ບົດທີ1: ພ​າກສະເໜີທົ່ວໄປກ່ຽວກັບການບັນຊີ

1. ປະຫວັດຄວາມເປັນມາຂອງການບັນຊີ

ໃນສະໃຫມທີ່ຍັງບໍ່ທັນມີການແລກປ່ຽນດ້ວຍເງິນຕາ ແຕ່ໃຊ້ສິ່ງຂອງແລກປ່ຽນກັນໂດຍກົງເຊິ່ງເອີ້ນວ່າ:ແບບວິທີ Batter ມີການນຳໃຊ້ສິ່ງຫນື່ງຂີດຂຽນເປັນເຄື່ອງໝາຍໄວ້ເພື່ອຄວາມຈື່ຈຳຖືວ່າເປັນວິທີການທີ່ຍັງບໍ່ທັນເປັນລະບຽບຮຽບຮ້ອຍ.ຕໍ່ມາໄດ້ມີການຫາວິທີເພື່ອໃຫ້ເກີດຄວາມສະດວກໃນການຈົດບັນທຶກເປັນລຳດັບມາເປັນການຈົດກ່າຍເປັນການບັນຊີຂື້ນມາໃນປາຍສະຕາວັດທີ 13 ໄດ້ເລີ່ມນຳໃຊ້ຫລັກການບັນຊີຄູ່ ແລະຫລັກຖານການຈົດກ່າຍເປັນບັນຊີຄູ່ໄດ້ຄົ້ນພົບທີ່ເມືອງຟອລເຣ ໃນລະຫວ່າງ ຄສ 1296-1300 ເປັນເຫລັ້ມທຳອິດ, ແຕ່ຫລັກຖານສຳລັບການບັນທຶກບັນຊີຄູ່ສະບັບສົມບູນເຫລັ້ມທຳອິດພົບທີ່ເມືອງເຈນິວປະເທດອິດຕາລີ ຄສ 1340 ເປັນຍົກທີ່ປະເທດອິດຕາລີຈະເລີນຮຸ່ງເຮືອງທາງດ້ານການຄ້າ

ໃນປີ ຄສ1494 -1495 Locus Pacioli ນັກບວດຊາວອິດຕາລຽນໄດ້ຮຽບຮຽງປື້ມກ່ຽວກັບການບັນຊີຂື້ນມາເປັນຄັ້ງທຳອິດໂດຍໃສ່ຊື່ວ່າ: De competes et Scripturis ຕໍ່ມາHugh old castle ໄດ້ນຳຜົນງານຂອງPacioli ມາແປເປັນພາສາອັງກິດ ແລະຮຽບຮຽງເພີ່ມເຕີມຂື້ນທີ່London ໃນປີຄສ 1543 ໃນປີຄສ1553 James peele ໄດ້ຂຽນເລື່ອງHow to keep a perfect accompt (A/C) of Debitourand Credit our

ໃນປີ ຄສ1795 Edward jones ໄດ້ຮຽບຮຽງ English Bookkeeping ເຊິ່ງໄດ້ແນະນຳການໃຊ້ Journal ໂດຍມີ 2ຊ່ອງແທນທີ່ຈະມີຊ່ອງດຽວດັ່ງທີ່ເຄີຍປະຕິບັດມາ ແລະ ເປັນຜູທີ່ໄດ້ອະທິບາຍເຖິງວິທີການໃຊ້ບົດທົດລອງບັນຊີການຊື້, ບັນຊີການຂາຍຈົນເປັນທີ່ຮູ້ຈັກກັນມາເທົ່າທຸກວັນນີ້

2. ຄວາມໝາຍຂອງການບັນຊີ ແລະ ການເງິນ

2.1. ຄວາມຂອງການບັນຊີ

ການບັນຊີແມ່ນການຈົດຮັບຮູ້, ຄິດໄລ່, ບັນທຶກ-ຈົດກ່າຍທາງດ້ານການເງິນຫລືວັດຖຸສິ່ງຂອງຕ່າງໆ ຂອງວິສາຫາກິດທີ່ສາມາດຕີມູນຄ່າເປັນເງິນໄດ້, ເພື່ອນໍາການຈັດວາງ ແລະລາຍງານຂໍ້ມູນທາງດ້ານການເງິນທີ່ເນື່ອງມາຈາກການເຄື່ອນໃຫວກິດຈະການຂອງຫົວໜ່ວຍການບັນຊີ. ການບັນຊີແບ່ງອອກເປັນ3 ລະບົບດັ່ງນີ້:

  • ການບັນຊີແຫ່ງລັດ: ບັນຊີງົບປະມານ, ບັນຊີຄັງເງິນ, ບັນຊີບໍລິຫານວິຊາການແລະບັນຊີກອງທຶນຂອງລັດ.
  • ການບັນຊີຂອງຫົວຫນ່ວຍວິສາຫາກິດຕ່າງໆລວມທັງບັນຊີທະນາຄານ ແລະການປະກັນໄຟ
  • ການບັນຊີຂອງຫົວຫນ່ວຍທີ່ບໍ່ສະແຫວງຫາຜົນກຳໄລ ແລະອື່ນໆ

2.2. ຄວາມໝາຍຂອງການເງິນ

ການເງິນ ແມ່ນໝາຍເຖິງການເກັບຮັກສາເງິນ ແລະ ການນຳໄຊ້ເງິນທຶນໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ວັດຖຸປະສົງທີ່ວາງໄວ້ ຫລື ຕາມແຜນງານງົບປະມານລາຍຈ່າຍທີ່ໄດ້ກຳນົດ ຫລື ໄດ້ວາງໄວ້ ໂດຍເນັ້ນເຖິງຄວາມຄ່ອງຕົວ ຫລື ສະພາບຄ່ອງທາງດ້ານການເງິນຂອງບໍລິສັດ ເພື່ອຈະສາມາດສຳຮອງເງິນທຶນໝູນວຽນ ແລະ ຕອບສະໜອງຕາມສະພາບຄວາມການປ່ຽນແປງທາງດ້ານການເງິນຂອງບໍລິສັດໃນອະນາຄົດໄດ້.

3. ພາລະບົບບາດຂອງການບັນຊີ

ການບັນຊີທົ່ວໄປ ມີພາລະບົບບາດໃນການສະຫນອງຂໍ້ມູນຂ່າວສານທາງດ້ານການເງິນໃຫ້ແກ່ສອງພາສ່ວນໃຫຍ່ຄື: ພາກສ່ວນພາຍໃນວິສາຫາກິດ ແລະພາກສ່ວນພາຍນອກວິສາຫາກິດ, ໝາຍຄວາມວ່າສ່ອງແສງໃຫ້ເຫັນພາບພົດອັນຖືກຕ້ອງໃນການເຄື່ອນໃຫວຕ່າງໆຂອງວິສາຫາກິດ

3.1. ພາກສ່ວນພາຍໃນວິສາຫາກິດ:

ການບັນຊີຕ້ອງສະຫນອງຂໍ້ມູນຂ່າວສານ-ອັນຖືກຕ້ອງທາງດ້ານບັນຊີໃຫ້ແກ່ຜູ້ນຳພາກວິສາຫາກິດ ເພື່ອເປັນຍ່ອນອີງໃນການວາງທິດທາງການເຄື່ອນໃຫວ ແລະການຂະຫຍາຍຕົວຂອງວິສາຫາກິດ.

3.2. ພາກສ່ວນພາຍນອກວິສາຫາກິດ:

ຂໍ້ມູນທາງດ້ານການເງິນ – ການບັນຊີຈະສະແດງອອກຢູ່ໃນເອກະສານລາຍງານສັງເຄາະປະຈຳປີ ເຊິ່ງລວມໃນໃບດຸ່ນດ່ຽງ, ໃບລາຍງານຜົນໄດ້ຮັບ, ໃບສະຫລຸບຊັບສົມບັດ ແລະ ເອກະສານຊ້ອນທ້າຍທັງຫມົດນີ້ຈະເປັນເອກະສານຍັ້ງຢືນເຖິງຜົນການເຄື່ອນໃຫວທຸລະກິດວິສາຫາກິດໃນໄລຍະໜື່ງປີພ່ານມາ. ບັນດາເອກະສານດັ່ງກ່າວຈະເປັນບ່ອນອີງໃຫ້ແກ່ພາກສ່ວນພາຍນອກຂອງວິສາຫາກິດໃນການຕີລາຄາສະພາບການທາງດ້ານການເງິນ – ບັນຊີຂອງວິສາຫາກິດ ເພື່ອຄວາມສະດວກໃນການກວດກາ ແລະຮ່ວມືຢາວນານ.

4. ການບັນຊີເບື້ອງຕົ້ນ

ໃນການເຮັດບັນຊີຢ່າງໃດຢ່າງໜື່ງນັ້ນ ແມ່ນຈະຂື້ນກັບປະເພດຂອງທຸລະກິດ ໂດຍປົກກະຕິແລ້ວລາຍການ ການຄ້າຈະປະກອບດ້ວຍບັນຊິການຊື້, ການຂາຍ, ການຮັບເງິນ ແລະ ການຈ່າຍເງິນ ຫລື ລາຍການອື່ນໆທີ່ກ່ຽວຂ້ອງກັບການເງິນ ເຊີ່ງຈະຕ້ອງໄດ້ສຶກສາ ແລະ ວິໄຈວ່າຈະບັນທຶກບັນຊີຢ່າງໃດ ແລະ ຢູ່ໃນໝວດໃດຂອງບັນຊີ.

5. ການເລີ່ມຕົ້ນທຸລະກິດ

ກ່ອນຈະທຳການເລີ່ມຕົ້ນທຸລະກິດ ຜູ້ທີ່ຈະສ້າງຕັ້ງຈະຕ້ອງມີຊັບສິນ ເຊີ່ງເປັນຕົວເງິນສົດ ຫລື ອາດເປັນວັດ ຖຸເຊັ່ນ: ທີ່ດິນ, ເຮືອນ ຫລື ສຳນັກງານ, ພາຫານະຂົນສົ່ງ ແລະ ວັດຖຸ-ອຸປະກອນຮັບໃຊ້ໃນທຸລະກິດຕ່າງໆ ລວມທັງ ກຳມະ ສິດໃນທີ່ດິນ ແລະ ອື່ນໆ… ທັງໝົດທີ່ກ່າວມານັ້ນຈະຖືກຕີມູນຄ່າເປັນຕົວເງິນ ແລະ ຖືກຈັດໄວ້ເປັນໝວດຢ່າງມາດ ຕະຖານເປັນລະບຽບ.

ໃນກໍລະນີທີ່ ວິສາຫະກິດຂາດສະພາບຄ່ອງທາງດ້ານການເງິນ ອາດຈະຂໍກູ້ຢືມເງິນອາດຈະຂໍກູ້ຢືມຈາກທາງນອກເຊັ່ນ: ທະນາຄານ, ລັດຖະບານ ແລະ ພາກສ່ວນອື່ນໆ ເຊີ່ງພວກເຮົາເອີ້ນກັນວ່າ: ເປັນໜີ້ສິນຂອງ ວິສາຫະກິດ ໂດຍສະຫລຸບຄວາມວ່າ ໃນບັນຊີວິສາຫະກິດ ຈະປະກອບມີ 2 ພາກສ່ວນຕົ້ນຕໍຄື: ຊັບສິນ ແລະ ໜີ້ສິນ.

5.1. ຊັບສິນ Credite

ຊັບສິນແມ່ນມູນຄ່າທີ່ມີຕົວຕົນຂອງງເງິນສົດ, ເຄື່ອງໃຊ້ຫ້ອງການ, ອາຄານສຳນັກງານ, ພາຫານະຮັບໃຊ້ແລະມູນຄ່າທີ່ບໍ່ມີຕົວຕົນຂອງຊັບສິນເຊັ່ນ: ສິດນໍາໃຊ້ທີ່ດິນ, ສັນຍາກູ້ຍືມ ແລະສັນຍາອື່ນໆ…ເຊິ່ງທັງໝົດນັ້ນສາມາດແລກ ປ່ຽນຊື້ຂາຍ ແລະ ໂອນກຳມະສິດໄດ້ ໂດຍທົ່ວໄປແລ້ວຊັບສິນຂອງວິສາຫາກິດ ໄດ້ຖືກຈັດແບ່ງອອກເປັນ 3 ປະເພດເຊັ່ນ: ຊັບສິນຄົງທີ່, ຊັບສິນໝູນວຽນ ແລະຊັບສິນໃນກໍາມືຂອງ ວິສາຫະກິດນັ້ນເອງ.

ຕົວຢ່າງ: ທ້າວ ແສງບັນດິດ ມີຊັບສິນຕ່າງໆທັງໝົດອັນກຳນົດມູນຄ່າເປັນເງິນດັ່ງນີ້:

ເງິນສົດ                       20,000,000 ກີບ

ລົດຍົນ                        50,000,000 ກີບ

ອາຄານ                       35,000,000 ກີບ

ສິດຮຳໃຊ້ທີ່ດິນ               40,000,000 ກີບ

ມູນຄ່າຊັບສິນທັງໝົດທີ່ລາວມີນັ້ນ ລາວໄດ້ນຳມາປະກອບກິດຈະການ ຫລື ນຳຊັບສິນດັ່ງກ່າວມາລົງທຶນມີຄື

ເງິນສົດ                       15,000,000 ກີບ

ລົດຍົນ                        50,000,000 ກີບ

ອາຄານ                       35,000,000 ກີບ

ດັ່ງນັ້ນ, ທຶນທີ່ລາວນຳມາລົງທຶນປະກອບໃນກິດຈະການຈິ່ງເທົ່າ 100,000,000 ກີບ ແລະ ສ່ວນທີ່ຍັງເຫລືອເປັນຂອງສ່ວນຕົວ ຫລື ຊັບສິນສ່ວນຕົວຂອງລາວມີຄື:

ເງິນສົດ                       35,000,000 ກີບ

ສິດນຳໃຊ້ທີ່ດິນ               40,000,000 ກີບ

5.2. ໜີ້ສິນ Debite

ໜີ້ສິນແມ່ນຈຳນວນມູນຄ່າການກູ້ຍືມທັງໝົດບໍ່ວ່າຈະເປັນເງິນຫຼືວັດຖຸລວມທັງການຊື້ຕິດໜີ້ເຊັ່ນ: ການຊື້ຕິດໜີ້  ການເຊົ່າພາຫານະມາຮັບໃຊ້ ແລະການເຊົ່າອາຄານເປັນຕົ້ນ ເຊິ່ງບັນດາໜີ້ສິນຂອງວິສາຫາກິດຈະປະກອບມີສອງປະເພດເຊັ່ນ: ໜີ້ຕ້ອງຮັບ ແລະໜີ້ຕ້ອງສົງ ແຕ່ວ່າໜີ້ຕ້ອງຮັບໄດ້ກາຍເປັນຊັບສິນໜູມວຽນຂອງວິສາຫາກິດແລ້ວສະນັ້ນໃນທີ່ນີ້ເຮົາຈະກ່າວເຖິງໜີ້ຕ້ອງສົ່ງເທົ່ານັ້ນເຊັ່ນ: ການຊື້ວັດຖຸສີ່ງຂອງຕິດໜີ້, ການຊື້ສິນຄ້າ ແລະ ອື່ນໆ

ບັນດາເອກະສານໃນການປະກອບອື່ນໆ ໃນການສ້າງຕັ້ງບໍລິສັດນັ້ນ ແມ່ນຂື້ນກັບກົດໝາຍ ແລະ ລະບຽບການຂອງໃນແຕ່ລະປິເທດທີ່ວາງອອກ ເຊີ່ງສຳລັບ ສ ປ ປ ລາວ ແມ່ນປະກອບມີຄື:

  • ໃບຊີວະປະຫວັດຂອງຜູ້ທີ່ຈະສ້າງ
  • ໃບປະກາສະນິຍະບັດ
  • ໃບສັນຍາສ້າງຕັ້ງບໍລິສັດ
  • ໃບແຈ້ງບັນຊີເງິນຝາກຈາກທະນາຄານ
  • ໃບຄຳຮ້ອງຂໍຂື້ນທະບຽນວິສາຫະກິດ

–     ບົດວິພາກເສດຖະກິດ ແລະ ອື່ນໆ

–     ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງ

5.3. ທຶນຕົນເອງ Capital

ທຶນຕົນເອງແມ່ນຈໍານວນເງິນ ຫຼືຊັບສິນຂອງເຈົ້າຂອງທຸລະກິດຊັບສິນທັງໝົດຫັກໜີ້ສິນອອກສ່ວນທີ່ເຫຼືອຈະເປັນຂອງເຈົ້າຂອງກິດຈະການຫຼື ເອີ້ນອີກຢ່າງໜື່ງວ່າ: ສ່ວນຂອງເຈົ້າຂອງກິດຈະການ(ທຶນໃນທີ່ນີ້ບໍ່ໄດ້ໝາຍເຖິງສ່ວນຂອງເຈົ້າຂອງກິດຈະການບວກກຳໄລລົບຂາດທຶນທີ່ເກີດຂື້ນ) ໂດຍທົ່ວໄປສໍາລັບ ແຫລ່ງທຶນຂອງວິສາຫາກິດຈະມາ ຈາກສອງພາກສ່ວນໃຫຍ່ເຊັ່ນ: ຈາກພາຍນອກວິສາຫາກິດ(ກູ້ຍືມນຳສະຖາບັນການເງິນ, ຈາການຂາຍຫຸ້ນບຸລິ ມະສິດ ແລະອື່ນໆ) ແລະ ໄດ້ມາຈາກພາຍໃນວິສາຫາກິດການເພີ່ມທຶນຂອງຂາຫຸ້ນ ໄດ້ຈາກກຳໄລສະສົມ, ໄດ້ຈາກບັນດາຄັງອື່ນໆທີ່ຫັກໃວ້ຕາມລະບຽບການທາງດ້ານການບັນຊີ ຫລື ຂອງທຸລະກິດ

ຕົວຢ່າງ: ຊັບສິນທັງໝົດຂອງທ່ານ ວິລະພົນ ອາດວິໄລ:

ລາຍການ ມູນຄ່າ
ເງິນສົດ

ລົດກະບະ

ອາຄານ

ສິດນຳໃຊ້ທີ່ດິນ

20,000,000 ກີບ

50,000,000 ກີບ

31,000,000 ກີບ

40,000,000 ກີບ

ລວມມູນຄ່າຊັບສິນ 145,000,000 ກີບ

ທ່ານ ວິລະພົນ ອາດວິໄລ ມີແນວຄວາມຄິດທີ່ຈະເຮັດທຸລະກິດ ເຊີ່ງລາວຈະຕ້ອງລົງທຶນ ແລະ ຈົດທະບຽນຊັບສິນຂອງລາວດັ່ງຕໍ່ໄປນີ້:

ລາຍການ ມູນຄ່າ
ເງິນສົດ

ລົດກະບະ

15,000,000 ກີບ

50,000,000 ກີບ

ລວມຍອດຊັບສິນທັງໝົດຂອງທຸລະກິດ 65,000,000 ກີບ

ສະນັ້ນ ຊັບສິນສ່ວນຕົວຂອງ ທ່ານ ວິລະພົນ ອາດວິໄລ

ລາຍການ ມູນຄ່າ
ເງິນສົດ

ອາຄານ

ສິດນຳໃຊ້ທີ່ດິນ

5,000,000 ກີບ

31,000,000 ກີບ

40,000,000 ກີບ

ລວມມູນຄ່າຊັບສິນ 76,000,000 ກີບ

6. ສະເໝີຜົນການບັນຊີ

ເປັນລາຍການທີ່ສະແດງໃຫ້ເຫັນເຖິງຖານະທາງດ້ານການເງິນ ຂອງກິດະການໃນວັນໃດວັນຫນື່ງ ເພື່ອໃຫ້ຮູ້ວ່າກິດຈະ ການທາງດ້ານການເງິນຂອງກິດຈະການມີຄືແນວໃດ?. ໃນລາຍງານຂໍ້ມູນຈະປະກອບດ້ວຍຊັບສິນ, ໜີ້ສິນ ແລະ ທຶນຫລື ສ່ວນທີ່ເປັນເຈົ້ຂອງກິດຈະການຂໍ້ມູນເລົ່ານີ້ເຮັດໃຫ້ຮູ້ວ່າຖ້າເອົາຊັບສິນຂອງກິດຈະການຫັກໃຫ້ໜີ້ສິນຂອງກິດ ຈະການຈະອອກມາເປັນທຶນຫຼືອາດເວົ້າໄດ້ວ່າຊັບສິນຂອງກິດຈະການສ່ວນໜື່ງເປັນຂອງຕົນເອງ ແລະສ່ວນໜື້ງເປັຍນເຈົ້າໜີ້ນັ້ນເອງ.

ຫຼັກການໃນການເຮັດບັນຊີໃນປະຈຸບັນ ແມ່ນຫຼັກການບັນຊີຄູ່ເຊິ່ງປະກອບດ້ວຍສອງເບື້ອງຄື: ເບື້ອງຊັບສິນ ແລະໜີ້ສິນ ແລະມູນຄ່າທັງສອງເບື້ອງແມ່ນຈະເທົ່າກັນຕະຫລອດບໍ່ວ່າກິດຈະການຈະມີກໍາໄລຫຼືຂາດທຶນກໍ່ຕາມ.

ຊັບສິນ = ໜີ້ສິນ + ທຶນ
ທຶນ = ຊັບສິນ – ໜີ້ສິນ

7. ໃບສະຫລຸບຊັບສົມບັດ

ໃບສະຫລຸບຊັບສົມບັດ ແມ່ນໃບສະຫລຸບຊັບສິນ ແລະ ໜີ້ສິນທັງໝົດຂອງບໍລິສັດ ຫລື ກິດຈະການໃດໜື່ງໃນເມື່ອເລີ່ມຕົ້ນກິດຈະການ ຫລື ມື້ທ້າຍປີ, ໃບສະຫລຸບຊັບສົດບັດຖືກສ້າງຂື້ນ ເພື່ອໃຫ້ຮູ້ເຖິງສະພາບການຂອງບໍລິສັດມິຊັບສິນຫລືໜີ້ສິນເປັນຈຳນວນເທົ່າໃດ, ຕາມປົກະຕິແລ້ວໃບສະຫລຸບຊັບສົມບັດຖືກສ້າງຂື້ນໃນທຸກໆ ທ້າຍປີ ແລະ ເວລາເລີ່ມເປີດບໍລິສັດ ເພື່ອລາບງານສະຖານະການເງິນຂອງບໍລິສັດ ໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຮູ້.

ຫລັການທົ່ວໄປໃນການສ້າງໃບສະຫລຸບຊັບສົມບັດ ມີຄືດັ່ງຕໍ່ໄປນີ້:

  • ຫົວຂໍ້ຂອງໃບສະຫລຸບຊັບສົມບັດ: ຂຽນຊື່ບຸກຄົນ ຫລື ຮ້ານຄ້າທີ່ສະແດງເຖິງເຈົ້າຂອງໃບສະຫລຸບຊັບສົມ ບັດມີຄຳວ່າ: ໃບສະຫລຸບຊັບສົມບັດ, ມີວັນທີ່ສະແດງໃບສະຫລຸບຊັບສົມບັດທີ່ເຮັດຂື້ນ ເພື່ອໃຫ້ຮູ້ເຖິງຖານະການເງິນໃນວັນນັ້ນ.
  • ໃບສະຫລຸບຊັບສິນ (ສະແດງໃຫ້ເຫັນຊັບສິນຕ່າງໆພາຍໄຕ້ຫົວຂໍ້ ຊັບສິນ).
  • ໃບສະຫລຸບຊັບສົມບັດເບື້ອງໜີ້ສິນ (ສະແດງໜີ້ສິນ ແລະ ທຶນພາຍໄຕ້ຫົວຂໍ້ ໜີ້ສິນ).
  • ລວມຍອດໃບສະຫລຸບຊັບສົມ ເບື້ອງຊັບສິນ ຕ້ອງເທົ່າກັບເບື້ອງໜີ້ສິນ.

ຕົວຢ່າງ: ໃນວັນທີ 01/01/2010 ທ່ານ ວິລະພົນ ອາດວິໄລ ໄດ້ມີຊັບສິນສ່ວນຕົວດັ່ງຕໍ່ໄປນີ້:

  • ເງິນສົດ 000.000ກີບ
  • ລົດຍົນ 000.000ກີບ
  • ສິດນຳໃຊ້ທີ່ດິນ 000.000ກີບ
  • ເຄື່ອງໃຊ້ຫ້ອງການ 000.000ກີບ
  • ສິ່ງປຸກສ້າງ 000.000ກີບ
  • ເປັນລູກໜີ້ ທ່ານ ບຸນເກີດ (ຊື້ລົດຈ່າຍເປັນເງິນຜ່ອນ) 000.000ກີບ

ໃນວັນທີ 10/01/2010 ທ່ານ ວິລະພົນ ອາດວິໄລ ໄດ້ນໍາເອົາເງິນສົດສ່ວນຕົວ 200,000.000 ກີບ ລົດຍົນມູນຄ່າ 550,000.000 ກີບ, ກູ້ຢືມເງິນຈາກ ທ່ານ ບຸນເກີດ ອິນທະນຸດ ຈຳນວນ 200,000.000 ກີບ. ທັງໝົດໄດ້ເອົາໄປຈົດທະບຽນລົງທຶນໃນໂຄງການດັ່ງກ່າວ.ເຊີ່ງຕະຫລອດໄລຍະໃດໜື່ງປີຂອງການເຄື່ອນໄຫວທຸລະກິດ ຂອງລາວໃນໄລຍະໜື່ງປີຜົນຂອງການເຄື່ອນໄຫວສະແດງອອກດັ່ງຕໍ່ໄປນີ້:

  • ເງິນສົດ 000.000ກີບ
  • ສິນຄ້າ 000.000ກີບ
  • ລົດຍົນ 000.000ກີບ
  • ລູກຄ້າຕິດໜີ້ 000.000ກີບ
  • ເຄື່ອງໄຊ້ຫ້ອງການ 000.000ກີບ
  • ຜູ້ສະໜອງ Buy Com 000.000ກີບ
  • ຜູ້ສະໜອງ IT-Com Center 000.000ກີບ

ໃບສະຫລຸບຊັບສົມບັດຂອງບໍລິສັດ ໄອທີ ໄອເອສຊີ01/01/2010

ຊັບສິນ ໜີ້ສິນ
   ເງິນສົດ                          300.000.000ກີບ

ລົດຍົນ                           550.000.000ກີບ

ສິດນຳໄຊ້ທີ່ດິນ                400.000.000ກີບ

ເຄື່ອງໄຊ້ຫ້ອງການ             50.000.000ກີບ

ສີ່ງປຸກສ້າງ                     600.000.000ກີບ

   ທຶນ1700.000.000ກີບ

ໜີ້ສິນ200.000.000ກີບ

   ລວມ                          1900.000.000ກີບ    ລວມ1900.000.000ກີບ

ໃບສະຫລຸບຊັບສົມບັດຈອງບໍລິສັດ ໄອທີ ໄອເອສຊີ 10/01/2010

ຊັບສິນ ໜີ້ສິນ
   ເງິນສົດ                    200.000.000ກີບ

ລົດຍົນ550.000.000ກີບ

   ທຶນ1700.000.000ກີບ

ໜີ້ສິນ200.000.000ກີບ

   ລວມ                     750.000.000ກີບ    ລວມ750.000.000ກີບ

ໃບສະຫລຸບຊັບສົມບັດຂອງບໍລິສັດ ໄອທີ ໄອເອສຊີ ໃນວັນທີ 30/12/2010

ຊັບສິນ ໜີ້ສິນ
   ເງິນສົດ                     250.000.000ກີບ

ສິນຄ້າ                          130.000.000ກີບ

ລູກໜີ້                         80.000.000ກີບ

ລົດຍົນ                         550.000.000ກີບ

ເຄື່ອງໄຊ້ຫ້ອງການ120.000.000ກີບ

   ທຶນ1020.000.000ກີບ

ໜີ້ສິນ110.000.000ກີບ

   ລວມ                       1.130.000.000ກີບ    ລວມ1.130.000.000ກີບ

ບົດເຝິກຫັດທ້າຍບົດ:ວິສາຫາກິດບຸນຍົງໄດ້ຮັບການສ້າງຕັ້ງຂື້ນໂດຍມີຊັບສິນແລະໜີ້ສິນດັ່ງນີ້:

  • ຄັງເງິນສົດ 000 ກີບ.
  • ໜີ້ຕ້ອງຮັບ 000 ກີບ.
  • ເງິນຝາກທະນາຄານ 000 ກີບ.
  • ສິນຄ້າໃນສາງ 000 ກີບ.
  • ເງິນກູ້ຍືມ 000 ກີບ. (ໄລບະທົດແທນ 5 ປີ).
  • ໜີ້ຜູ້ສະໜອງ 000 ກີບ.
  • ອາຄານຮ້ານຄ້າ 000 ກີບ.
  • ວັດຖຸປະກອບແອງຟໍມາຕິກ 000 ກີບ.
  • ເຄື່ອງໃຊ້ສໍານັກງານ 000 ກີບ.
  • ສິດການດໍາເນີນການຄ້າ 000 ກີບ.
  • ທຶນວິສາຫາກິດ 000 ກີບ.