະຫລຸບຊັບສົມບັດໃນທຸກໆປີ ຍ້ອນມີການຫັກຄ່າຫລຸ້ຍຫ້ຽນ ແລະ ການຫັກຄ່າເຊື່ອມມູນຄ່າຂອງຊັບສົດບັດຄົງທີ່ດັ່ງກ່າວ. ສະນັ້ນ, ມູນຄ່າທີ່ຍັງເຫລືອຕົວຈິງໃນໃບ ສະຫລຸບຊັບສົມບັດຈີ່ງເທົ່າກັບມູນຄ່າເດີມ ລົບ ຄ່າຫລຸ້ຍຫ້ຽນອອກ.

ໃນທ້າຍປີອາດຈະມີ 2ກໍລະນີທີ່ເກີດຂື້ນເຊັ່ນ: ກໍລະນີທີ 1. ແມ່ນມູນຄ່າເດີມ ຫລື ມູນຄ່າຮັບເຂົ້າໜ້ອຍກວ່າມູນຄ່າການກວດນັບໃນທ້າຍປີ ໃນກໍລະນີນີ້ໃບສະຫລຸບຊັບສົມບັດຕ້ອງຮັກສາມູນຄ່າເດີມໄວ້ ທັງນີ້ກໍ່ເພື່ອປະຕິ ບັດຕາມຫລັກການຊີ້ນຳ ແລະ ຂໍ້ຕົກລົງທາງການບັນຊີກ່ຽວກັບຫລັກການແຫ່ງຄວາມຮອບຄອບ, ກໍ່ລະນີທີ 2. ມູນ ຄ່າເດີມຫລາຍກວ່າມູນຄ່າການກວດນັບໃນທ້າຍປີ ໃນກໍລະນີນີ້ຕ້ອງຮັກສາມູນຄ່າເດີມທາງດ້ານການບັນຊີ, ສ່ວນມູນຄ່າທີ່ເສື່ອມສູນໄປນັ້ນຈີ່ງນຳມາສະແດງຕ່າງຫາກພາຍໄຕ້ຮູບແບບຂອງ.

  • ຮູບການຄ່າຫລຸ້ຍຫ້ຽນ, ຖ້າວ່າມູນຄ່າທີ່ສູນເສຍໄປນັ້ນຫາກເປັນການຖາວອນ.
  • ພາຍໄຕ້ຮູບການເງິນແຮ-ຄ່າເຊື່ອມມູນຄ່າ, ຖ້າມູນຄ່າທີ່ສູນເສຍໄປນັ້ນຫາກບໍ່ແນ່ນອນ. ສະນັ້ນ:

ມູນຄ່າຍັງເຫລືອໃນໃບສະຫລຸບຊັບສົມບັດ = ມູນຄ່າເດີມ – ຄ່າຫລຸ້ຍຫ້ຽນ

9. ການຫັກຄ່າຫລຸ້ຍຫ້ຽນຂອງຊັບສົມບັດຄົງທີ່

ໃນການຫັກຄ່າຫລຸ້ຍຫ້ຽນຂອງຊັບສົມບັດຄົງທີ່ນັ້ນ ຈະປະກອບມີຫລາຍວິທີຂື້ນກັບລັກສະນະ ແລະ ລາຍລະອຽດຂອງຊັບສົມບັດຄົງທີ່ ແລະ ເປັນວິທີທີ່ນິຍົມໃຊ້ກັນຈະປະກອບມີ 3 ວິທີຄື:

9.1. ການຫັກຄ່າຫລຸ້ຍຫ້ຽນແບບສະໝໍ່າສະເໝີ

ການຫັກຄ່າຫລຸ້ຍຫ້ຽນແບບສະໝໍ່າສະເໝີ ໝາຍເຖິງວິທີການຫັກຄ່າຫລຸ້ຍຫ້ຽນໂດຍອີງໃສ່ອາຍຸການນຳໄຊ້ ງານຂອງບັນດາຊັບສົມບັດຄົງທີ່, ໂດຍປົກະຕິແລ້ວຈະອີງໃສ່ການຮັບປະກັນຂອງຜູ້ຜະລິດຊັບສົມບັດຄົງທີ່ນັ້ນໆ ໃນ ການຄຳນວນແມ່ນການຫານມູນຄ່າຂອງຊັບສົມບັດຄົງທີ່ທັງໝົດໃຫ້ອາຍຸການໃຊ້ງານດັ່ງສູດຕໍ່ໄປນີ້:

ຄ່າຫລຸ້ຍຫ້ຽນຕໍ່ປີ = ມູນຄ່າເດີມ ຫານ ອາຍຸການໃຊ້ງານ

ຕົວຢ່າງ: ລົດກະບະຄັນໜື່ງຂອງບໍລິສັດ PKV ໄດ້ມີມູນຄ່າຮັບເຂົ້າເປັນຊັບສິນຂອງບໍລິສັດ 250,000,000 ກີບ ແລະ ມີອາຍຸການນຳໃຊ້ 5 ປີ, ຈະມີວິທີຄິດໄລ່ຄ່າຫລຸ້ຍຫ້ຽນດັ່ງຕໍ່ໄປນີ້:

ຄ່າຫລຸ້ຍຫ້ຽນຕໍ່ປີ  = 250,000,000/5 = 50,000,000ກີບ.

ລາຍການບັນທຶກບັນຊີ:

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 682.. ຫັກຄ່າຫລຸ້ຍຫ້ຽນຂອງ ຊຄທ 50,00,000
281.. ຄ່າຫລຸ້ຍຫ້ຽນຂອງ ຊຄທ 50,00,000
ລວມມູນຄ່າ 50,000,000 50,000,000

9.2. ການຫັກຄ່າຫລຸ້ຍຫ້ຽນແບບຫລຸດຜ່ອນ

ໃນການຫັກຄ່າຫລຸ້ຍຫ້ຽນແບບຫລຸດຜ່ອນນີ້ ແມ່ນຈະມີການຫັກໃນປີທຳອິດຫລາຍ ແລະ ຈະມີການຫລຸດລົງເລື້ອຍໆໃນປີຕໍ່ໄປ ໂດຍມູນຄ່າຂອງການຫັກໃນແຕ່ລະປີນັ້ນຈະອີງໃສ່ຕົວເລກພື້ນຖານດັ່ງຈະສະແດງໃນສູດຄິດ ໄລ່ດັ່ງຕໍ່ໄປນີ້:

ດັດສະນີພື້ນຖານ  = N ( N+1 )
2
  • ໃນນັ້ນ N ໝາຍເຖິງອາຍຸການນຳໃຊ້ຂອງຊັບສົມບັດຄົງທີ່ດັ່ງກ່າວ

ຕົວຢ່າງ: ພາຫານະຂົນສົ່ງໜື່ງຄັນ ມີມູນຄ່າ 45,000,000 ກີບ, ມີອາຍຸການໃຊ້ງານ 5ປີ. ສຳລັບຄິດໄລ່ດັດສະນີ ພື້ນຖານແມ່ນຕ້ອງປະຕິບັດຕາມແບບຕັ້ງຕໍ່ໄປນີ້:

ດັດສະນີພື້ນຖານ  = 5 ( 5+1 ) = 15 ຫລື = 1+2+3+4+5
2
ຕາຕະລາງຄ່າຫລຸ້ຍຫ້ຽນໃນແຕ່ລະປີ
ຄ່າຫລຸ້ຍຫ້ຽນໃນປີທີ 1 = 45,000,000×5 / 15 = 15000000
ຄ່າຫລຸ້ຍຫ້ຽນໃນປີທີ2 = 45,000,000×4 / 15 = 12000000
ຄ່າຫລຸ້ຍຫ້ຽນໃນປີທີ3 = 45,000,000×3 / 15 = 9000000
ຄ່າຫລຸ້ຍຫ້ຽນໃນປີທີ4 = 45,000,000×2 / 15 = 6000000
ຄ່າຫລຸ້ຍຫ້ຽນໃນປີທີ5 = 45,000,000×1 / 15 = 3000000

ລາຍການລົງບັນຊີ

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 682.. ຫັກຄ່າຫລຸ້ຍຫ້ຽນຂອງ ຊຄທ 15,000,000
281.. ຄ່າຫລຸ້ຍຫ້ຽນຂອງ ຊຄທ 15,000,000
ລວມມູນຄ່າ 15,000,000 15,000,000

9.3. ການຫັກຄ່າຫລຸ້ຍຫ້ຽນຕາມການນໍາໄຊ້

ອີງໃສ່ຄວາມເປັນຈິງແລ້ວ ຊັບສົມບັດຄົງທີ່ຫລາຍຊະນິດ ການຮັບປະກັນຂອງຜູ້ຂາຍອາດຈະກຳນົດເປັນໄລ ຍະເວລາ ແລະ ກຳນົດເປັນການຊົມໃຊ້ຕົວຈິງເຊັ່ນ: ລົດຄັນໜື່ງອາດຈະມີອາຍຸການໃຊ້ງານຄິດເປັນ 300,000 ກິໂລ ແມັດ, ເຄື່ອງຈັກເລື່ອຍໄມ້ເຄື່ອງໜື່ງອາດຈະໄດ້ປ່ຽນໃບ້ເລື່ອຍໃນເມື່ອເລື່ອຍໄມ້ໄດ້ 30 ຄິວເປັນຕົ້ນ. ສະນັ້ນ, ການ ຫັກຄ່າຫລຸ້ຍຫ້ຽນຂອງຊັບສົມບັດຄົງທີ່ປະເພດດັ່ງກ່າວນີ້ ຈີ່ງຈຳເປັນຕ້ອງໄດ້ຫັກແບບອາຍຸການໃຊ້ງານ.

ຕົວຢ່າງ:ລົດບັນທຸກຄັນໜື່ງມີມູນຄ່າເດີມ 500,000 ກີບ ແລະ ມີອາຍຸການໃຊ້ງານ 500,000 ກິໂລແມັດ. ສົມ ມຸດວ່າໃນ 6 ປີທີ່ຜ່ານມາລົດຄັນດັ່ງກ່າວນັ້ນ ໄດ້ມີການໃຊ້ງານດັ່ງລາຍລະອຽດລຸ່ມນີ້:

ຕາຕະລາງສະແດງການໃຊ້ງານຂອງໃນແຕ່ລະປີ ຄ່າຫລຸ້ຍຫ້ຽນແຕ່ລະກິໂລແມັດຂອງລົດຄັນດັ່ງກ່າວແມ່ນ:

ປີ ໄລຍະທາງ ປີທີ ໄລຍະທາງ
1

3

5

100,000

75,000

125,000

2

4

6

50,000

95,000

55,000

500,000,000 = 1,000 ກີບ / Km
500,000

ສະນັ້ນ, ຄ່າຫລຸ້ຍຫ້ຽນແຕ່ລະປີຂອງລົດຄັນດັ່ງກ່າວຈະແມ່ນ:

ປີ ໄລຍະທາງ ຄ່າຫລຸ້ຍຫ້ຽນແຕ່ລະ Km ມູນຄ່າ ຄ່າຫລຸ້ຍຫ້ຽນໃນປີ
1 100,000 1,000 100,000,000
2 50,000 1,000 50,000,000
3 75,000 1,000 75,000,000
4 95,000 1,000 95,000,000
5 125,000 1,000 125,000,000
6 55,000 1,000 55,000,000
ລວມມູນຄ່າ ……………………… …………………………….. ……………………………………

10. ການສະສາງຊັບສົມບັດຄົງທີ່ອອກຈາກຊັບສິນລວມຂອງ ວິສາຫະກິດ

10.1. ການຂາຍຊັບສົມບັດຄົງທີ່ອອກ

ກ. ເວລາຂາຍຊັບສິນຄົງທີ່ອອກ ສຳລັບມູນຄ່າຂາຍອອກ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 571 ບັນຊີຄັງເງິນສົດ 250,000
752 ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ 250,000
ລວມມູນຄ່າ 250,000 250,000

 

ຂ. ຖ້າຫາກ ຊຄທ ບໍ່ທັນຫັກຄ່າຫລຸ້ຍຫ້ຽນ ຕ້ອງໄດ້ຫັກແຕ່ມື້ຊື້ມາຈົນຮອດມີຂາຍ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 682.. ຫັກຄ່າຫລຸ້ຍຫ້ຽນຂອງ ຊຄທ 20,000
281… ຄ່າຫລຸ້ຍຫ້ຽນຂອງ ຊຄທ 20,000
ລວມມູນຄ່າ 20,000 20,000

10.2. ການສະສາງອອກເປັນເຫລັກເສດ

ກ. ຖ້າຫາກ ຊຄທ ບໍ່ທັນຫັກຄ່າຫລຸ້ຍຫ້ຽນ ຕ້ອງໄດ້ຫັກແຕ່ມື້ຊື້ມາຈົນຮອດມີຂາຍ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 682.. ຫັກຄ່າຫລຸ້ຍຫ້ຽນຂອງ ຊຄທ 20,000
281… ຄ່າຫລຸ້ຍຫ້ຽນຂອງ ຊຄທ 20,000
ລວມມູນຄ່າ 20,000 20,000
ຂ. ຈາກນັ້ນຈຶ່ງບັນທຶກລາຍການສະສາງອອກຂອງ ຊັບສົມບັດຄົງທີ່ ໄປເປັນເຫລັກເສດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 281.. ຄ່າຫລຸ້ຍຫ້ຽນຂອງ ຊຄທ 40,000
652 ມູນຄ່າສ່ວນຫລຸດຈາກການຂາຍ ຊຄທ 10,000
21… ຊັບສົມບັດຄົງທີ່ ທີ່ມີຕົວຕົນ 50,000
ລວມມູນຄ່າ 50,000 50,000
ຄ. ການຕີລາຄາຂາຍໂດຍການຄາດຄະເນຂອງມູນຄ່າຍັງເຫລືອທີ່ເກັບຄືນໄດ້
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 358 ຜະລິດຕະພັນເສດເຫລືອຫລືວັດຖຸເກັບຄືນ 40,000
731 ຜະລິດຕະພັນຄົງທີ່ແລະຊົມໃຊ້ເອງ 40,000
ລວມມູນຄ່າ 40,000 40,000

 

ງ. ການສະສາງລາຄາຄາດຄະເນເພື່ອທຳການຂາຍເຫລັກເສດອອກ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 731 ຜະລິດຕະພັນຄົງທີ່ ແລະ ຊົມໃຊ້ເອງ 40,000
358 ຜະລິດຕະພັນເສດເຫລືອຫລືວັດຖຸເກັບຄືນ 40,000
ລວມມູນຄ່າ 40,000 40,000
ຈ. ເວລາຂາຍຕົວຈິງເກີດຂື້ນ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 481/571 ລູກຄ້າເປັນລູກໜີ້ / ຄັງເງິນ 100,000
752 ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ 100,000
ລວມມູນຄ່າ 100,000 100,000