ບົດທີ 7: ການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ່

1. ການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ່

ການຕີມູນຄ່າຂອງຊັບສົມບັດຄົງທີ່ຄືນໃໝ່ ແມ່ນການດັດແກ້ຂອງບັນດາຊັບສົມບັດຄົງທີ່ຂອງວິສາຫະກິດ ໃນເວລາອັນແນ່ນອກບົນພື້ນຖານມູນຄ່າທີ່ຍັງເຫລືອຕົວຈິງໃນບັນຊີ, ໃນວັນ ແລະ ເວລາດຽວກັນນັ້ນ ການຕີມູນຄ່າ ບັນດາຊັບສົມບັດຄົງທີ່ຄືນໃໝ່ສາມາດປະຕິບັດໄດ້ດ້ວຍ 2 ວິທີດັ່ງຕໍ່ໄປນີ້:

  • ການຕີມູນຄ່າຕາມຕົວເລກລັດສະນີ
  • ການຕີມູນຄ່າຄືນໃໝ່ໂດຍກົງ

2. ການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ່ຕາມຕົວເລກລັດສະນີ

ການຕີມູນຄ່າຕາມຕົວເລກລັດສະນີ ແມ່ນການຕີມູນຄ່າຕາມລັດສະນີທີ່ສະແດງເຖິງການເພີ່ມຂື້ນຂອງລະ ດັບລາຄາໂດຍທົ່ວໄປຂອງຕະຫລາດຊັບສົມບັດຄົງທີ່ແຕ່ລະປະເພດ ເຊີ່ງແມ່ນອົງການລັດບໍລິຫານເປັນຜູ້ກຳນົດອອກ ບົນພື້ນຖານ ວັນ, ເດືອນ, ປີ ທີ່ໄດ້ຊື້ມາ.

2.1. ແບບວິທີການຄິດໄລ່ (Calculation)

  • ມູນຄ່າເດີມໃໝ່              =          ມູນຄ່າເດີມເກົ່າ ຄູນ ດັດສະນີທີ່ພົວພັນ
  • ມູນຄ່າຍັງເຫລືອໃໝ່       =          ມູນຄ່າເດີມໃໝ່ – ພູດສ່ວນຂອງປີທີ່ໄດ້ນຳໃຊ້ຜ່ານມາ

ຈາກນັ້ນເອົາມູນຄ່າຍັງເຫລືອໃໝ່ສົມທຽບກັບມູນຄ່າຍັງເຫລືອເກົ່າ ກໍ່ຈະໄດ້ສ່ວນຜິດດ່ຽງການຕີມູນຄ່າຂອງຊັບສົມບັດຄົງທີ່ຄືນໃໝ່ດັ່ງນີ້:

  • ຖ້າມູນຄ່າຍັງເຫລືອໃໝ່ ຫາກໃຫຍ່ກວ່າມູນຄ່າຍັງເຫລືອເກົ່າ ສ່ວນຜິດດ່ຽງໃຫ້ຈົດເຂົ້າບັນຊີ 131…
  • ຖ້າຫາກມູນຄ່າຍັງເຫລືອໃໝ່ ຫາກນ້ອຍກວ່າມູນຄ່າຍັງເຫລືອເກົ່າ ສ່ວນຜິດດ່ຽງຈົດເຂົ້າບັນຊີ 671… 

ຕົວຢ່າງ:ເຄື່ອງຈັກໃນການຮັບໃຊ້ການຜະລິດເຄື່ອງໜື່ງ ຮັບເຂົ້າໃນວັນທີ: 01/01/2006 ມູນຄ່າຮັບເຂົ້າເປັນຊັບສິນຂອງວິສາຫະກິດແມ່ນ 1,000,000 ກີບ, ເຖິງວັນທີ 30/12/2008 ກ່ອນການຫັກຄ່າຫລຸ້ຍຫ້ຽນໃນປີ 2008 ແມ່ນໄດ້ມີການຕີມູນຄ່າຂອງຊັບສົມບັດຄົງທີ່ດັ່ງກ່າວນັ້ນຄືນໃໝ່ ຕາມລັດສະນີທີ່ທາງອົງການລັດບໍລິຫານເປັນຜູ້ກຳ ນົດໃຫ້ 1,2. ຊັບສົມບັດດັ່ງກ່າວຜ່ານມາແມ່ນມີການຫັກຄ່າຫລຸ້ຍຫ້ຽນແບບສະໝໍ່າສະເໝີ ເຊີ່ງມີອາຍຸການນຳໃຊ້ກ່ອນການຕີມູນຄ່າຄືນໃໝ່ແມ່ນ 5 ປີ.

ການດຳເນີນການຕີມູນຄ່າຄືນໃໝ່ ຂອງຊັບສົມບັດຄົງທີ່ດັ່ງກ່າວ ແລະ ການຫັກຄ່າຫລຸ້ຍຫ້ຽນໃໝ່ແມ່ນມີ ການດຳເນີນຕາມຂັ້ນຕອນຄືດັ່ງລຸ່ມນີ້:

  • ມູນຄ່າເດີມໃໝ່ = 1,000,000 x 1.2 = 1,200,000 ກີບ
  • ມູນຄ່າຍັງເຫລືອໃໝ = 1,200,000 – (1,200,000 x 2ປີ)/5 = 720,000 ກີບ
  • ມູນຄ່າຍັງເຫລືອເກົ່າ = 1,000,000 – (1,000,000 x 2 ປີ)/5 = 600,000 ກີບ
  • ຜິດດ່ຽງຈາກການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ =720,000 – 600,000 = 120,000 ກີບ

2.2. ການບັນທຶກບັນຊີ (Accounting Record)

ກ. ການບັນທຶກບັນຊີເວລາຕີມູນຄ່າອອກ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/5/08 2813 ຄ່າຫລຸ້ຍຫ້ຽນເຄື່ອງຈັກ 400 000
652 ມູນຄ່າສ່ວນຫລຸດຈາກການຂາຍ ຊຄທ 600 000
213 ຊຄທ ທີ່ມີຕົວຕົນ – ເຄື່ອງຈັກ 1 000 000
ລວມມູນຄ່າ 1,000,000 1,000,000
ຂ. ເວລາສຳເລັດການຕີມູນຄ່າ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ >ມູນຄ່າເກົ່າ)
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/5/08 213 ຊຄທທີ່ມີຕົວຕົນ – ເຄື່ອງຈັກ 720 000
752 ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ 600 000
131 ຜິດດ່ຽງຈາກການຕີມູນຄ່າ ຊຄທ ຄືນ 120 000
ລວມມູນຄ່າ 720,000 720,000
ຄ. ເວລາສຳເລັດການຕີມູນຄ່າ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ <ມູນຄ່າເກົ່າ)
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/8/08 213 ຊຄທ ທີ່ມີຕົວຕົນ – ເຄື່ອງຈັກ 720 000
671 ລາຍຈ່າຍເຫດການພິເສດອື່ນໆ 600 000
752 ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ 120 000
ລວມມູນຄ່າ 720,000 720,000
ງ. ເວລາຮັບຊັບສິນໃໝ່ ແລ້ວຫັກຄ່າຫລຸ້ຍຫ້ຽນໃນທ້າຍປີ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/5/08 682 ຫັກຄ່າຫລຸ້ຍຫ້ຽນ ຊຄທ ມີຕົວຕົນ 180 000
2813 ຄ່າຫລຸ້ຍຫ້ຽນເຄື່ອງຈັກ

=(720 000/4) = 180 000

180 000
ລວມມູນຄ່າ 180,000 180,000

3. ການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ່ໂດຍກົງ

·           ມູນຄ່າຍັງເຫລືອໃໝ່                    = 500,000 ກີບ

·           ມູນຄ່າຍັງເຫລືອເກົ່າ         = (1,500,000 x 54 ເດືອນ)/120 ເດືອນ = 825,000 ກີບ

·           ຜິດດ່ຽວຈາກການຕີມູນຄ່າ ຊຄທ ຄືນໃໝ່ =500,000 – 825,000 = -325,000 ກີບ

ຕົວຢ່າງ: ພາຫານະຄັນໜື່ງ ໄດ້ຮັບເຂົ້າເປັນຊັບສິນຂອງວິສາຫະກິດ ໃນວັນທີ: 01/07/1986 ໃນມູນຄ່າທັງໝົດ 1,500,000 ກີບ, ມີການຫັກຄ່າຫລຸ້ຍຫ້ຽນແບບສະໝໍ່າສະເໝີໃຊ້ເວລາ 10 ປີ, ອາຍຸການນໍາໃຊ້ຫລັງຈາກການຕີມູນຄ່າຄືນໃໝ່ແມ່ນ 2ປີ, ລົງວັນທີ: 30/12/1990 ເຊີ່ງມູຄ່າຍັງເຫລືອໃໝ່ແມ່ນ 500,000 ກີບ.

  • ມູນຄ່າຍັງເຫລືອໃໝ່ = 500,000 ກີບ
  • ມູນຄ່າຍັງເຫລືອເກົ່າ = (1,500,000 x 54 ເດືອນ)/120 ເດືອນ = 825,000 ກີບ
  • ຜິດດ່ຽວຈາກການຕີມູນຄ່າ ຊຄທ ຄືນໃໝ່ =500,000 – 825,000 = – 325,000 ກີບ
ກ. ການບັນທຶກບັນຊີ ເວລາຕີມູນຄ່າອອກ
ລດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/5/08 2814 ຄ່າຫລຸ້ຍຫ້ຽນຂອງ ຊັບສົມບັດຄົງທີ່ 675 000
652 ມູນຄ່າສ່ວນຫລຸດຈາກການຂາຍ ຊຄທ 825 000
214 ຊຄທ ທີ່ມີຕົວຕົນ – ພາຫານະ 1,500,000
ລວມມູນຄ່າ 1,500,000 1,500,000
ຂ. ເວລາສຳເລັດການຕີມູນຄ່າ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ <ມູນຄ່າເກົ່າ)
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/5/08 214 ຊຄທ ທີ່ມີຕົວຕົນ – ພາຫານະ 500 000
671 ລາຍຈ່າຍເຫດການພິເສດອື່ນໆ 325 000
752 ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ 825 000
ລວມມູນຄ່າ 825,000 825,000
ຄ. ເວລາສຳເລັດການຕີມູນ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ >ມູນຄ່າເກົ່າ)
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/5/08 214 ຊັບສົມບັດຄົງທີ່ ທີ່ມີຕົວຕົນ-ພາຫານະ 825 000
752 ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ 325 000
131 ຜິດດ່ຽງຈາກການຕີມູນຄ່າຊຄທ ຄືນ 500 000
ລວມມູນຄ່າ 825,000 825,000
ງ. ເວລາໄດ້ຊັບສິນໃໝ່ ແລ້ວຫັກຄ່າຫລຸ້ຍຫ້ຽນໃນທ້າຍປີ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/5/08 682 ຫັກຄ່າຫລຸ້ຍຫ້ຽນເຄື່ອງຈັກ 250 000
2814 ຄ່າຫລຸ້ຍຫ້ຽນ – ເຄື່ອງຈັກ 250 000
ລວມມູນຄ່າ 250,000 250,000