1. ການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ່
ການຕີມູນຄ່າຂອງຊັບສົມບັດຄົງທີ່ຄືນໃໝ່ ແມ່ນການດັດແກ້ຂອງບັນດາຊັບສົມບັດຄົງທີ່ຂອງວິສາຫະກິດ ໃນເວລາອັນແນ່ນອກບົນພື້ນຖານມູນຄ່າທີ່ຍັງເຫລືອຕົວຈິງໃນບັນຊີ, ໃນວັນ ແລະ ເວລາດຽວກັນນັ້ນ ການຕີມູນຄ່າ ບັນດາຊັບສົມບັດຄົງທີ່ຄືນໃໝ່ສາມາດປະຕິບັດໄດ້ດ້ວຍ 2 ວິທີດັ່ງຕໍ່ໄປນີ້:
- ການຕີມູນຄ່າຕາມຕົວເລກລັດສະນີ
- ການຕີມູນຄ່າຄືນໃໝ່ໂດຍກົງ
2. ການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ່ຕາມຕົວເລກລັດສະນີ
ການຕີມູນຄ່າຕາມຕົວເລກລັດສະນີ ແມ່ນການຕີມູນຄ່າຕາມລັດສະນີທີ່ສະແດງເຖິງການເພີ່ມຂື້ນຂອງລະ ດັບລາຄາໂດຍທົ່ວໄປຂອງຕະຫລາດຊັບສົມບັດຄົງທີ່ແຕ່ລະປະເພດ ເຊີ່ງແມ່ນອົງການລັດບໍລິຫານເປັນຜູ້ກຳນົດອອກ ບົນພື້ນຖານ ວັນ, ເດືອນ, ປີ ທີ່ໄດ້ຊື້ມາ.
2.1. ແບບວິທີການຄິດໄລ່ (Calculation)
- ມູນຄ່າເດີມໃໝ່ = ມູນຄ່າເດີມເກົ່າ ຄູນ ດັດສະນີທີ່ພົວພັນ
- ມູນຄ່າຍັງເຫລືອໃໝ່ = ມູນຄ່າເດີມໃໝ່ – ພູດສ່ວນຂອງປີທີ່ໄດ້ນຳໃຊ້ຜ່ານມາ
ຈາກນັ້ນເອົາມູນຄ່າຍັງເຫລືອໃໝ່ສົມທຽບກັບມູນຄ່າຍັງເຫລືອເກົ່າ ກໍ່ຈະໄດ້ສ່ວນຜິດດ່ຽງການຕີມູນຄ່າຂອງຊັບສົມບັດຄົງທີ່ຄືນໃໝ່ດັ່ງນີ້:
- ຖ້າມູນຄ່າຍັງເຫລືອໃໝ່ ຫາກໃຫຍ່ກວ່າມູນຄ່າຍັງເຫລືອເກົ່າ ສ່ວນຜິດດ່ຽງໃຫ້ຈົດເຂົ້າບັນຊີ 131…
- ຖ້າຫາກມູນຄ່າຍັງເຫລືອໃໝ່ ຫາກນ້ອຍກວ່າມູນຄ່າຍັງເຫລືອເກົ່າ ສ່ວນຜິດດ່ຽງຈົດເຂົ້າບັນຊີ 671…
ຕົວຢ່າງ:ເຄື່ອງຈັກໃນການຮັບໃຊ້ການຜະລິດເຄື່ອງໜື່ງ ຮັບເຂົ້າໃນວັນທີ: 01/01/2006 ມູນຄ່າຮັບເຂົ້າເປັນຊັບສິນຂອງວິສາຫະກິດແມ່ນ 1,000,000 ກີບ, ເຖິງວັນທີ 30/12/2008 ກ່ອນການຫັກຄ່າຫລຸ້ຍຫ້ຽນໃນປີ 2008 ແມ່ນໄດ້ມີການຕີມູນຄ່າຂອງຊັບສົມບັດຄົງທີ່ດັ່ງກ່າວນັ້ນຄືນໃໝ່ ຕາມລັດສະນີທີ່ທາງອົງການລັດບໍລິຫານເປັນຜູ້ກຳ ນົດໃຫ້ 1,2. ຊັບສົມບັດດັ່ງກ່າວຜ່ານມາແມ່ນມີການຫັກຄ່າຫລຸ້ຍຫ້ຽນແບບສະໝໍ່າສະເໝີ ເຊີ່ງມີອາຍຸການນຳໃຊ້ກ່ອນການຕີມູນຄ່າຄືນໃໝ່ແມ່ນ 5 ປີ.
ການດຳເນີນການຕີມູນຄ່າຄືນໃໝ່ ຂອງຊັບສົມບັດຄົງທີ່ດັ່ງກ່າວ ແລະ ການຫັກຄ່າຫລຸ້ຍຫ້ຽນໃໝ່ແມ່ນມີ ການດຳເນີນຕາມຂັ້ນຕອນຄືດັ່ງລຸ່ມນີ້:
- ມູນຄ່າເດີມໃໝ່ = 1,000,000 x 1.2 = 1,200,000 ກີບ
- ມູນຄ່າຍັງເຫລືອໃໝ = 1,200,000 – (1,200,000 x 2ປີ)/5 = 720,000 ກີບ
- ມູນຄ່າຍັງເຫລືອເກົ່າ = 1,000,000 – (1,000,000 x 2 ປີ)/5 = 600,000 ກີບ
- ຜິດດ່ຽງຈາກການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ =720,000 – 600,000 = 120,000 ກີບ
2.2. ການບັນທຶກບັນຊີ (Accounting Record)
ກ. ການບັນທຶກບັນຊີເວລາຕີມູນຄ່າອອກ
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/5/08 | 2813 | – | ຄ່າຫລຸ້ຍຫ້ຽນເຄື່ອງຈັກ | 400 000 | – | ||
| 652 | ມູນຄ່າສ່ວນຫລຸດຈາກການຂາຍ ຊຄທ | 600 000 | ||||||
| 213 | ຊຄທ ທີ່ມີຕົວຕົນ – ເຄື່ອງຈັກ | 1 000 000 | ||||||
| ລວມມູນຄ່າ | 1,000,000 | 1,000,000 | ||||||
ຂ. ເວລາສຳເລັດການຕີມູນຄ່າ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ >ມູນຄ່າເກົ່າ)
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/5/08 | 213 | – | ຊຄທທີ່ມີຕົວຕົນ – ເຄື່ອງຈັກ | 720 000 | |||
| 752 | ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ | 600 000 | ||||||
| 131 | ຜິດດ່ຽງຈາກການຕີມູນຄ່າ ຊຄທ ຄືນ | 120 000 | ||||||
| ລວມມູນຄ່າ | 720,000 | 720,000 | ||||||
ຄ. ເວລາສຳເລັດການຕີມູນຄ່າ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ <ມູນຄ່າເກົ່າ)
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/8/08 | 213 | – | ຊຄທ ທີ່ມີຕົວຕົນ – ເຄື່ອງຈັກ | 720 000 | |||
| 671 | ລາຍຈ່າຍເຫດການພິເສດອື່ນໆ | 600 000 | ||||||
| 752 | ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ | 120 000 | ||||||
| ລວມມູນຄ່າ | 720,000 | 720,000 | ||||||
ງ. ເວລາຮັບຊັບສິນໃໝ່ ແລ້ວຫັກຄ່າຫລຸ້ຍຫ້ຽນໃນທ້າຍປີ
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/5/08 | 682 | – | ຫັກຄ່າຫລຸ້ຍຫ້ຽນ ຊຄທ ມີຕົວຕົນ | 180 000 | |||
| 2813 | ຄ່າຫລຸ້ຍຫ້ຽນເຄື່ອງຈັກ
=(720 000/4) = 180 000 |
180 000 | ||||||
| ລວມມູນຄ່າ | 180,000 | 180,000 | ||||||
3. ການຕີມູນຄ່າຊັບສົມບັດຄົງທີ່ຄືນໃໝ່ໂດຍກົງ
| · ມູນຄ່າຍັງເຫລືອໃໝ່ = 500,000 ກີບ
· ມູນຄ່າຍັງເຫລືອເກົ່າ = (1,500,000 x 54 ເດືອນ)/120 ເດືອນ = 825,000 ກີບ · ຜິດດ່ຽວຈາກການຕີມູນຄ່າ ຊຄທ ຄືນໃໝ່ =500,000 – 825,000 = -325,000 ກີບ |
ຕົວຢ່າງ: ພາຫານະຄັນໜື່ງ ໄດ້ຮັບເຂົ້າເປັນຊັບສິນຂອງວິສາຫະກິດ ໃນວັນທີ: 01/07/1986 ໃນມູນຄ່າທັງໝົດ 1,500,000 ກີບ, ມີການຫັກຄ່າຫລຸ້ຍຫ້ຽນແບບສະໝໍ່າສະເໝີໃຊ້ເວລາ 10 ປີ, ອາຍຸການນໍາໃຊ້ຫລັງຈາກການຕີມູນຄ່າຄືນໃໝ່ແມ່ນ 2ປີ, ລົງວັນທີ: 30/12/1990 ເຊີ່ງມູຄ່າຍັງເຫລືອໃໝ່ແມ່ນ 500,000 ກີບ.
- ມູນຄ່າຍັງເຫລືອໃໝ່ = 500,000 ກີບ
- ມູນຄ່າຍັງເຫລືອເກົ່າ = (1,500,000 x 54 ເດືອນ)/120 ເດືອນ = 825,000 ກີບ
- ຜິດດ່ຽວຈາກການຕີມູນຄ່າ ຊຄທ ຄືນໃໝ່ =500,000 – 825,000 = – 325,000 ກີບ
ກ. ການບັນທຶກບັນຊີ ເວລາຕີມູນຄ່າອອກ
| ລດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/5/08 | 2814 | – | ຄ່າຫລຸ້ຍຫ້ຽນຂອງ ຊັບສົມບັດຄົງທີ່ | 675 000 | – | ||
| 652 | ມູນຄ່າສ່ວນຫລຸດຈາກການຂາຍ ຊຄທ | 825 000 | ||||||
| 214 | ຊຄທ ທີ່ມີຕົວຕົນ – ພາຫານະ | 1,500,000 | ||||||
| ລວມມູນຄ່າ | 1,500,000 | 1,500,000 | ||||||
ຂ. ເວລາສຳເລັດການຕີມູນຄ່າ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ <ມູນຄ່າເກົ່າ)
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/5/08 | 214 | – | ຊຄທ ທີ່ມີຕົວຕົນ – ພາຫານະ | 500 000 | |||
| 671 | ລາຍຈ່າຍເຫດການພິເສດອື່ນໆ | 325 000 | ||||||
| 752 | ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ | 825 000 | ||||||
| ລວມມູນຄ່າ | 825,000 | 825,000 | ||||||
ຄ. ເວລາສຳເລັດການຕີມູນ ແລະ ໄດ້ຮັບເຂົ້າໃໝ່ (ກໍລະນີ ມູນຄ່າໃໝ່ >ມູນຄ່າເກົ່າ)
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/5/08 | 214 | – | ຊັບສົມບັດຄົງທີ່ ທີ່ມີຕົວຕົນ-ພາຫານະ | 825 000 | |||
| 752 | ມູນຄ່າສ່ວນໄດ້ຈາກການຂາຍ ຊຄທ | 325 000 | ||||||
| 131 | ຜິດດ່ຽງຈາກການຕີມູນຄ່າຊຄທ ຄືນ | 500 000 | ||||||
| ລວມມູນຄ່າ | 825,000 | 825,000 | ||||||
ງ. ເວລາໄດ້ຊັບສິນໃໝ່ ແລ້ວຫັກຄ່າຫລຸ້ຍຫ້ຽນໃນທ້າຍປີ
| ລ/ດ | ໃບຢັ້ງຢືນ | ວ ດ ປ ຈົດເຂົ້າ | ເລກບັນຊີ | ເນື້ອໃນລາຍການ | ມູນຄ່າບັນຊີ | |||
| ຮັບ | ຈ່າຍ | ໜີ້ | ມີ | ໜີ້ | ມີ | |||
| 01 | 31/5/08 | 682 | – | ຫັກຄ່າຫລຸ້ຍຫ້ຽນເຄື່ອງຈັກ | 250 000 | |||
| 2814 | ຄ່າຫລຸ້ຍຫ້ຽນ – ເຄື່ອງຈັກ | 250 000 | ||||||
| ລວມມູນຄ່າ | 250,000 | 250,000 | ||||||
