ບົດທີ 4: ການບັນທຶກບັນຊີກ່ຽວກັບເຄື່ອຫຸ້ມຫໍ່

ບັນດາເຄື່ອງຫຸ້ມຫໍ່ ແມ່ນແຍກເປັນ 3 ປະເພດຄື:

  • ເຄື່ອງຫຸ້ມຫໍ່ທີ່ຈຳແນກໄດ້ແລະເກັບຄືນໄດ້ແມ່ນຈົດເຂົ້າໃນປະເພດຊັບສົມບັດຄົງທີ່(ເລກບັນຊີ 2185)
  • ເຄື່ອງຫຸ້ມຫໍ່ທີ່ບໍ່ສາມາດຈຳແນກໄດ້ແຕ່ເກັບຄືນໄດ້ໃຫ້ຈົດເຂົ້າເປັນປະເພດເຄື່ອງໃນສາງ (ເລກບັນຊີ 3261)
  • ເຄ່ືອງຫຸ້ມຫໍ່ທ່ີບໍ່ຈຳແນກໄດ້ ແລະ ບໍ່ສາມາດເກັບຄືນໄດ້ ໃຫ້ຈົດເຂົ້າປະເພດເຄື່ອງໃນສາງ (ບັນຊີ 3262)

1. ການບັນທຶກບັນຊີເຄື່ອງຫຸ້ມຫໍ່ທີ່ເກັບຄືນໄດ້ແລະຈຳແນກໄດ້.

ສຳລັບເຄື່ອງຫຸ້ມຫໍ່ປະເພດນີ້ແມ່ນຈົດເຂົ້າໃນບັນຊີ (218 ເຄື່ອງຫຸ້ມຫໍ່ທີ່ສາມາດຈຳແນກໄດ້ແລະສາມາດເກັບຄືນໄດ້) ການຄິດໄລ່ມູນຄ່າຕົ້ນທຶນຊື້ຂອງເຄື່ອງຫຸ້ມຫໍ່ດັ່ງກ່າວແມ່ນປະຕິບັດຕາມລະບຽບການທີ່ໄດ້ກຳນົດເຂົ້າໃນການບັນທຶກບັນຊີກ່ຽວກັບຊັບສົມບັດຄົງທີ່ເວລາຊື້

1.1. ກໍລະນີການຊື້ເຄື່ອງຫຸ້ມຫໍ່ເຂົ້າມາ.

ກ. ເວລາຊື້ເຄື່ອງຫຸ້ມຫໍ່ເຂົ້າມາ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 2,500,000
404 ຕິດໜີ້ຜູ້ສະໜອງຊື້ ຊ ຄ ທ 2,500,000
ລວມມູນຄ່າ 2,500,000 2,500,000
ຂ. ເວລາມີລາຍຈ່າຍຕິດພັນກັບການຊື້ (ທາງດ້ານພາສີ-ອາກອນ)
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 5,000
467 ລັດ-ອາກອນ 5,000
ລວມມູນຄ່າ 50,000 50,000

ຈາກນັ້ນຈີ່ງສະສາງບັນຊີ 467 ດ້ວຍການບັນທຶກ.

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 467 ລັດ-ອາກອນ 5,000
571 ເງິນສົດເປັນເງິນກີບ 5,000
ລວມມູນຄ່າ 50,000 50,000
ຄ. ລາຍຈ່າຍອື່ນໆຕິດພັນກັບການຊື້ (ຝາກສາງ, ຂົນສົ່ງ, ແບກຫາບ….)
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທ່ ທີ່ມີຕົວຕົນອື່ນໆ 250,000
571 ເງິນສົດເປັນເງິນກີບ 250,000
ລວມມູນຄ່າ 250,000 250,000
ງ. ເວລາສໍາເລັດການຊື້ (ບໍ່ຕ້ອງລົງບັນຊີ)
ຈ. ກໍລະນີຈ່າຍເງິນລ່ວງໜ້າ ເພື່ອຊື້ເຄື່ອງຫຸ້ມຫໍ່
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 404 ຕິດໜີ້ຜູ້ສະໜອງຊື້ ຊ ຄ ທ 50,000
571 ເງິນສົດເປັນເງິນກີບ 50,000
ລວມມູນຄ່າ 50,000 50,000
ສ. ທ້າຍປີ ປິດບັນຊີ ເຄື່ອງຫຸ້ມຫໍ່ບໍ່ທັນມາຮອດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 238185 ຊ ຄ ທ ພວມຊື້ ຫລື ພວມຜະລິດ 50,000
404 ຕິດໜີ້ຜູ້ສະໜອງຊື້ ຊ ຄ ທ 50,000
ລວມມູນຄ່າ 50,000 50,000
ຊ. ຕົ້ນປີ ເປີດບັນຊີຄືນ ໂດຍຜ່ານບັນຊີປີ້ນກັບ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 404 ຕິດໜີ້ຜູ້ສະໜອງຊື້ ຊ ຄ ທ 50,000
238185 ຊ ຄ ທ ພວມຊື້ ຫລື ພວມຜະລິດ 50,000
ລວມມູນຄ່າ 50,000 50,000
ຍ. ເວລາເຄື່ອງຫຸ້ມຫໍ່ມາຮອດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນ 55,000
404 ຕິດໜີ້ຜູ້ສະໜອງຊື້ ຊ ຄ ທ 50,000
409 ຜູ້ສະໜອງເປັນລູກໜີ້ 5,000
ລວມມູນຄ່າ 55,000 55,000

ໝາຍບອກ: ບາງກໍລະນີສະເພາະດ້ານ.

  • ຈາກນັ້ນ ບັນດາລາຍຈ່າຍທີ່ຕິດພັນອື່ນໆ ໃຫ້ປະຕິບັດ ຕາມຂັ້ນຕອນ ຂອງການສັ່ງຊື້ ຊັບສົມບັດຄົງທີ່
  • ຖ້າຫາກວ່າເວລາທ້າຍປີ ເຄື່ອງມາບໍ່ທັນຮອດ
  • ທ້າຍປີ ປິດບັນຊີ

                        ຈົດໜີ້ບັນຊີ 232185

                                    ຈົດມີ ບັນຊີ 2185

  • ຕົ້ນປີ ຜ່ານບັນຊີປິ້ນກັບ

                        ຈົດໜີ້ບັນຊີ 2185

                                    ຈົດມີ ບັນຊີ 232185

ຈາກນັ້ນ ບັນດາລາຍຈ່າຍທີ່ຕິດພັນອື່ນໆ ໃຫ້ປະຕິບັດຕາມຂັ້ນຕອນຂອງການຊື້ ຊຄທ

1.2. ການຮັບເງິນມັດຈຳກ່ຽວກັບເຄື່ອງຫຸ້ມຫໍ່

ກ. ເວລາຮັບເງິນຄ່າມັດຈຳຕອນຂາຍສິນຄ້າ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 571 ເງິນສົດເປັນເງິນກີບ 530,000
701/707 ຂາຍຜະລິດຕະພັນ/ສິນຄ້າ 500,000
4657 ລັດ-ອາກອນເກັບໄດ້ 5,000
426 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 25,000
ລວມມູນຄ່າ 530,000 530,000
ຂ. ເວລາລູກຄ້ານຳເຄື່ອງຫຸ້ມຫໍ່ມາສົ່ງຄືນ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 426 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 25,000
571 ເງິນສົດເປັນເງິນກີບ 25,000
ລວມມູນຄ່າ 25,000 25,000

1.3. ກໍລະນີ ເຄື່ອງຫຸ້ມຫໍ່ບໍ່ກັບຄືນມາ ຫຼື ຄືນມາສ່ວນໜື່ງ

ກ. ຂັ້ນຕອນທີ 1: ການຮັບເຄື່ອງຫຸ້ມຫໍ່ ແລະ ສົ່ງເງິນຄືນ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 426 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 500,000
571 ເງິນສົດເປັນເງິນກີບ 350,000
752 ລາຍໄດ້ຈາກການຂາຍ ຊຄທ 150,000
ລວມມູນຄ່າ 500,000 500,000
ຂ. ຂັ້ນຕອນທີ 2: ສະສາງ ຊຄທ ດັ່ງກ່າວອອກ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 282185 ຄ່າຫລຸ້ຍຫ້ຽນ ຊຄທ 100,000
652 ມູນຄ່າສ່ວນຫລຸດການຂາຍ ຊຄທ 50,000
2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 150,000
ລວມມູນຄ່າ 150,000 150,000

1.4. ເວລາຈ່າຍເງິນຄ່າມັດຈຳຄ່າເຄື່ອງຫຸ້ມຫໍ່

ກ. ເວລາຊື້ ສິນຄ້າ ຫຼື ວັດຖຸທີ່ມີເຄື່ອງຫຸ້ມຫໍ່
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/32/37 ວັດຖຸດິບ/ປະກອບ/ສິນຄາ 100,000
406 ຕິດໜີ້ຜູ້ສະໜອງຄ່າເຄື່ອງຫຸ້ມຫໍ່ 50,000
571 ເງິນສົດເປັນເງິນດີບ 150,000
ລວມມູນຄ່າ 150,000 150,000
ຂ. ເວລາສົ່ງເຄື່ອງຫຸ້ມຫໍ່ຄີນ ແລະ ຮັບເງິນມັດຈຳຄືນ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 571 ເງິນສົດເປັນເງິນກີບ 50,000
406 ຕິດໜີ້ຜູ້ສະໜອງຄ່າເຄື່ອງຫຸ້ມຫໍ່ 50,000
ລວມມູນຄ່າ 50,000 50,000
ຄ. ກໍລະນີບໍ່ສົ່ງເຄື່ອງຫຸ້ມຫໍ່ ຫຼື ສົ່ງຄືນສ່ວນໜື່ງ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 20,000
571 ເງິນສົເປັນເງິນກີບ 170,000
406 ຕິດໜີ້ຜູ້ສະໜອງຄ່າເຄື່ອງຫຸ້ມຫໍ່ 190,000
ລວມມູນຄ່າ 190,000 190,000

ຕົວຢ່າງ: ການເຄື່ອນໄຫວຂອງບໍລິສັດເບຍລາວ.

  • ວັນທີ 15 ມັງກອນ ປີ 2010 ບໍລິສັດເບຍລາວ ໄດ້ຊື້ແກັດເບຍ ແລະ ແກ້ວເປົ່າ ຈຳນວນ 30,000 ລາຄາ 2$ ຕໍ່ຊຸດ
  • ວັນທີ 20 ມັງກອນ 2010 ຈ່າຍຄ່າພາສີຂາເຂົ້າ 5% ອາກອນຊົມ ໃຊ້ 15% ອຕທ 10% ດ້ວຍເງິນຝາກທະນາຄານ.
  • ວັນທີ 21 ມັງກອນ 2010 ຈ່າຍຄ່າຂົນສົ່ງ 2,000,000 ກີບ, ຄ່າຝາກສາງ ແລະ ກຳມະກອນ 3,500,000 ກີບ ຈ່າຍດ້ວຍເງິນສົດ.

(ໝາຍບອກ: ອັດຕາແລກປ່ຽນ ກຳນົດເອົາ 8,600 ກີບ/$)

ການບັນທຶກບັນຊີ

  • 15/01/10 ເວລາຊື້.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 5,160,000
404 ຕິດໜີ້ຜູ້ສະໜອງຄ່າເຄື່ອງຫຸ້ມຫໍ່ 5,160,000
ລວມມູນຄ່າ 5,160,000 5,160,000

 

  • 20/01/10 ລາຍຈ່າຍຕິດພັນດ້ານພາສີ – ອາກອນ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 2,120,000
467 ລັດ-ອາກອນ 2,120,000
467 ລັດ-ອາກອນ 2,120,000
551 ເງິນຝາກທະນາຄານ ເງິນກີບ 2,120,000
ລວມມູນຄ່າ 4,240,000 4,240,000
  • 21/1/10 ຄ່າຂົນສ່ງ ຝາກສາງ, ກຳມະກອນ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 5,500,000
572 ເງິນຝາກທະນາຄານເປັນເງິນຕາ 5,500,000
ລວມມູນຄ່າ 5,500,000 5,500,000

ຕົວຢ່າງ: ເວລາຮັບ ແລະ ຈ່າຍເງິນມັດຈໍາ

  • ວັນທີ 2/1/10 ບໍລິສັດເບຍລາວ ໄດ້ຂາຍເບຍໃຫ້ແກ່ຕົວແທນຈຳໜ່າຍ ບໍລິສັດຟ້າບັນດານຈຳກັດຈຳນວນ 400 ແກັດ ລາຄາຂາຍ 75,000 ກີບ/ແກັດ, ອຕທ 10% ຮັບເປັນເງິນສົດ. ມູນຄ່າເຄື່ອງ ອອກສາງແມ່ນ 68,000 ກີບ/ແກັດ. ຄ່າມັດຈຳ ແກ້ວ ແລະ ລັງຈຳ ນວນ 25,000 ກີບ/ແກັດ ຮັບເປັນເງິນສົດເຊັ່ນກັນ.(ເຄ່ືອງຫຸ້ມຫໍ່ດັ່ງກ່າວ ຮັບເຂົ້າວັນທີ 1/1/2009 ມູນຄ່າຮັບເຂົ້າ 25,000 ກີບ/ແກັດ ອາຍຸການນຳໃຊ້ 5 ປີ ຫັກຄ່າຫຼຸ້ຍຫ້ຽນແບບສະໜ່ຳສະເໝີ.
  • ວັນທີ 15/1/2010 ບໍລິສັດຟ້າບັນດານ ໄດ້ນຳແກັດເປົ່າ ແລະ ແກ້ວເປົ່າມາສົ່ງຄືນ ຈຳນວນ 150 ແກັດ

ການບັນທຶກບັນຊີສຳລັບບໍລິສັດເບຍລາວ.

  • 02/01/10 ເວລາຂາຍ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 571 ເງິນສົດເປັນເງິນກີບ 3,500,000
701 ຂາຍຜະລິດຕະພັນ 3,000,000
4657 ລັດ-ອາກອນທີ່ເກັບໄດ້ 500,000
ລວມມູນຄ່າ 3,500,000 3,500,000
  • ຈ່າຍເຄື່ອງອອກສາງ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 715 ຜະລິດຕະພັນເກັບມ້ຽນໃນສາງ 8,500,000
355 ຜະລິດຕະພັນສຳລັດຮູບ 8,500,000
571 ເງິນສົດເປັນເງິນກີບ 1,500,000
426 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 1,500,000
ລວມມູນຄ່າ 10,000,000 10,000,000

ການບັນທຶກບັນຊີສຳລັບບໍຣິສັດເບຍລາວ

  • 15/1/10 ສົ່ງແກ້ວ ແລະ ແກັດ .
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 426 ລູກຄ້າ-ໜີ້ຕ້ອງສົ່ງເຄື່ອງຫຸ້ມຫໍ່ 1,500,000
571 ເງິນສົດເປັນເງິນກີບ 1,500,000
ລວມມູນຄ່າ 1,500,000 1,500,000
  • ສ່ວນທີ່ຍັງຄ້າງສະສາງອອກ ຫຼື ຂາຍອອກ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 426 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 500,000
572 ເງິນຝາກທະນາຄານເປັນເງິນຕາ 500,000
ລວມມູນຄ່າ 500,000 500,000
  • ສະສາງອອກຈາກລາຍການນອກການທຸລະກິດ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 652 ມູນຄ່າສ່ວນຫລຸດການຂາຍ ຊຄທ 500,000
2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 500,000
ລວມມູນຄ່າ 5,500,000 5,500,000

ການບັນທຶກບັນຊີສຳລັບບໍຣິສັດຟ້າບັນດານ.

  • 02/01/10 ເວລາຊື້.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 37 ສິນຄ້າ 3,000,000
4656 ລັດ-ອາກອນໄດ້ມອບ 100,000
571 ເງິນສົດເປັນເງິນກີບ 3,100,000
ລວມມູນຄ່າ 3,100,000 3,100,000
  • ຈ່າຍຄ່າມັດຈຳ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 406 ຜູ້ສະໜອງ-ໜີ້ຕ້ອງຮັບ 100,000
571 ເງິນສົດເປັນເງິນກີບ 100,000
ລວມມູນຄ່າ 3,100,000 3,100,000
  • 15/1/10 ສົ່ງແກ້ວ ແລະ ແກັດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 571 ເງິນສົດເປັນເງິນກີບ 100,000
406 ຜູ້ສະໜອງ-ໜີ້ຕ້ອງຮັບ 100,000
ລວມມູນຄ່າ 100,000 100,000
  • ສ່ວນທີ່ຍັງຄ້າງຮັບເຂົ້າເປັນຊັບສິນຂອງຟ້າບັນດານເລີຍ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 2185 ຊັບສິນຄົງທີ່ ທີ່ມີຕົວຕົນອື່ນໆ 700,000
406 ຜູ້ສະໜອງ-ໜີ້ຕ້ອງຮັບ 700,000
ລວມມູນຄ່າ 700,000 700,000

2. ເຄື່ອງຫຸ້ມຫໍ່ທີ່ຈຳແນກບໍ່ໄດ້ ແຕ່ເກັບຄືນໄດ້

  • ການຄິດໄລ່ມູນຄ່າຕົ້ນທຶນຂອງເຄື່ອງຫຸ້ມຫໍ່ທີ່ຈຳແນກບໍ່ໄດ້ ແຕ່ເກັບຄືນໄດ້ ແມ່ນໃຫ້ປະຕິບັດຕາມວິທີການຂອງເຄື່ອງໃນສາງ (ບັນຊີ 3261)

2.1. ການບັນທຶກບັນຊີເວລາຊື້ເຄື່ອງຫຸ້ມຫໍ່

ກ. ເວລາຊື້ ເຄື່ອງຫຸ້ມຫໍ່ເຂົ້າມາ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3261 ວັດຖຸປະກອບຮັບໃຊ້ອື່ນໆ 700,000
571 ເງິນສົດເປັນເງິນກີບ 700,000
ລວມມູນຄ່າ 700,000 700,000
ຂ. ເວລາມີລາຍຈ່າຍຕິດພັນກ່ຽວກັບພາສີອາກອນ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3261 ວັດຖຸປະກອບຮັບໃຊ້ອື່ນໆ 70,000
467 ລັດ-ອາກອນ 70,000
ລວມມູນຄ່າ 700,000 700,000
  • ຈາກນັ້ນຈີ່ງທຳການສະສາງບັນຊີ 467
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 467 ລັດ-ອາກອນ 70,000
571 ເງິນສົດເປັນເງິນກີບ 70,000
ລວມມູນຄ່າ 70,000 70,000
ຄ. ລາຍຈ່າຍອື່ນໆ ທີ່ຕິດພັນ (ຄ່າແຮງງານ, ຝາກສາງ, ຂົນສົ່ງ ແລະ ອື່ນໆ)
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3261 ວັດຖຸປະກອບຮັບໃຊ້ອື່ນໆ 20,000
571 ເງິນສົດເປັນເງິນກີບ 20,000
ລວມມູນຄ່າ 20,000 20,000
ງ. ເວລາສຳເລັດ ບໍ່ລົງບັນຊີ
  • ກໍລະນີທ້າຍປີ ເຄື່ອງມາບໍ່ທັນຮອດ ໃຫ້ຈົດບັນຊີ 38261/3261 ແລະ ຜ່ານບັນຊີປິ້ນກັບໃນຕົ້ນປີຕໍ່ມາ

2.2. ເວລາຮັບເງິນຄ່າມັດຈຳ ຫລື ການຮັບເງິນມັດຈຳຄ່າເຄື່ອງຫຸ້ມຫໍ່

ກ. ເວລາຮັບເງິນຄ່າມັດຈຳຕອນຂາຍສິນຄ້າ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 571 ເງິນສົດເປັນເງິນກີບ 850,000
70… ຂາຍ………… 770,000
4657 ລັດ-ອາກອນທີ່ເກັບໄດ້ 30,000
462 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 50,000
ລວມມູນຄ່າ 850,000 850,000
ຂ. ເວລາລູກຄ້ານຳເຄື່ອງຫຸ້ມຫໍ່ມາສົ່ງຄືນ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 426 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 50,000
571 ເງິນສົດເປັນເງິນກີບ 50,000
ລວມມູນຄ່າ 50,000 50,000

2.2. ກໍລະນີ ເຄື່ອງຫຸ້ມຫໍ່ບໍ່ກັບຄືນມາ ຫຼື ຄືນມາສ່ວນໜື່ງ

ກ. ຂັ້ນຕອນທີ 1 : ເວລາຮັບເຄື່ອງຫຸ້ມຫໍ່ ແລະ ຈ່າຍເງິນຄືນໃຫ້ລູກຄ້າ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 426 ລູກຄ້າ-ໜີ້ຕ້ອງສົ່ງ ເຄື່ອງຫຸ້ມຫໍ່ 50,000
571 ເງິນສົດເປັນເງິນກີບ 40,000
757 ລາຍຮັບບັງເອີນອື່ນໆ 10,000
ລວມມູນຄ່າ 50,000 50,000
ຂ. ຂັ້ນຕອນທີ 2 : ສະສາງ ເຄື່ອງຫຸ້ມຫໍ່ ດັ່ງກ່າວອອກຈາກສາງ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 6026 ສ່ວນປ່ຽນແປງຂອງວັດຖຸ 10,000
3261 ວັດຖຸປະກອບຮັບໃຊ້ອື່ນໆ 10,000
ລວມມູນຄ່າ 10,000 10,000

2.3. ເວລາຈ່າຍເງິນຄ່າມັດຈຳເຄື່ອງຫຸ້ມຫໍ່ (ສຳລັບຜູ້ຊື້)

ກ. ເວລາຊື້ ສິນຄ້າ ຫຼື ວັດຖຸຸທ່ີມີເຄື່ອງຫຸ້ມຫໍ່
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 31/32/37 ວັດຖຸດິບ/ປະກອບ/ສິນຄ້າ 1,000,000
406 ຜູ້ສະໜອງ-ໜີ້ຕ້ອງຮັບ 40,000
571 ເງິນສົດເປັນເງິນກີບ 1,040,000
ລວມມູນຄ່າ 1,000,000 1,000,000
ຂ. ເວລາສົ່ງເຄື່ອງຫຸ້ມຫໍ່ຄືນ ແລະ ຮັບເງິນມັດຈຳຄືນ.
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 571 ເງິນສົດເປັນເງິນກີບ 40,000
406 ຜູ້ສະໜອງ-ໜີ້ຕ້ອງຮັບ 40,000
ລວມມູນຄ່າ 40,000 40,000
ຄ. ກໍລະນີບໍ່ສົ່ງເຄື່ອງຫຸ້ມຫໍ່ ຫຼື ສົ່ງຄືນສ່ວນໜື່ງ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3261 ວັດຖຸປະກອບຮັບໃຊ້ອື່ນໆ 30,000
571 ເງິນສົດເປັນເງິນກີບ 10,000
406 ຜູ້ສະໜອງ-ໜີ້ຕ້ອງຮັບ 40,000
ລວມມູນຄ່າ 40,000 40,000

3. ເຄື່ອງຫຸ້ມຫໍ່ທີ່ບໍ່ຈຳແນກໄດ້ ແລະ ບໍ່ສາມາດເກັບຄືນໄດ້ (ຖິ້ມເລີຍ)

  • ໃຫ້ຄິດໄລ່ ແລະ ບັນທຶກບັນຊີ ຕາມລະບຽບການຂອງເຄື່ອງໃນສາງ (ບັນຊີ 3262) ເຊັ່ນ: ຖົງຢາງ, ແກັດເຈ້ຍ…
ກ. ເວລາຊື້ ເຄື່ອງຫຸ້ມຫໍ່ເຂົ້າມາ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3262 ວັດຖຸປະກອບຮັບໃຊ້ອື່ນໆ 700,000
571 ເງິນສົດເປັນເງິນກີບ 700,000
ລວມມູນຄ່າ 70,000 70,000
ຂ. ລາຍຈ່າຍທີ່ຕິດພັນກັບການຊື້ທາງດ້ານພາສີ-ອາກອນ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3262 ວັຖຸປະກອບຮັບໃຊ້ອື່ນໆ 50,000
4656 ລັດ-ອາກອນໄດ້ຈ່າຍ 20,000
467 ລັດ-ອາກອນ 700,000
ລວມມູນຄ່າ 700,000 700,000
  • ຈາກນັ້ນ ໃຫ້ທຳການສະສາງບັນຊີ 467
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 467 ລັດ-ອາກອນໄດ້ຈ່າຍ 70,000
571 ເງິນສົດເປັນເງິນກີບ 700,000
ລວມມູນຄ່າ 40,000 40,000
ຄ. ບັນດາລາຍຈ່າຍອື່ນໆທີ່ຕິດພັນກັບການຊື້
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3262 ວັດຖຸປະກອບຮັບໃຊ້ອື່ນໆ 80,000
402 ຕິດໜີ້ຜູ້ສະໜອງຄ່າບໍລິການ 80,000
ລວມມູນຄ່າ 80,000 80,000
ງ. ເວລາສຳເລັດການຈັດຊື້ ບໍ່ລົງບັນຊີ

ຈ. ເວລາທ້າຍປີ ວັນທີ 31/12/N ປິດບັນຊີ ເຄື່ອງຫຸ້ມຫໍ່ມາບໍ່ທັນຮອດ

ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 38… ເຄື່ອງໃນສາງຢູ່ທາງນອກ 830,000
3262 ວັດຖຸປະກອບຮັບໃຊ້ອື່ນໆ 830,000
ລວມມູນຄ່າ 830,000 830,000
ຈ. ເວລາຕົ້ນປີ ວັນທີ 1/1/N+1 ເປີດບັນຊີ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 3262 ວັດຖຸປະກອບຮັບໃຊ້ອື່ນໆ 830,000
38… ເຄື່ອງໃນສາງຢູ່ທາງນອກ 830,000
ລວມມູນຄ່າ 830,000 830,000
ສ. ເວລາຈ່າຍເຄື່ອງຫຸ້ມຫໍ່ເຂົ້າສູ່ຂະບວນການຜະລິດ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 60362 ສ່ວນປ່ຽນແປງຂອງເຄື່ອງໃນສາງ 30,000
3262 ວັດຖຸປະກອບຮັບໃຊ້ອື່ນໆ 30,000
ລວມມູນຄ່າ 30,000 30,000
ຊ. ໃຫ້ຄິດໄລ່ມູນຄ່າຂອງຜະລິດຕະພັນພວມປຸງແຕ່ງ
ລ/ດ ໃບຢັ້ງຢືນ ວ ດ ປ ຈົດເຂົ້າ ເລກບັນຊີ ເນື້ອໃນລາຍການ ມູນຄ່າບັນຊີ
ຮັບ ຈ່າຍ ໜີ້ ມີ ໜີ້ ມີ
01 331 ຜະລິດຕະພັນພວມປຸງແຕ່ງ 30,000
723 ຜະລິດຕະພັນພວມປຸງແຕ່ງຢູ່ໃນສາງ 30,000
ລວມມູນຄ່າ 30,000 30,000

ຕົວຢ່າງ: ທຸລະກິດການຜະລິດ (ໂຮງງານຜະລິດເສັ້ນໜີ່)

  • ໂຮງງານຜະລິດເສັ້ນໝີ່ທະວີໄຊ ໄດ້ທຳການຜະລິດ ແລະ ຈຳໜ່າຍເສັ້ນໝ່ີສຳເລັດຮູບໂດຍປະກອບມີ ວັດຖຸດິບ 2 ຊະນິດ ຄື ເຂົ້າ ຈ້າວ ແລະ ເຂົ້າໝຽວ ໂດຍຜ່ານໂຮງງານໂມ້ແປ້ງ ເປັນແປ້ງໝີ່ (ຜະລິດຕະພັນລະຫວ່າງກາງ) ຈາກນັ້ນ ແປ້ງໝີ່ຈະຖືກນຳເຂົ້າປະ ສົມກັບໄຂ່ໄກ່ (ວັດຖຸປະກອບ) ຢູ່ໂຮງງານເບີ 2 ເພື່ອທຳການຜະລິດໝ່ີເສັ່ນນ້ອຍ ແລະ ເສັ້ນໃຫຍ່ (ຜະລິດຕະພັນສຳເລັດຮູບ) ລາຍລະອຽດໃນການຜະລິດໃນງວດມີດັ່ງນີ້:
  1. ລາຍການເຄື່ອງຄ້າງສາງໃນຕົ້ນງວດ.
  • ເຂົ້າຈ້າວຄ້າງສາງຈຳນວນ 120 kg, ລາຄາ 6,000 ກີບ/kg
  • ເຂົ້າໝຽວຄ້າງສາງຈຳນວນ 200 kg, ລາຄາ 4,000 ກີບ/kg
  • ແປ້ງໝີ່ຄ້າງສາງຈຳນວນ 540 kg ລາຄາ 8,000 ກີບ/kg
  • ໄຂ່ໄກ່ຈຳນວນ 20 ແຕະ ລາຄາ 25,000 ກີບ/ແຕະ
  • ຖົງຢາງ ຈຳນວນ 40 kg ລາຄາ 13,000 ກີບ/kg
  • ແກັດເຈ້ຍ ຈຳນວນ 500 ໜ່ວຍ ລາຄາ 2,000 ກີບ/ໜ່ວຍ
  • ໝີ່ເສັ້ນນ້ອຍຄ້າງສາງຈຳນວນ 600 kg ລາຄາ 12,000 ກີບ/kg
  • ໝີ່ເສັ້ນໃຫຍ່ຄ້າງສາງຈຳນວນ 800 kg, ລາຄາ 11,500 ກີບ/kg
  1. ລາຍການຊື້ໃນງວດມີດັ່ງນີ້:
  • ຊື້ເຂົ້າສານຈ້າວຈຳນວນ 2,000 kg ລາຄາ 5,800 ກີບ/kg ອຕທ 5%, ຄ່າຂົນສົ່ງ 400,000 ກີບ ຈ່າຍ ສົດ.
  • ຊື້ເຂົ້າສານໜຽວ ຈຳນວນ 4,000 kg ລາຄາ 3,800 ກີບ/kg ອຕທ 5%, ຄ່າຂົນສົ່ງ 380,000 ກີບ/kg ຈ່າຍສົດ.
  • ໄຂ່ໄກ່ ຈຳນວນ 100 ລາຄາ 28,000 ກີບ/ແຕະ ຈ່າຍດ້ວຍເງິນສົດ.
  • ຖົງຢາງ ຈຳນວນ 100 kg ລາຄາ 14,000 ກີບ/kg
  • ແກັດເຈ້ຍ ຈຳນວນ 1,500 ໜ່ວຍ ລາຄາ 2,100 ກີບ/ໜ່ວຍ
  1. ລາຍການຜະລິດໃນງວດຂອງໂຮງງານທີ 1 (ໂຮງໂມ້ແປ້ງ) ມີດັ່ງນີ້:
  • ຈ່າຍເຂົ້າສານຈ້າວ ອອກສາງເຂົ້າສູ່ຂະບວນການຜະລິດ ຈຳນວນ 1,500 kg
  • ຈ່າຍເຂົ້າສານໝຽນ ອອກສາງເຂົ້າສູ່ຂະບວນການຜະລິດ ຈຳນວນ 2,500 kg
  • ຈ່າຍຄ່າແຮງງານໃຫ້ກຳມະກອນໃນການຜະລິດລິດໃນໂຮງງານໂມ້ແປ້ງ ມູນຄ່າ 1,200,000 ກີບ
  • ຈ່າຍຄ່າຫຼຸ້ຍຫ້ຽນເຄື່ອງຈັກໃນການໂມ້ແປ້ງຈຳນວນ 40 ຊົ່ວໂມງ ລາຄາ 10,000 ກີບ/ຊົ່ວໂມງ.
  • ຈ່າຍຄ່ານ້ຳປະປາ ແລະ ຄ່າໄຟຟ້າ ໃນການໂມ້ແປ້ງ ມູນຄ່າ 2,000,000 ກີບ.
  • ການຜະລິດແປ້ງໄດ້ສຳເລັດ ແລະ ໄດ້ແປ້ງທັງໝົດ 4,000 kg
  1. ລາຍການຜະລິດໃນງວດ ໃນໂຮງງານເບີ 2 ໂຮງງານສາວເສັ້ນໝີ່.
  • ຈ່າຍແປ້ງໝ່ີຈຳນວນ 1,500 kg ອອກສາງ ເຂົ້າສູ່ການຜະລິດໝີ່ເສັ່ນນ້ອຍ
  • ຈ່າຍແປ້ງໝ່ີຈຳນວນ 2,000 kg ອອກສາງ ເຂົ້າສູ່ການຜະລິດໝີ່ເສັ່ນໃຫຍ່
  • ຈ່າຍໄຂ່ໄກ່ ຈຳນວນ 50 ແຕະ ອອກສາງເຂົ້າໃນການຜະລິດໜໝີ່ເສັ້ນນ້ອຍ.
  • ຈ່າຍໄຂ່ໄກ່ ຈຳນວນ 60 ແຕະ ອອກສາງເຂົ້າໃນການຜະລິດໜໝີ່ເສັ້ນໃຫຍ່.
  • ແຮງງານໃນການຜະລິດ30 ຊົ່ວໂມງ ສຳລັບເສັ້ນນ້ອຍ ແລະ 40 ຊົ່ວໂມງ, ເສັ້ນໃຫຍ່ ລາຄາ 5,000 ກີບ/ຊົ່ວໂມງ.
  • ຈ່າຍຖົງຢາງອອກສາງ ຈຳນວນ 120 kg ເຂົ້າສູ່ຂະບວນການຜະລິດ 45% ບັນຈຸເສັ້ນນ້ອຍ ທີ່ເຫຼືອບັນຈຸເສັ້ນໃຫຍ່.
  • ແກັດເຈ້ຍ ຈຳນວນ 150 ໜ່ວຍ ເພື່ອບັນຈຸເສັ້ນນ້ອຍ ແລະ 200 ໜ່ວຍ ບັນຈຸເສັ້ນໃຫຍ່
  • ການຜະລິດໄດ້ສຳເລັດ ແລະ ໄດ້ໝີ່ເສັ້ນນ້ອຍຈຳນວນ 1,500 kg, ໝີ່ເສັ້ນໃຫຍ່ ຈຳນວນ 2,000 kg
  • ເສັ້ນໝີ່ 1 kg ບັນຈຸ 1 ຖົງ 10 ຖົງ ບັນຈຸ 1 ແກັດ
  1. ລາຍການຂາຍໃນເດືອນມີດັ່ງນີ້:
  • ຂາຍໝີ່ເສັ້ນນ້ອຍຈຳນວນ 1,400 kg, ລາຄາຂາຍ 15,000 ກີບ/kg ອຕທ 5% ລູກຄ້າຕິດໜີ້.
  • ຂາຍໝີ່ເສັ້ນໃຫຍ່ຈຳນວນ 18,000 kg, ລາຄາຂາຍ 15,000 ກີບ/kg ອຕທ 5% ລູກຄ້າຈ່າຍເງິນສົດ.

ສຳລັບການຄິດໄລ່ມູນຄ່າເຄື່ອງອອກສາງ ໃຫ້ຄິດໄລ່ແບບສະເລ່ຍມີນໍ້າໜັກ. ໃຫ້ລົງຄິດໄລ່ ແລະ ລົງບັນຊີ ບັນດາລາຍການເຄື່ອນໄຫວດັ່ງກ່າວ.